ເພື່ອເຮັດໃຫ້ການຈັດຕັ້ງເຄື່ອນໄຫວວຽກງານໃຫ້ໄປຕາມແຜນການທີ່ໄດ້ວາງໄວ້, ຄະນະຮັບຜິດຊອບການລົງກໍ່ສ້າງຮາກຖານການເມືອງ ຂອງສະຖາບັນໄດ້ແຕ່ງຕັ້ງ ແລະຈັດແບ່ງໜ່ວຍການລົງຝຶກງານ ຂອງນັກສຶກສາລະບົບປະລິນຍາຕີ ຮຸ່ນທີ 25 ຢູ່ກຸ່ມບ້ານ ເມືອງທຸລະ ຄົມ ແຂວງວຽງຈັນ, ເຊິ່ງແບ່ງອອກເປັນ 13 ໜ່ວຍ ເພື່ອລົງຝຶກງານກໍ່ສ້າງຮາກຖານຈໍານວນ 13 ບ້ານ. ໃນນັ້ນ: ປະກອບມີ: ອາຈານຊີ້ນໍາປະຈໍາແຕ່ລະບ້ານຈໍານວນ 13 ສະຫາຍ, ນາຍບ້ານຈໍານວນ 13 ສະຫາຍ ແລະນັກສຶກສາຈໍານວນ 119 ສະຫາຍ, ລວມທັງໝົດ 145 ສະຫາຍ. ເຊິ່ງໃນນັ້ນ ໜ່ວຍໜຶ່ງຈະປະກອບມີອາຈານຊີ້ນໍາ 1 ສະຫາຍ, ນາຍບ້ານ 1 ສະຫາຍ ແລະນັກສຶກສາສະເລ່ຍ 8-10 ສະຫາຍຕໍ່ໜ່ວຍ. ໃນແຕ່ລະໜ່ວຍກໍ່ໄດ້ແຕ່ງຕັ້ງຫົວໜ້າ ແລະຮອງເພື່ອນໍາພາ-ຊີ້ນໍາການເຄື່ອນໄຫວວຽກງານໃນ 4 ກຸ່ມວຽກຄື:ວຽກງານການເມືອງ, ວຽກງານເສດຖະກິດ, ວຽກງານວັດທະນະທໍາ-ສັງຄົມ ແລະວຽກປກຊ-ປກສ.ເຊິ່ງໄດ້ເລີ່ມແຕ່ວັນທີ 3 ພຶດສະພາຈົນເຖິງວັນທີ 15 ມິຖຸນາຈຶ່ງສຳເລັດ.

ສະນັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຈຶ່ງໄດ້ສະຫຼຸບການຈັດຕັ້ງປະຕິບັດການລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາປະລິນຍາຕີຮຸ່ນທີ XXV ຢູ່ເມືອງທຸລະຄົມແຂວງວຽງຈັນໃນວັນທີ 24 ມິຖຸນາທີ່ສະໂມ ສອນ ສມປຊ ,ໂດຍການເຂົ້າຮ່ວມເປັນປະທານຂອງທ່ານປອດາວສະຫວັນເຄອມີໄຊຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ພ້ອມດ້ວຍ ທ່ານປອ ນ. ໄກສອນ ຈັນສີນາ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ແລະທ່ານ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ, ປະທານກວດກາ, ຮອງເຈົ້າເມືອງໆທຸລະຄົມ, ມີຕາງໜ້າຄະນະອຳ ນາດການປົກຄອງບ້ານ 13 ບ້ານ ແລະ ນັກສຶກສາປະລິນຍາຕີ ຮຸ່ນທີ XXV ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານບົດສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດການລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາປະລິນຍາຕີ ຮຸ່ນທີ XXV ຢູ່ເມືອງທຸລະຄົມ ແຂວງວຽງຈັນໂດຍອີງຕາມການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງຄະນະທີມງານລົງກໍ່ສ້າງຮາກຖານການເມືອງ ໃນຈໍານວນ 13 ບ້ານ ເຫັນວ່າແຕ່ລະຄະນະໄດ້ເອົາໃຈໃສ່ຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນປະຕິ ບັດຕາມ 4 ເນື້ອໃນ 4 ຄາດໝາຍ ຂອງຄໍາສັ່ງຂອງນາຍົກລັດຖະມົນຕີ, ສະບັບເລກທີ 34/ນຍ, ລົງວັນທີ 23/8/2016 ວ່າດ້ວຍທິດທາງ, ເປົ້າໝາຍ ແລະມາດຕະການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ,​ ສ້າງບ້ານເປັນຫົວໜ່ວຍພັດທະນາ ໂດຍສຸມໃສ່ປະຕິບັດວຽກງານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະວຽກງານທີ່ປິ່ນອ້ອມຢ່າງເປັນຂະບວນຟົດຟື້ນ ແລະສາມາດຍາດໄດ້ຜົນສໍາເລັດຈໍານວນໜຶ່ງທີ່ໜ້າເພິ່ງພໍໃຈ, ເຊິ່ງມັນໄດ້ສະແດງອອກໃນການຈັດຕັ້ງເຊື່ອມຊຶມເຜີຍແຜ່ບັນດານິຕິກໍາ ແລະເອ ກະສານມູນເຊື້ອວັນສໍາຄັນຕ່າງໆ ເປັນຕົ້ນແມ່ນ: ເອກະສານສໍາຄັນຂອງພັກ-ລັດ, ລະບຽບ, ກົດໝາຍຂອງລັດ, ແຈ້ງການແລະຂໍ້ກຳນົດຕ່າງໆ ຂອງເມືອງ ແລະບ້ານດ້ວຍຮູບການປະກາດທາງໂທລະໂຄງ, ຈັດພິທີປາຖະກະຖາ, ເລົ່າມູນເຊື້ອ ແລະຈັດຕັ້ງນຳພາຂະບວນການຕົວຈິງຢູ່ພາຍໃນບ້ານໄດ້ທັງໝົດ 43 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1471 ເທື່ອຄົນ, ຍິງ 753  ເທື່ອຄົນ. ຈັດຕັ້ງກອງປະຊຸມລວມກັບບັນດາຂະແໜງການຂອງບ້ານ 81 ຄັ້ງ, ຈຳນວນຜູ້ເຂົ້າຮ່ວມ 522 ເທື່ອຄົນ, ຍິງ 148ເທື່ອຄົນ, ປຸກລະດົມຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສະໜອງເອກະສານ​ຈໍ​ານວນ​ໜຶ່ງ​ໃນ​ການເຜີຍແຜ່ບັນດາເນື້ອໃນ ແລະວິທີການເຮັດວຽກຂອງອຳນາດການປົກຄອງບ້ານ, ບັນດາເນື້ອໃນ ແລະວິທີການສຶກສາອົບ ຮົມມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍພັກ. ຊ່ວຍປັບປຸງກົງຈັກການຈັດຕັ້ງບ້ານ, ມີກົງຈັກໃນການນໍາພາ-ຄຸ້ມຄອງເປັນລະ ບົບເປັນຕົ້ນແມ່ນຫົວໜ້າຈຸ, ຫົວໜ້າໜວ່ຍ ໄດ້ຈໍານວນ 13 ບ້ານເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານ ຢູ່ຂັ້ນບ້ານ ມີຄວາມສະດວກຂຶ້ນກວ່າເກົ່າ, ລົງເຄື່ອນໄຫວຕິດຕາມ-ກວດກາເວນຍາມ, ເກັບກໍາສະພາບການຕ່າງໆ ພາຍໃນບ້ານເປັນ ຕົ້ນແມ່ນການເຄື່ອນໄຫວຂອງຊາວໜຸ່ມ ແລະປະກົດ​ການ​ຫຍໍ້​ທໍ້​ອື່ນໆ ແລະໄດ້ຈັດຕັ້ງເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ແກ່ຊາວໜຸ່ມ, ນັກຮຽນໄດ້ທັງໝົດ 9 ຄັ້ງ, ມີຜູ້ເຂົ້າຮ່ວມ 652 ຄົນ, ຍິງ 288 ຄົນ. ເຂົ້າຮ່ວມປ້ອງກັນເວນຍາມ, ຕິດ ຕາມສະພາບຂີ້ລັກງັດແງະຮ່ວມກັບບ້ານໄດ້ທັງໝົດ 13 ຄັ້ງ, ເຂົ້າຮ່ວມໄກ່ເກ່ຍປະກົດການຫຍໍ້ທໍ້ພາຍໃນບ້ານໄດ້ຈຳນວນ 43 ຄັ້ງ. ສົມທົບກັບອົງການປົກຄອງບ້ານຊ່ວຍປຸກລະດົມພໍ່ແມ່ປະຊາຊົນ ປະກອບສ່ວນເສຍເງິນບໍາລຸງເຂົ້າໃນວຽກງານ ປກສ-ປກຊ.

ຜ່ານການຕິດຕາມກວດກາແລະປະເມີນຜົນ ການຈັດຕັ້ງປະຕິບັດການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາ ໂດຍລວມແລ້ວເຫັນໄດ້ວ່າ ຢູ່ໃນລະດັບດີ ເຊິ່ງສະແດງອອກດັ່ງນີ້:

ລ/ດເນື້ອໃນການປະເມີນຄະແນນສະເລ່ຍປະເພດ
1ການລົງນໍາພາ-ຊີ້ນໍາ, ຕິດຕາມ, ຊຸກຍູ້ຂອງຄະນະຮັບຜິດຊອບ ສະຖາບັນ ການເມືອງ ແລະ ການປົກຄອງແຫ່ງຊາດ3,88ດີ
2ການລົງນໍາພາ-ຊີ້ນໍາ, ຕິດຕາມ ຊຸກຍູ້ ຂອງຄະນະຮັບຜິດຊອບເມືອງທຸລະຄົມ3,87ດີ
3ກົນໄກປະສານງານ ລະຫວ່າງ ຄະນະຮັບຜິດຊອບ ເມືອງທຸລະຄົມ ແລະສມປຊ3,90ດີ
4ກົນໄກປະສານງານ ລະຫວ່າງ ຄະນະບ້ານ, ອາຈານຊີ້ນໍາ ແລະນັກສຶກສາ3,86ດີ
5ການເຄື່ອນໄຫວເຮັດວຽກຮ່ວມກັບ ຄູ-ອາຈານ ແລະນັກສຶກສາພາຍໃນບ້ານ3,79ດີ
6ການເຄື່ອນໄຫວເຮັດວຽກງານຕ່າງໆ ຂອງນັກສຶກສາ3,75ດີ
7ການເຄື່ອນໄຫວກິດຈະກໍາຕ່າງໆ ຂອງນັກສຶກສາ3,80ດີ
8ການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາຄັ້ງນີ້ ໄດ້ມີການພັດທະນາ3,90ດີ
9ອົງການປົກຄອງ ຂັ້ນບ້ານ ໄດ້ມີການພັດທະນາ3,85ດີ
10ປະຊາຊົນພາຍໃນບ້ານມີຄວາມຮັບຮູ້, ເຂົ້າໃຈ ແລະໃຫ້ຄວາມສໍາຄັນຕໍ່ການລົງເຄື່ອນໄຫວ ກໍ່ສ້າງຮາກຖານ ຂອງນັກສຶກສາ ໃນຄັ້ງນີ້3,90ດີ
11ດ້ານຄວາມຮັບຮູ້ ໃນການເຄື່ອນໄຫວກໍ່ສ້າງຮາກຖານໃນຄັ້ງນີ້3,75ດີ
12ດ້ານທັກສະ ໃນການເຄື່ອນໄຫວລົງກໍ່ສ້າງຮາກຖານໃນຄັ້ງນີ້3,70ດີ
13ດ້ານການນໍາໃຊ້ທິດສະດີ ເຂົ້າໃນພຶດຕິກໍາຕົວຈິງ3,77ດີ
14ດ້ານທັດສະທາງສັງຄົມ ໃນການລົງເຄື່ອນໄຫວກໍ່ສ້າງຮາກຖານໃນຄັ້ງນີ້3,79ດີ
15ການສະໜອງສິ່ງອໍານວຍຄວາມສະດວກຕ່າງໆ ແລະການຮ່ວມມື ຂອງບ້ານ3,85ດີ
16ຜົນການໄດ້ຮັບໃນການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້9,87ດີ

ໃນພິທີ, ໄດ້ໄດ້ມອບໃບຍ້ອງຍໍ, ໃບຊົມເຊີຍຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃຫ້ບັນດາຜູ້ປະກອບສ່ວນຊ່ວຍລົງຊຸກຍູ້,​ ຊ່ວຍເຫຼືອທາງດ້ານວັດຖຸ, ຈິດໃຈ ຕໍ່ຄະນະຮັບຜິດຊອບ ແລະຜູ້ອຸປະຖໍາຂອງເມືອງ ແລະບ້ານ ຈໍານວນ 31 ທ່ານ, ໃຫ້ຄະນະຄູ-ອາຈານ ຈໍານວນ 20​ ທ່ານ ແລະນັກສຶກສາ, ນັກທຸລະກິດຈໍານວນ 125 ທ່ານ. 

ທ່ານ ປອ ດາວສະຫວັນ ເຄືອມີໄຊໄດ້ໂອ້ລົມ ແລະໃຫ້ທິດຊີ້ນຳຕໍ່ກັບການຈັດຕັ້ງປະຕິບັດການລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາປະລິນຍາຕີຮຸ່ນທີ XXV ຢູ່ເມືອງທຸລະຄົມແຂວງວຽງຈັນວ່າ: ເພື່ອເປັນການສືບຕໍ່ເສີມຂະຫຍາຍຜົນສຳເລັດ, ບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ ຂ້າພະເຈົ້າຮຽກຮ້ອງມາຍັງຄະນະຮັບຜິດຊອບ ສືບຕໍ່ຄົ້ນຄວ້າຖອດໃຫ້ໄດ້ອັນດີທີ່ເປັນພື້ນຖານ, ບັນຫາຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ, ຊອກໃຫ້ເຫັນສາເຫດທີ່ແທ້ຈິງຂອງບັນຫາ; ຕີລາຄາໃຫ້ຊັດເຈນວ່າອັນທີ່ເຮົາໄດ້ຈາກບັ້ນລົງຮາກຖານຄັ້ງນີ້ແມ່ນຫຍັງແທ້? ອັນໃດທີ່ຕ້ອງລາຍງານໃຫ້ຄະນະພັກ, ຄະນະນໍາຊີ້ນຳແກ້ໄຂ ເພື່ອຈະເປັນພື້ນຖານເປັນຖານ ໃຫ້ແກ່ບັ້ນລົງຮາກຖານຂອງນັກສຶກສາ ໃນປີຕໍ່ໄປ.

ທ່ານໄດ້ກ່າວຕື່ມວ່າ: ຕາງໜ້າໃຫ້ແກ່ຄະນະພັກ, ຄະນະອຳນວຍການ ຂໍສະແດງ ຄວາມຂອບອົກຂອບໃຈຢ່າງສູງ ມາຍັງຄະນະພັກຄະນະປະຈຳພັກແຂວງວຽງຈັນ, ຄະນະພັກ, ອໍານາດການປົກຄອງ ເມືອງທຸລະຄົມ ຕະຫຼອດຮອດອໍານາດການປົກຄອງກຸ່ມບ້ານ ແລະບ້ານຈຳນວນ 13 ບ້ານ ທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫຼືອ ສ້າງເງື່ອນໄຂທຸກດ້ານຈົນເຮັດໃຫ້ບັ້ນລົງຮາກຖານໃນຄັ້ງນີ້ມີຜົນສຳເລັດເປັນຢ່າງສູງ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ