ກອງປະຊຸມສະຫຼຸບວຽກງານ ແຜນງົບປະມານແຫ່ງລັດປະຈໍາປີ 2021 ແລະທິດທາງແຜນການປະຈໍາປີ 2022 ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີໃນວັນ​ທີ 19 ມັງກອນ 2022 ທີ່ ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າແຕ່ລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງ​ປະຊຸມ​​ໃນ​ຄັ້ງ​​ນີ້ ​​ໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວ ແລະທິດທາງແຜນການ ຈາກ ທ່ານ ບຸນທະວີ ບັນດາສັກ ຫົວໜ້າພະແນກແຜນການ-ການເງິນ ຊຶ່ງໃນນັ້ນໄດ້ຍົກໃຫ້ເຫັນ ວຽກງານແຜນງົບປະມານແຫ່ງລັດ ປະຈໍາປີ 2021ແລະທິດທາງແຜນການປະຈໍາປີ 2022. ໃນໜື່ງປີທີ່ຜ່ານມາເຫັນວ່າພະນັກງານ-ລັດຖະກອນ ທີ່ເຮັດວຽກແຜນການ-ການເງິນ ຢູ່ພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແມ່ນມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ເຖິງແມ່ນວ່າຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບໃນຫຼາຍໆດ້ານຕໍ່ການດຳລົງຊີວິດ, ແຕ່ການປະຕິບັດໜ້າທີ່ວຽກງານຂອງພະນັກງານ ກໍຍັງມີຄວາມຫ້າວຫັ້ນບຸກບືນປະຕິບັດໜ້າທີ່ວຽກງານ ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະສຳເລັດການຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2020 ແລະແຈ້ງຕົວເລກແຜນງົບປະມານປະຈຳປີ 2021; ໄດ້ຈັດຝຶກອົບຮົມວຽກງານການສ້າງແຜນງົບປະມານປະຈຳປີ, ການຈັດຕັ້ງປະຕິບັດ, ການສະຫຼຸບ, ວຽກງານການປະສານງານ ແລະວຽກງານກວດກາປະຈຳປີ 2021;ໄດ້ຈັດຝຶກອົບຮົມວຽກງານບັນຊີຄູ່ ໃຫ້ແກ່ພະນັກງານພາຍໃນພະແນກແຜນການ-ການເງິນ; ໄດ້ຈັດ​ຕັ້ງ​ປະ​ຕິ​ບັດ​ການເຮັດບັນຊີຄູ່, ບົດບັນທຶກການຖືບັນຊີຄູ່ສຳເລັດຜົນເປັນຢ່າງດີ ຊຶ່ງກົມບັນຊີກະຊວງການເງິນລົງມາກວດກາ​ມີ​ຜົນ​ສໍາເລັດຢ່າງຈົບງາມ…

ພ້ອມນີ້ ບັນດາຜູ້ຕາງໜ້າກອງປະຊຸມໄດ້ປະກອບຄຳຄິດຄຳເຫັນໃຫ້ບົດສະຫຼຸບ ແລະທິດທາງແຜນການເພື່ອຊອກໃຫ້ເຫັນດ້ານດີ ແລະແກ້ໄຂຈຸດອ່ອນ ທັງເປັນການປຶກສາຫາລືແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າຂອງພະແນກແຜນການ-ການເງິນ ຂອງ ສມປຊ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.

ໃນຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງການໂອ້ລົມ ຈາກ ປະທານກອງປະຊຸມ ໂດຍທ່ານໄດ້ໃຫ້ທິດຊີ້ນຳ ໃນການຈັດຕັ້ງປະຕິບັດວຽກງານແຜນງົບປະມານແຫ່ງລັດປະຈໍາປີ 2022 ພ້ອມທັງເນັ້ນໜັກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະວຽກງານອື່ນໆທີ່ກ່ຽວຂ້ອງ ໃຫ້ປະກົດຜົນເປັນຈິງຕາມຄາດໝາຍທີ່ວາງໄວ້.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ