ໃນຕອນເຊົ້າຂອງວັນທີ 12 ທັນວາ ປີ 2022 ທີ່ບ້ານສາຍນ້ຳທິບ ເມືອງນາແລ ແຂວງ ຫຼວງນ້ຳທາ ໄດ້ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ຊຸດທີ III ໃຫ້ແກ່ເລຂາຄະນະພັກບ້ານ ຢູ່ເມືອງນາແລ ແຂວງຫຼວງນ້ຳທາ ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເປັນກຽດເຂົ້າຮ່ວມໂດຍມີ: ທ່ານ ບຸນປີ ໄລປະເສີດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆ ນາແລ, ມີບັນດາຄູ-ອາຈານ, ຄະນະຮັບຜິດຊອບຂັ້ນເມືອງ, ມີສຳມະນາກອນເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 3 ທ່ານ.

         ເນື່ອງໃນໂອກາດດັ່ງກ່າວ ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໄດ້ກ່າວເປີດພິທີຢ່າງເປັນທາງການ, ທ່ານໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນໃນການຝຶກອົບຮົມທິດສະດີການເມືອງ-ການປົກຄອງ ຢູ່ຂັ້ນຮາກຖານບ້ານໃນສະເພາະໜ້າ ແລະຍາວນານ, ການຍົກສູງສະຕິຕື່ນຕົວໃນການສຶກສາຮ່ຳຮຽນທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ແລະໃຫ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະເພື່ອຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງຢູ່ຂັ້ນຮາກຖານ. ພ້ອມກັນນັ້ນ, ທ່ານຍັງໄດ້ກ່າວຄຳຂອບອົກຂອບໃຈ ມາຍັງຄະນະນຳຂັ້ນເມືອງ ຕະຫຼອດຮອດສຳມະນາກອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

         ທ່ານ ແອທອງ ບຸນຖາວອນ ຮອງຂະແໜງວິຊາການ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຜ່ານທິດທາງແຜນການຝຶກອົບຮົມໄລຍະສັ້ນ ທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ຊຸດທີ III ໃຫ້ເລຂາຄະນະພັກບ້ານ, ນາຍບ້ານ ເຊິ່ງການຝຶກອົບຮົມຄັ້ງນີ້ ຈະໃຊ້ເວລາຮຽນທັງໝົດ 87 ຊົ່ວໂມງ ໃນນັ້ນຊົ່ວໂມງຂຶ້ນຫ້ອງຟັງບັນຍາຍຕົວຈິງ 64 ຊົ່ວໂມງ, ຄົ້ນຄວ້າສຳມະນາ ແລະແກ້ຂໍ້ຂ້ອງໃຈ ທັງໝົດ 11 ຊົ່ວໂມງ, ກວດກາປະເມີນຜົນ 12 ຊົ່ວໂມງ ລວມມີ 3 ກຸ່ມວິຊາຄື: ກຸ່ມວິຊາທິດທາງລວມ ມີ 4 ບົດ, ກຸ່ມວິຊາວຽກງານພັກ 7 ບົດ, ວິຊາບໍລິຫານການປົກຄອງ 8 ບົດ. ນອກນັ້ນ ຍັງຈະໄດ້ເຄື່ອນໄຫວກິດຈະກຳແລກປ່ຽນບົດຮຽນອື່ນໆ ອີກ. ພາຍຫຼັງສຳເລັດການຮຽນຍັງມີການປະເມີນຄວາມຮັບຮູ້ຂອງສຳມະນາກອນອີກດ້ວຍ.

         ໃນຕອນທ້າຍ ຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ບຸນປີ ໄລປະເສີດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆ ນາແລ, ທ່ານ ໄດ້ເນັ້ນໜັກໃຫ້ສຳມະນາກອນ ຮັບຮູ້ເຖິງບົດບາດຄວາມສຳຄັນໃນການຮ່ຳຮຽນທິດສະດີການເມືອງ ແລະ ການປົກຄອງຢູ່ຂັ້ນຮາກຖານບ້ານ ເພື່ອແນໃສ່ປະຕິບັດໜ້າທີ່ການເມືອງໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດວາງອອກໃນແຕ່ລະໄລຍະ, ຮູ້ຈັກໝູນໃຊ້ທິດສະດີເຂົ້າໃນຊີວິດຕົວຈິງ, ມີສະຕິຕໍ່ການຈັດຕັ້ງ ພ້ອມທັງເປັນເຈົ້າການໃນການຕ້ານປະກົດການຫຍໍ້ທໍ້ອື່ນໆ ທີ່ມັກເກີດຂຶ້ນຢູ່ຂັ້ນຮາກຖານ.

ຂ່າວ/ພາບ: ປອ ວັນນະໄຊ ບຸນຖາວອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ