ໂດຍປະຕິບັດຕາມ ຂໍ້ກຳນົດ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວດ້ານວິຊາການ ຂອງໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງວຽງຈັນເລກທີ 1131/ສມປຊ, ລົງວັນທີ 24 ຕຸລາ 2019, ອີງຕາມ ຂໍ້ກຳນົດ ຂອງສະພາວິທະຍາສາດສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ສະບັບເລກທີ 036/ສວ, ລົງວັນທີ 16 ພະຈິກ 2021 ວ່າດ້ວຍການຄຸ້ມຄອງ ແລະການຄົ້ນຄ້ວາວິທະຍາສາດ, ອີງຕາມທິດຊີ້ນຳ ຂອງກົມຄຸ້ມຄອງການຄົ້ນຄ້ວາວິທະຍາສາດ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ຄັ້ງວັນທີ 18 ພຶດສະພາ 2022. 

ໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະການປົກຄອງແຂວງ ຊຽງຂວາງ ໄດ້ຈັດກອງປະຊຸມວິທີວິທະຍາໃນການຄົ້ນຄວ້າ ແລະນຳສະເໜີບົດວິທະຍາສາດໃຫ້ພະນັກງານຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ໃຫ້ເປັນກຽດເປັນປະທານກອງປະຊຸມໂດຍ: ທ່ານ ຄຳຜຸຍ ໂນລາ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ພ້ອມດ້ວຍພະນັກງານ-ລັດຖະກອນຈຳນວນ 24 ຄົນ, ຍິງ 14 ຄົນ.

ເພື່ອເສີມຂະຫຍາຍຄວາມຮັບຮູ້ໃຫ້ແກ່ພະນັກງານ, ຄູ-ອາຈານ ກຳແໜ້ນດ້ານຫຼັກການໃນການຄົ້ນຄວ້າວິທະຍາສາດ ໃຫ້ສອດຄ່ອງກັບຫຼັກວິທະຍາສາດເປັນແຕ່ລະໄລຍະ, ເພື່ອເປັນບ່ອນອີງໃນການຄົ້ນຄ້ວາຂຽນບົດວິທະຍາສາດ ໃຫ້ມີຄວາມກົມກຽວ ລະຫວ່າງ ພື້ນຖານທິດສະດີ ແລະພຶດຕິກຳ ເພື່ອປະກອບເຄື່ອງມືອັນສຳຄັນໃນການຄົ້ນຄ້ວາວິທະຍາສາດ ໃຫ້ມີຄຸນນະພາບ ໃນນັ້ນ; ທ່ານ ປທ ວັນສີ ທອງມະນີວົງ ຫົວໜ້າຂະແໜງ ວິຊາການ ໄດ້ຜ່ານເອກະສານ ວ່າດ້ວຍການແນະນຳການຂຽນບົດວິທະຍາສາດ, ເຊິ່ງໄດ້ແບ່ງບົດອອກເປັນ 7 ຫົວຂໍ້ນຳຄື:1. ຍົກສູງວຽກງານແນວຄິດທິດສະດີຂອງພັກ ຢູ່ແຂວງຊຽງຂວາງ, ຫົວຂໍ້ 2. ສົ່ງເສີມການທ່ອງທ່ຽວແບບມີສ່ວນຮ່ວມຂອງປະຊາຊົນ ຢູ່ແຂວງຊຽງຂວາງ, ຫົວຂໍ້ 3. ຍົກສູງບົດບາດໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ໃນໄລຍະໃໝ່, ຫົວຂໍ້ 4. ຄຸ້ມຄອງປະເມີນການຮຽນ-ການສອນ ຢູ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ, ຫົວຂໍ້ 5. ພັດທະນາຄູໜຸ່ມ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ, ຫົວຂໍ້ 6. ຍົກສູງຄຸນນະພາບ ການເຝິກອົມຮົມທິດສະດີການເມືອງ ແລະການປົກຄອງ ໃຫ້ແກ່ຄະນະພັກອົງການປົກຄອງຂັ້ນບ້ານ ຢູ່ແຂວງຊຽງຂວາງ, ຫົວຂໍ້ 7. ພັດທະນາວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ຢູ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ.

ຂ່າວ/ພາບ: ທ່ານ ຄອນສະຫວັນ ສຸວັນດີ
ບັນນາທິການ: ປທ ບຸນປັນ ສຸມຸນທອງ