ພາຍໃຕ້ບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ໃນວັນທີ 5 ພະຈິກ 2026 ຜ່ານມານີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສາມັນ ຄັ້ງທີ 1 ປີ 2026 ຂອງສະພາວິທະຍາສາດ ຊຸດທີ VI ຂຶ້ນຢ່າງເປັນທາງການ.

ກອງປະຊຸມອັນມີລັກສະນະຍຸດທະສາດຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍການເຂົ້າຮ່ວມຢ່າງພ້ອມພຽງຈາກບັນດາຄະນະປະຈຳສະພາວິທະຍາສາດ, ຄະນະນຳ ສມປຊ, ພ້ອມດ້ວຍສະມາຊິກສະພາວິທະຍາສາດ ຊຸດທີ VI ຊຶ່ງເປັນຜູ້ຊ່ຽວຊານ, ນັກວິທະຍາສາດ ແລະ ບຸກຄະລາກອນຫຼັກແຫຼ່ງຈາກ ບັນດາກະຊວງ, ອົງການ ແລະ ວິທະຍາຄານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ກອງປະຊຸມໄດ້ເລີ່ມຕົ້ນຂຶ້ນ ຊຶ່ງດຳເນີນການໂດຍ ປອ.ນ. ດວງຈັນ ນັນທາ ຮອງຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ເປັນຜູ້ສະເໜີແຂກເຂົ້າຮ່ວມ ແລະ ກ່າວຈຸດປະສົງຂອງກອງປະຊຸມ. ຈາກນັ້ນ, ທ່ານ ປອ. ອານຸພາບ ຕຸນາລົມ ປະທານກອງປະຊຸມ ໄດ້ມີຄຳເຫັນກ່າວເປີດ ແລະ ແນະນຳເນື້ອໃນສຳຄັນຂອງກອງປະຊຸມ ໂດຍເນັ້ນໜັກເຖິງຄວາມສຳຄັນຂອງວຽກງານວິທະຍາສາດ, ການຄົ້ນຄວ້າທິດສະດີ ແລະ ການຍົກລະດັບຄຸນນະພາບຂອງຄູ-ອາຈານ ຊຶ່ງເປັນຫົວໃຈສຳຄັນໃນການ ບຳລຸງສ້າງພະນັກງານນຳພາ-ຄຸ້ມຄອງ ໃຫ້ມີຄຸນສົມບັດສິນົມປະຕິວັດ ແລະ ຄວາມຮູ້ຄວາມສາມາດຮອບດ້ານ.

ຈຸດເລີ່ມຕົ້ນອັນເປັນມູນເຊື້ອທາງດ້ານການຈັດຕັ້ງ ແມ່ນການຜ່ານ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 222/ຄລສພ, ລົງວັນທີ 20 ຕຸລາ 2026 ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຄະນະປະຈຳ ແລະ ສະມາຊິກສະພາວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດທີ VI ໂດຍ ຮສ.ປອ. ດາວສະຫວັນ ເຄືອມີໄຊ.

ອີງຕາມມະຕິຕົກລົງດັ່ງກ່າວ, ສະພາວິທະຍາສາດ ຊຸດທີ VI ປະກອບມີ ສະມາຊິກທັງໝົດ 21 ທ່ານ (ຍິງ 03 ທ່ານ) ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງສູນກາງພັກ ໃນການເສີມຂະຫຍາຍບົດບາດການຄົ້ນຄວ້າວິທະຍາສາດ.

– ປະທານ: ທ່ານ ປອ. ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ຫົວໜ້າ ສມປຊ.

– ຮອງປະທານ (02 ທ່ານ): ທ່ານ ຮສ.ປອ. ດາວສະຫວັນ ເຄືອມີໄຊ (ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າ ສມປຊ) ແລະ ທ່ານ ປອ. ສີສົມພອນ ວົງພະຈັນ (ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສມປຊ).

– ຄະນະປະຈຳ (09 ທ່ານ, ຍິງ 03 ທ່ານ): ປະກອບມີບັນດາຮອງຫົວໜ້າສະຖາບັນ, ຫົວໜ້າສູນແນວຄິດ ໄກສອນ ພົມວິຫານ, ຫົວໜ້າຫ້ອງການ, ຕະຫຼອດຈົນເຖິງຫົວໜ້າຄະນະວິຊາຕ່າງໆ ພາຍໃນ ສມປຊ.

– ສະມາຊິກສະພາ (09 ທ່ານ): ປະກອບດ້ວຍບັນດາການນຳ ແລະ ຜູ້ຊ່ຽວຊານຈາກອົງການຈັດຕັ້ງສູນກາງພັກ, ມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ພ້ອມທັງບັນດາວິທະຍາຄານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ກອງປະຊຸມໄດ້ສຸມໃສ່ເນື້ອໃນທີ່ເປັນຫົວໃຈສຳຄັນດ້ານວິຊາການ ຄືການຜ່ານຜົນງານ ແລະ ພິຈາລະນາຮັບຮອງຕຳແໜ່ງຄູ-ອາຈານ ໃຫ້ແກ່ ພະນັກງານ-ຄູອາຈານ ທີ່ໄດ້ຜ່ານການຄົ້ນຄວ້າ ແລະ ປະຕິບັດມາດຖານເງື່ອນໄຂຢ່າງເຂັ້ມງວດ ຜ່ານການລາຍງານຂອງ ທ່ານ ຄໍາໄຊ ມະນີລຸນ:

1. ການພິຈາລະນາຕຳແໜ່ງຄູ ຂັ້ນຜູ້ຊ່ວຍອາຈານ: ມີຈຳນວນ 4 ທ່ານ (ຍິງ 1 ທ່ານ).

2. ການພິຈາລະນາຕຳແໜ່ງຄູ ຂັ້ນອາຈານ: ມີຈຳນວນ 4 ທ່ານ (ຍິງ 3 ທ່ານ).

3. ການພິຈາລະນາຕຳແໜ່ງຄູ ຂັ້ນຮອງສາດສະດາຈານ: ມີຈຳນວນ 8 ທ່ານ (ຍິງ 2 ທ່ານ).

ໃນວາລະດັ່ງກ່າວ, ບັນດາສະມາຊິກສະພາວິທະຍາສາດ ໄດ້ ປະກອບຄໍາເຫັນ, ຊີ້ແຈງຄໍາຖາມເຈາະຈິ້ມ (ດ້ວຍບັນຍາກາດປະຊາທິປະໄຕ, ຕັ້ງໜ້າ, ໂປ່ງໃສ ແລະ ເຂັ້ມງວດຕາມຫຼັກການວິທະຍາສາດ ພ້ອມທັງໄດ້ລົງມະຕິຮັບຮອງຢ່າງເປັນເອກະສັນ. ຜົນການລົງປະຊາມະຕິ ໄດ້ຖືກລາຍງານຕໍ່ກອງປະຊຸມໂດຍກອງເລຂາ, ເຊິ່ງເປັນການຢັ້ງຢືນເຖິງມາດຕະຖານ ແລະ ຄຸນນະພາບທາງດ້ານວິຊາການຂອງບຸກຄະລາກອນ ສມປຊ ທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ທັງດ້ານຈຳນວນ ແລະ ຄຸນນະພາບ.

ກ່ອນຈະສິ້ນສຸດລົງ, ທ່ານ ປອ. ອານຸພາບ ຕຸນາລົມ ໄດ້ມີຄຳເຫັນໂອ້ລົມ ແລະ ກ່າວປິດກອງປະຊຸມ ໂດຍໄດ້ເນັ້ນໜັກເຖິງພາລະບົດບາດອັນໜັກໜ່ວງ ແຕ່ມີເກຍກຽດສະຫງ່າຂອງສະພາວິທະຍາສາດ ສມປຊ ໃນການເປັນເສນາທິການໃຫ້ແแก่ພັກ ແລະ ລັດ ດ້ານວຽກງານທິດສະດີການເມືອງ, ການຄົ້ນຄວ້າວິທະຍາສາດສັງຄົມ ແລະ ການປັບປຸງຄຸນນະພາບການຮຽນ-ການສອນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ພິທີດັ່ງກ່າວໄດ້ດຳເນີນໄປຈົນຮອດເວລາ 12:00 ໂມງ ແລະ ປິດລົງຢ່າງຈົບງາມ ດ້ວຍບັນຍາກາດ ຜັນຂະຫຍາຍມະຕິສຳຄັນຂອງພັກ ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງ ພາຍຫຼັງການກ່າວຂອບໃຈຜູ້ເຂົ້າຮ່ວມກອງປະຊຸມໂດຍ ປອ.ນ. ດວງຈັນ ນັນທາ
———————————————-
ຂ່າວ/ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ