ໃນວັນທີ 6 ພະຈິກ 2026 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ຢ່າງເປັນທາງການ ໂດຍການໃຫ້ກຽດ ປະທານ ແລະມອບໃບຢັ້ງຢືນ ໂດຍ: ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍບັນດາແຂກຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະພັກ-ຄະນະນຳສະຖາບັນ, ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ໄດ້ເລີ່ມຈັດຕັ້ງການຮຽນ-ການສອນ ແຕ່ວັນທີ 13 ກໍລະກົດ 2026 ເປັນຕົ້ນມາ ດ້ວຍຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຈາກຄະນະພັກ-ຄະນະນຳສະຖາບັນ ພ້ອມທັງຄວາມຮັບຜິດຊອບສູງຂອງຖັນແຖວຄູ-ອາຈານ ແລະຄວາມບຸກບືນຂອງນັກສຶກສາຈຶ່ງເຮັດໃຫ້ການຮຽນ-ການສອນສາມາດບັນລຸຜົນສຳເລັດຢ່າງຈົບງາມ.

ຊຸດຮຽນດັ່ງກ່າວ ປະກອບມີນັກສຶກສາທັງໝົດ 60 ສະຫາຍ, ຍິງ 21 ສະຫາຍ. ໃນນັ້ນມາຈາກກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 5 ສະຫາຍ, ຍິງ 1 ສະຫາຍ. ຜ່ານການຈັດຕັ້ງປະຕິບັດຫຼັກສູດປະກອບມີ 6 ກຸ່ມວິຊາ ລວມມີ 13 ວິຊາຮຽນ, 63 ບົດ ຫຼື 630 ຊົ່ວໂມງ, ການຂຽນ ແລະປ້ອງກັນບົດຈົບຂັ້ນ, ພ້ອມທັງການເຄື່ອນໄຫວທັດສະນະສຶກສາ ທັງພາຍໃນນະຄອນຫຼວງວຽງຈັນ ແລະຕ່າງແຂວງເປັນຕົ້ນແມ່ນ ຢຸ່ແຂວງຈຳປາສັກ ເຊິ່ງສຳເລັດລົງຢ່າງເປັນທາງການໃນວັນທີ 4 ພະຈິກ 2026 ທີ່ຜ່ານມາ.

ຜ່ານຂະບວນການຮ່ຳຮຽນດັ່ງກ່າວ, ນັກສຶກສາທຸກສະຫາຍໄດ້ຮັບການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນ ແລະຍຶດໝັ້ນຈຸດໝາຍສັງຄົມນິຍົມ, ຈົ່ງຮັກພັກດີຕໍ່ອຸດົມການຂອງພັກ ແລະມີຄວາມພ້ອມໃນປະຕິບັດໜ້າທີ່ການເມືອງຂອງຕົນທີ່ຖືກມອບໝາຍ.

ໃນຕອນທ້າຍພິທີ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນຳອັນເລິກເຊິ່ງ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ນັກສຶກສາທີ່ຮຽນຈົບໃໝ່ນຳໄປຈັດຕັ້ງຜັນຂະຫຍາຍໃນໜ້າທີ່ວຽກງານຕົວຈິງດັ່ງນີ້:

ໜຶ່ງ, ຄວາມຮູ້ທາງທິດສະດີເປັນພຽງເຂັມທິດ: ຄະແນນ A ຫຼື B ທີ່ນັກສຶກສາໄດ້ຮັບນັ້ນເປັນພຽງຄວາມຮູ້ທາງທິດສະດີ ແລະເປັນເຂັມທິດເຍືອງທາງເທົ່ານັ້ນ, ສິ່ງສຳຄັນແມ່ນ ຕ້ອງຮູ້ໝູນໃຊ້ສິ່ງທີ່ໄດ້ຮຽນຮູ້ມາຢ່າງປະດິດສ້າງເຂົ້າໃນວຽກງານຕົວຈິງ ເພື່ອສ້າງການຫັນປ່ຽນໃນພຶດຕິກຳຢ່າງແທ້ຈິງ ໃຫ້ສອດຄ່ອງກັບເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ສອງ, ທົດສອບທິດສະດີຜ່ານພຶດຕິກຳຕົວຈິງ: ນຳເອົາບົດຮຽນໄປທົດສອບໃນການສ້າງສາພັດທະນາປະເທດຊາດຕາມພາລະບົດບາດຂອງຕົນ, ເປັນເຈົ້າການຄົ້ນຄວ້າຊອກຫາຊ່ອງທາງຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ແລະການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໂດຍຕ້ອງຖືເອົາຜົນປະໂຫຍດສ່ວນລວມເປັນອັນສຳຄັນ.

ສາມ, ຄົ້ນຄວ້າວິໄຈ ແລະສະຫຼຸບສັງລວມຢ່າງມີວິທະຍາສາດ: ນຳໃຊ້ພຶດຕິກຳຕົວຈິງມາວິໄຈ ແລະສະເໜີຄຳຄິດຄຳເຫັນ ເພື່ອຊ່ວຍສ່ອງແສງ ແລະປັບປຸງຫຼັກສູດ, ປຶ້ມແບບຮຽນຕະຫຼອດຮອດວິທີການສິດສອນຂອງສະຖາບັນ ໃຫ້ມີຄຸນນະພາບສູງຂຶ້ນໃນຕໍ່ໜ້າ.

ສີ່, ສືບຕໍ່ຝຶກຝົນຫຼໍ່ຫຼອມ ແລະພັດທະນາຕົນເອງ: ຍຶດໝັ້ນຄຳສອນຂອງທ່ານ ເລນິນ ທີ່ວ່າ “ມະຫາວິທະຍາໄລແມ່ນຢູ່ນໍາມະຫາຊົນ”, ຕ້ອງກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະກ້າປ່ຽນແປງຈາກອັນເກົ່າໄປສູ່ອັນໃໝ່ທີ່ດີກວ່າ ຜ່ານການຮຽນຮູ້ໃນພຶດຕິກຳຕົວຈິງ.

ຫ້າ, ຮັກສາໄວ້ເຊິ່ງກຽດສັກສີ ແລະທາດແທ້ຂອງພັກ: ໃນຖານະທີ່ເປັນ “ຜະລິດຕະພັນທີ່ມີຄຸນນະພາບຈາກໂຮງຮຽນຂອງສູນກາງພັກ”, ຕ້ອງປະພຶດຕົນໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ-ລັດ ແລະປະຊາຊົນ, ບໍ່ວ່າຈະຢູ່ບ່ອນໃດກໍ່ຕ້ອງຄຳນຶງ ແລະຢຶດໝັ້ນໃນທາດແທ້ຊົນຊັ້ນກຳມະກອນຂອງພັກຢ່າງສະເໝີຕົ້ນສະເໝີປາຍ.

ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ໄດ້ສິ້ນສຸດລົງດ້ວຍທີ່ເຕັມໄປດ້ວຍຄວາມປີຕິຊົມຊື່ນ, ມີຄວາມເປັນເອກະພາບ ແລະຄວາມຕັດສິນໃຈອັນສູງສົ່ງຂອງບັນດານັກສຶກສາ ໃນການສືບຕໍ່ມຸ່ງໝັ້ນປະຕິບັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ດ້ວຍຜົນສຳເລັດອັນໃໝ່.
——————————

ຂ່າວ, ພາບ ຕາອັອດ ແສນທະວີສຸກ

ບັນນາທິການ: ບຸນປັນ ສຸມຸນທອງ