ເນື່ອງໃນໂອກາດ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (ວັນທີ 13 ທັນວາ 1920 – ວັນທີ 13 ທັນວາ 2022) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນຳໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະ ແລະຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຕ່າງໆ, ຕາງໜ້າຄະນະພັກ, ຄະນະຫ້ອງ ນັກສຶກສາ ວາງກະຕ່າດອກໄມ້ ເພື່ອລະນຶກເຖິງ ຄຸນງາມຄວາມດີຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນທັງຊາດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ