ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮັບຟັງປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປິ (5.9.1962-5.9.2022), ວັນເຊັນສົນທິສັນຍາ ມິດຕະພາບ ແລະການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປິ(18.7.1977-18.7.2022), ເປັນກຽດເຂົ້າຮ່ວມ ທ່ານຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ, ຄະນະນຳ ສມປຊ ແລະພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້ ທ່ານ ຫວຽນ ບາ ຮຸ່ງ ໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນຂອງສາຍພົວພັນຮ່ວມມື ລາວ-ຫວຽດນາມ ນັບ​ແຕ່​ສອງ​ປະ​ເທດ ລາວ-ຫວຽດນາມ ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ ​ທາງ​ການ​ທູດ ​ແລະລົງ​ນາມໃນ​ສົນທິສັນຍາ​ມິດຕະພາບ ​ແລະການ​ຮ່ວມ​ມື, ລາວ-ຫວຽດນາມ ໄດ້ກາຍເປັນສອງປະເທດອ້າຍນ້ອງ ທີ່ມີຄວາມໃກ້ຊິດສະໜິດສະໜົົມ ມີຄວາມສາມັກຄີຮັກແພງເປັນຈິດໜຶ່ງໃຈດຽວ ແລະມີມູນເຊື້ອອັນດີງາມມາຕັ້ງແຕ່ດົນນານແລ້ວ. ຜ່ານໄລຍະປະຫວັດສາດອັນລະອິດລະອ້ຽວ ການ​ພົວພັນ​ແບບ​ພິ​ເສດ​ຕະຫລອດໄລຍະຜ່ານມາຈົນເຖິງປັດຈຸບັນ, ພັກ-ລັດຖະບານ ແລະປະຊາຊົນທັງສອງປະເທດ ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຈິງໃຈໃນການຮ່ວມມືຊ່ວຍເຫຼືອເຊິ່ງ​ກັນ​ ແລະກັນຢ່າງສະເໝີຕົ້ນສະເໝີປາຍ, ການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ບໍລິສຸດຜຸດຜ່ອງ, ມີຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈຶ່ງສືບຕໍ່ໄດ້ຮັບການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງໃນທາງທີ່ດີ ແລະພັດທະນາຢ່າງແຂງແຮງ ແລະບໍ່ຢຸດຢັ້ງສົ່ງຕໍ່ຈາກຄົນຮຸ່ນກ່ອນສູ່ຄົນຮຸ່ນຫຼັງ ແລະຮຸ່ນຕໍ່ໆໄປ ເພື່ອປະຊາຊົນທັງສອງປະເທດ ມີຄວາມສີວິໄລ ແລະຄວາມຜາສຸກ ບົນເສັ້ນທາງກ້າວເຂົ້າສູ່ສັງຄົມນິຍົມເທື່ອລະກ້າວ.

ທ່ານຍັງໄດ້ກ່າວຕື່ມວ່າ: ສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປິ, ວັນເຊັນສົນທິສັນຍາມິດ ຕະພາບ ແລະການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ແມ່ນໝາກຜົນອັນໃຫຍ່ຫຼວງທີ່ສອງປະເທດພວກເຮົາຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະຂໍຖືໂອກາດນີ້ຂອບໃຈມາຍັງພັກ ແລະລັດຖະບານ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະກັນໃຫ້ມີບັນຍາກາດຟົດຟື້ນ ແລະມີຜົນສໍາເລັດຢ່າງຈົບງາມ.
ພິທີດັ່ງກ່າວ, ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2022 ເວລາ 9:00 ທີ່ສະໂມສອນໃຫຍ່ ສມປຊ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ