ກອງປະຊຸມຮັບສ່ອງແສງການລົງກໍ່ສ້າງຮາກຖານການເມືອງຂອງ ນັກສຶກສາ ຢູ່ເມືອງປາກງື່ມ
ວັນທີ 23 ຕຸລາ 2020 ທີ່ຫ້ອງການປົກຄອງເມືອງປາກງື່ມ, ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ທີ່ລົງກໍ່ສ້າງຮາກຖານການເມືອງ ໄດ້ຈັດກອງປະຊຸມຮັບສ່ອງແສງຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ຫົວໜ້າຊີ້ນຳການລົງກໍ່ສ້າງຮາກຖານການເມືອງ, ມີຕາງໜ້າຫ້ອງການປົກຄອງເມືອງປາກງື່ມ, ຫົວໜ້າກຸ່ມນັກສຶກສາທີ່ລົງກໍ່ສ້າງຮາກຖານ 13 ບ້ານ/ທ່ານ ເຂົ້າຮ່ວມ. ໃນພິທີ ທ່ານ ປທ ສີຈັນ ສູນດາລາ ໄດ້ຮຽນເຊີນໃຫ້ບັນດາຫົວໜ້າກຸ່ມລົງກໍ່ສ້າງຮາກຖານໃນແຕ່ລະບ້ານຂຶ້ນລາຍງານສະພາບການລົງກໍ່ສ້າງຮາກຖານໃນໄລຍະຜ່ານມາ…
