ໃນວັນທີ 5-6 ທັນວາ 2022 ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫາຍ ສຈ ປອ ຫງວຽນ ຊວນ ຖັງ ກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍຄະນະ 12 ສະຫາຍ, ສະຫາຍ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງ ພັກ-ລັດ ສປປ ລາວ ຄື:
1). ເຂົ້າຢ້ຽມຂ່ຳນັບສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ ປະ​ເທດ ແຫ່ງ ສ​ປ​ປ ​ລາວ (ຫ້ອງວ່າການສູນກາງພັກ).

2). ສະຫາຍ ບຸນທອງ ຈິດມະນີ  ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ. (ຫ້ອງວ່າການສູນກາງພັກ).

3). ສະຫາຍ  ພັນ​ຄຳ ວິ​ພາ​ວັນ ກຳມະການກົມການເມືອງສູນກາງພັກ, ນາ​ຍົກລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ​ລາວ (ສຳນັກງານນາຍົກລັດຖະມົນຕີ).

ໃນໂອກາດນີ້ ບັນດາສະຫາຍການນຳພັກ-ລັດ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ທີ່ສອງສະຖາບັນ ຂອງສອງພັກຄື: ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສ​ປ​ປລາວ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ທີ່ໄດ້ເຄື່ອນໄຫວເຮັດວຽກຮ່ວມກັນຢ່າງເປັນປົກກະຕິຕໍ່ເນື່ອງ, ເຊິ່ງເຫັນໄດ້ວ່າມີຜົນສຳເລັດຫຼາຍດ້ານ ແລະ ໃນມີບາດກ້າວອັນໃໝ່ ເປັນຕົ້ນແມ່ນການບຳລຸງ, ກໍ່ສ້າງພະນັກງານໃຫ້ພັກ, ລັດ ສປປ ລາວ. ພ້ອມ​ກັນ​ນັ້ນ​ກໍ​ໄດ້​ເນັ້ນ​ໜັກ​ໃຫ້ ທັງ​ສອງ​ສະ​ຖາ​ບັນ ໃນຖານະເປັນສອງສະຖາບັນແຖວໜ້າຂອງສອງພັກ ປຶກສາຫາລືກັນ ເພື່ອຍົກສູງຄວາມສາມາດໃນການກໍ່ສ້າງ, ບຳລຸງພະນັກງານດ້ານທິດສະດີການເມືອງ, ຄົ້ນຄວ້າທິດສະດີ-ສະຫຼຸບພຶດຕິກຳ ປະກອບສ່ວນໃຫ້ແກ່ການບູລະນະແນວທາງໃຫ້ແກ່ສອງພັກ, ສອງລັດ;  ເນັ້ນ​ໜັກໃຫ້ສອງ​ສະພາທິດສະດີສູນກາງພັກ ປະສານສົມທົບກັນ ເພື່ອຮ່ວມກັນຄົ້ນຄວ້າ ແລກປ່ຽນບົດຮຽນດ້ານຕ່າງໆ ເປັນຕົ້ນແມ່ນການສ້າງໂຄງການການເມືອງຂອງພັກ; ການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ​ເນັ້ນ​ໜັກໃຫ້ສອງ​ສະ​ຖາ​ບັນກະກຽມຈັດຕັ້ງປະຕິບັດໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພາກໃຕ້ ຢູ່ແຂວງຈຳປາສັກໃຫ້ຮັບປະກັນຄຸນນະພາບ.

ຂ່າວ: ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ
ບັນນາທິການ: ປອ ດາວສະຫວັນ ເຄືອມີໄຊ
ຮູບພາບ: ຕາອັອດ ແສນທະວີສຸກ