ໃນຕອນແລງວັນທີ 4 ພະຈິກ 2026 ນີ້ ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ມີພິທີຕ້ອນຮັບທີມງານທີ່ມາຈາກຄະນະບໍລິຫານງານຊາວໜຸ່ມ ແຂວງຊຽງຂ ວາງ ເພື່ອເຂົ້າພົບປະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ແລະ ຄະນະບໍລິຫານງານຊາວໜຸ່ມ ແຂວງຊຽງຂວາງ ໂດຍການຕ້ອນຮັບ ຂອງທ່ານ ບຸນຊູ ອິດທິພົນ ຮັກສາການຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ພ້ອມດ້ວຍ ຄະນະ, ມີທ່ານ ສີພອນໄຊ ທິບດາລາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຊຽງຂວາງ, ພ້ອມດ້ວຍຄະນະ.




ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນເພື່ອເປັນການເສີມຂ ະຫຍາຍບົດບາດອັນຍິ່ງໃຫຍ່ທີ່ເປັນມູນເຊື້ອການຮ່ວມມື ລະຫວ່າງ ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ແລະຄະນະບໍລິຫານງານຊາວໜຸ່ມ ແຂວງຊຽງຂວາງ. ຕາມໜັງສືສະເໜີ ຂອງຄະນະບໍລິຫານງານຊາວໜຸ່ມ ແຂວງຊຽງຂວາງ ສະບັບເລກທີ 490/ຄຊປປລຂ, ຊຽງຂວາງ, ລົງວັນທີ 30 ຕຸລາ 2026. ເພື່ອເຮັດໃຫ້ການພົບປະແລກປ່ຽນບົດຮຽນດັ່ງກ່າວມີຄວາມໝາຍສໍາຄັນ ແລະ ເຂົ້າສູ່ລົງເລິກ ນໍາເອົາບົດຮຽນທີ່ພົ້ນເດັ່ນ ໃນການນໍາພາ-ຊີ້ນໍາ, ການຄຸ້ມຄອງບໍລິຫານລັດ, ການຈັດຕັ້ ງການຮຽນ-ການສອນ ທິດສະດີການເມືອງ ເພື່ອບຳລຸງ ແລະກໍ່ສ້າງພະນັກງານ, ສະມາຊິກພັກ ເພື່ອກາຍເປັນພະນັກງານນໍາພາ-ຄຸ້ມຄອງ ແລະສືບທອດປ່ຽນແທນ ໃນສະເພາະໜ້າ ແລະຍາວນານ. ໃນພິທີ, ທ່ານ ບຸນຊູ ອິດທິພົນ ຮັກສາການຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ກໍໄດ້ຂຶ້ນລາຍງ ານສະພາບລວມ ຂອງໂຮງຮຽນໂດຍຫຍໍ້. ພິທີໃນຄັ້ງນີ້ ຄະນະບໍລິຫານງານຊາວໜຸ່ມແຂວງ ກໍໄດ້ລາຍງານ ຫົວຂໍ້: ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມໃນເງື່ອນໄຂຫັນເປັນດີຈິຕອ ນ ແລະ ທ່ານ ຈັນເພັງ ນັນທະວົງ ເລຂາໜ່ວຍຊາວໜຸ່ມໂຮງຮຽນການເມືອງ ແລະ ການປົກຄອງແຂວງ ກໍໄດ້ລາຍງານຫົວຂໍ້: ຍົກສູງບົດບາດຂອງຊາວໜຸ່ມໂຮງຮຽນການເມືອງ ແລະ ການປົກຄອງ ໃນການຮຽນ-ການສອນ ໃຫ້ກັນ ແລະກັນໄດ້ຮັບຊາບ. ເຊິ່ງທັງສອງຝ່າຍ ກໍໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະກັນຢ່າງອົບອຸ່ນ. ພ້ອມນີ້, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ ເພື່ ອເປັນການຖອດຖອນບົດຮຽນນໍາກັນໃນຕໍ່ໜ້າ ແລະຍາວນານ. ນອກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຊຽງຂວາງ ຍັງໄດ້ມອບກະຕ່າອວຍພອນພະນັກງານ, ຄູ-ອາຈານຕື່ມອີກ. ເພື່ອຜູກແໜ້ນຄວາມສາມັກຄີ ທັງສອງພາກສ່ວນຍັງໄດ້ຫຼິ້ນກິລາຮ່ວມກັນອີກດ້ວຍ.

—————————
ຂ່າວ/ພາບ: ນາງ ຄຳເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
