ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ປິດຊຸດຮຽນທິດສະດີການເມືອງ-ການປົກຄອງລະບົບຊັ້ນຕົ້ນ ຮຸ່ນທີ VIII
ວັນທີ 29 ມີນາ 2022 ຢູ່ທີ່ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຫຼວງນ້ຳທາໄດ້ປິດຊຸດຮຽນທິດສະດີການເມືອງ-ການປົກຄອງລະບົບຊັ້ນຕົ້ນ ຮຸ່ນທີ VIII, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສີວິໄລ ປັນແກ້ວ ກໍາມະການປະຈໍາພັກແຂວງ, ປະທານກວດກາພັກ-ອົງການກວດກາລັດ ຜູ້ຊີ້ນຳໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຫຼວງນ້ຳທາ, ສະຫາຍ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຫຼວງນ້ຳທາ, ພ້ອມດ້ວຍແຂກຖືກເຊີນ, ມີຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ສະຫາຍ ຄຳຟອງ ລາດສະພົນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຫຼວງນ້ຳທາໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນໃນໄລຍະຜ່ານມາຂອງໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຫຼວງນ້ຳທາ ຊຶ່ງໄດ້ເລີ່ມການຮຽນ-ການສອນທິດສະດີການເມືອງ-ການປົກຄອງ…
