ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານສະຫຼຸບວຽກງານການຈັດຕັ້ງປະຕິບັດເຄື່ອນໄຫວ ໄລຍະທີ 1 (2019-2020) ແລະທິດທາງແຜນການ ປະຈໍາ ປີ 2021
ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດຕັ້ງກອງປະຊຸມການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃນໄລຍະຜ່ານມາ ແລະ ປຶກສາຫາລືວາງທິດທາງແຜນການຄົ້ນຄວ້າໃນປີ 2021 ຂຶ້ນ ໃນຕອນເຊົ້າຂອງວັນທີ 9 ເມສາ ນີ້ ທີ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງທ່ານ ປອ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ,…
