ພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບ ສະຖາບັນການປົກຄອງ ແຂວງຫູນານ ສປ ຈີນ
ໃນຕອນເຊົ້າ ວັນທີ 26 ເມສາ 2025 ຢູ່ທີ່ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບສະຖາບັນການປົກຄອງ ແຂວງຫູນານ ສປ ຈີນ, ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ…
