ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງພິທີການແນະນຳການຂຽນບົດລົງວາລະສານທິດສະດີການເມືອງ-ການປົກຄອງ ໃນຫົວຂໍ້: “ເຕັກນິກ ແລະ ວິທີການຂຽນບົດລົງວາລະສານ ທິດສະດີການເມືອງ-ການປົກຄອງ” ໃຫ້ແກ່ນັກສຶກສາປະລິນຍາໂທ ຮຸ່ນທີ 21 ໃນຕອນແລງວັນທີ 26 ມີນາ 2026, ໂດຍການໃຫ້ກຽດຂຶ້ນບັນລະຍາຍໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ, ຮອງຫົວໜ້າ ສມປຊ ແລະ ທ່ານ ປອ ນ. ຄຳຮູ້ ວິລະທອນ, ຫົວໜ້າພະແນກວາລະສານ. ມີນັກສຶກສາເຂົ້າຮ່ວມທັງໝົດ 137 ທ່ານ, ຍິງ 30 ທ່ານ.
ໃນການບັນຍາຍ, ທ່ານ ປທ ນ. ບຸນມີ ຈຸນລະຈັກ ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການຂຽນບົດລົງວາລະສານ ວ່າບໍ່ພຽງແຕ່ເປັນການເຜີຍແຜ່ຜົນການຄົ້ນຄວ້າ ແລະ ແນວທາງນະໂຍບາຍຂອງພັກ-ລັດເທົ່ານັ້ນ, ແຕ່ຍັງເປັນ ເງື່ອນໄຂຈຳເປັນສຳລັບນັກສຶກສາປະລິນຍາໂທ ໃນການປ້ອງກັນບົດວິທະຍານິພົນ ເຊິ່ງຕ້ອງມີບົດລົງວາລະສານຢ່າງໜ້ອຍ 2 ບົດ. ທ່ານໄດ້ແນະນຳໃຫ້ມີການກຳນົດຫົວບົດໃຫ້ສອດຄ່ອງກັບວິທະຍານິພົນ ແລະ ຊອກຫາແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື. ເນື້ອໃນການບັນຍາຍໄດ້ລົງເລິກເຖິງ 3 ປະເພດບົດຄວາມ ທີ່ສາມາດລົງວາລະສານໄດ້ ຄື: ບົດຄົ້ນຄວ້າທາງດ້ານທິດສະດີ, ບົດຄົ້ນຄວ້າພຶດຕິກຳພາຍໃນປະເທດ ແລະ ບົດຄົ້ນຄວ້າເຫດການຕ່າງປະເທດ. ນອກຈາກນີ້, ຍັງໄດ້ແນະນຳ ໂຄງປະກອບຂອງບົດ ທີ່ຕ້ອງປະກອບມີ 3 ພາກສ່ວນຫຼັກ:



- ພາກເປີດຫົວເລື່ອງ: ຍົກໃຫ້ເຫັນຄວາມສຳຄັນ ແລະ ທັດສະນະ ຂອງພັກ-ລັດ.
- ພາກເນື້ອໃນ: ຕີລາຄາການຈັດຕັ້ງປະຕິບັດຕົວຈິງ ໂດຍມີຕົວເລກສະຖິຕິຢັ້ງຢືນ.
- ພາກທິດທາງ ແລະ ຂໍ້ສະເໜີແນະ: ສະເໜີວິທີການແກ້ໄຂບັນຫາໃນຕໍ່ໜ້າ.
ທາງດ້ານເຕັກນິກການຂຽນ ແລະ ຮູບແບບຕີພິມ, ທ່ານໄດ້ແນະນຳໃຫ້ໃຊ້ Font Saysettha OT, ຂະ ໜາດຕົວອັກສອນ 14 pt ສຳລັບຫົວຂໍ້ ແລະ 12 pt ສຳລັບເນື້ອໃນ; ຄວາມຍາວຂອງບົດຄວນຢູ່ປະມານ 6 ໜ້າເຈ້ຍ A4 ແລະ ຕ້ອງໃຊ້ພາສາທາງການທີ່ຖືກຕ້ອງຕາມຫຼັກໄວຍາກອນ ແລະ ເອກະສານ ຂອງພັກ-ລັດ; ສິ່ງສຳຄັນທີ່ສຸດ ແມ່ນການຫຼີກເວັ້ນການກ່າຍບົດຄົນອື່ນ ແລະ ຕ້ອງມີການໃສ່ບ່ອນອີງ (Footnote) ໃຫ້ລະອຽດ.

ໃນຕອນທ້າຍ, ທ່ານ ປອ ນ. ຄຳຮູ້ ວິລະທອນ ໄດ້ອະທິບາຍເຖິງ ຂັ້ນຕອນການສົ່ງ-ຮັບບົດ ເຊິ່ງຕ້ອງຜ່ານການກວດແກ້ຈາກຄະນະບັນນາທິການຫຼາຍຂັ້ນຕອນ ເພື່ອຄວາມສົມບູນກ່ອນການຈັດພິມ. ການບັນຍາຍຄັ້ງນີ້ ຖືເປັນການສ້າງພື້ນຖານອັນໜັກແໜ້ນໃຫ້ນັກສຶກສາໃນການຂຽນບົດລົງວາລະສານ ທີ່ຖືກຕ້ອງຕາມຄຳແນະນຳ ຈະຊ່ວຍໃຫ້ມີຝຶກຝົນຕົນເອງໃຫ້ກາຍເປັນນັກຄົ້ນຄວ້າວິທະຍາສາດທີ່ດີ ແລະ ສາມາດສ້າງຜົນງານການຄົ້ນຄວ້າ ທີ່ມີຄຸນນະພາບສູງ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
