ໃນຕອນເຊົ້າຂອງວັນທີ 5 ພະຈິກ 2026 ນີ້, ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ, ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນກາງ ຮຸ່ນທີ V ແລະຂັ້ນຕົ້ນຮຸ່ນທີ VIII ປະຈຳປີ 2026 ຢ່າງເປັນທາງການ; ໃຫ້ກຽດເປັນປະທານ ໂດຍ: ທ່ານ ຮສ. ປອ. ດາວສະຫວັນ ເຄືອມີໄຊ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມໂດຍ: ທ່ານ ອ່ອນຈັນ ຄໍາພະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີຜູ້ຕາງໜ້າຈາກຫ້ອງວ່າການແຂວງ, ຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ, ກວດກາພັກ-ອົງການກວດກາລັດແຂວງ, ສາມອົງການຈັດຕັ້ງມະຫາຊົນ, ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະນັກສຶກສາທັງສອງລະບົບເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ປອ ບຸນຕຽງ ບຸນຫຼ້າແປງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນການຮຽນ-ການສອນ ຂັ້ນກາງ ຮຸ່ນທີ V ໃນໄລຍະ 4 ເດືອນຜ່ານມາ ເຊິ່ງມີນັກສຶກສາເຂົ້າຮຽນທັງໝົດ 52 ສະຫາຍ, ຍິງ 12 ສະຫາຍ ແລະຂັ້ນຕົ້ນໄລຍະ 2 ເດືອນ, ມີນັກສຶກສາທັງໝົດ 44 ສະຫາຍ, ຍິງ 19 ສະຫາຍ. ຜ່ານການປະເມີນຜົນການສຶກສາ ລະບົບຂັ້ນກາງເຫັນວ່ານັກສຶກສາ ສາມາດຍາດໄດ້ຄະແນນໃນລະດັບດີເລີດ (ເກຣດ A) ກວມເອົາ 58,8%, ລະດັບດີຫຼາຍ (ເກຣດ B+) ກວມເອົາ 36%, ລະດັບດີ (ເກຣດ B) ກວມເອົາ 5,2% ແລະລະບົບຂັ້ນຕົ້ນສາມາດຍາດໄດ້ຄະແນນໃນລະດັບດີເລີດ (ເກຣດ A) ກວມເອົາ 62,2%, ລະດັບດີຫຼາຍ (ເກຣດ B+) ກວມເອົາ 34,4% ແລະລະດັບດີ (ເກຣດ B) ກວມເອົາ 3,4% ໂອກາດດັ່ງກ່າວກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຂັ້ນກາງ ຮຸ່ນທີ V ມີຈໍານວນ 52 ສະຫາຍ, ຍິງ 12 ສະຫາຍ ແລະຂັ້ນຕົ້ນຮຸ່ນທີ VIII ຈໍານວນ 44 ສະຫາຍ, ຍິງ 19 ສະຫາຍ ຢ່າງສົມກຽດ. ພ້ອມດຽວກັນນັ້ນ, ຕາງໜ້ານັກສຶກສາກໍ່ໄດ້ຂຶ້ນມອບຂອງຂວັນໃຫ້ແກ່ຄະນະນຳສະຖາບັນ, ການນໍາຂອງແຂວງ ແລະອາຈານປະຈຳຫ້ອງ ເພື່ອສະແດງຄວາມຮູ້ບຸນຄຸນ.
ໃນຕອນທ້າຍ ທ່ານ ຮສ. ປອ. ດາວສະຫວັນ ເຄືອມີໄຊ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ອ່ອນຈັນ ຄໍາພະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີປີດຊຸດຮຽນ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຂອງຄະນະນໍາຂອງແຂວງ, ຂອງໂຮງຮຽນຕະຫຼອດຮອດທຸກພາກສ່ວນທີ່ໄດ້ໃຫ້ຄວາມສຳຄັນ ເຊຶ່ງໄດ້ສ່ອງແສງເຖິງຄວາມຕື່ນຕົວ ຂອງທຸກພາກສ່ວນ ແລະທ່ານໄດ້ກ່າວວ່າ: ການຮ່ຳຮຽນເຖິງວ່າຈະຮຽນໜ້ອຍ ຫຼື ຮຽນຫຼາຍ ກໍ່ລ້ວນແຕ່ມີຄຸນຄ່າທັງນັ້ນ. ການຄົ້ນຄວ້າຮ່ຳຮຽນທິດສະດີການເມືອງ-ການປົກຄອງໃນຄັ້ງນີ້ ໃຫ້ນັກສຶກສາທັງສອງລະບົບ, ທຸກສະຫາຍຕ້ອງຖືເປັນສຳຄັນ ແລະໝູນໃສ່ເຂົ້າໃນການນໍາພາ-ຊີ້ນໍາວຽກງານຕົວຈິງ ພາຍໃນກົມກອງຂອງຕົນ, ໄດ້ໃຫ້ທິດຊີ້ນຳ ແລະເນັ້ນໜັກຫຼາຍບັນຫາ ໂດຍສະເພາະໃຫ້ເອົາໃຈໃສ່ສຶກສາຮໍ່າຮຽນເອົາດ້ານທິດສະດີການເມືອງ, ທິດສະດີມາກ-ເລນີນ, ແນວຄິດ ໄກສອນ ພົມວິຫານ, ດ້ານຄຸນສົມບັດສິນທໍາປະຕິບັດ, ແບບແຜນວິທີເຮັດວຽກ, ຄວາມສາມັກຄີ, ຄວາມເປັນແບບຢ່າງ ແລະນໍາເອົາຄວາມຮູ້ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ ໃຫ້ມີຄວາມກ້າວໜ້າຂື້ນເລື້ອຍໆ.
———————————
ພາບ, ຂ່າວ: ສີມອນ ລີຄຳສຸກ
ບັນນາທິການ: ບຸນປັນ ສຸມຸນທອງ
