ໃນຕອນແລງວັນທີ 3 ພະຈິກ 2026 ນີ້ ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມເອກະສານ ຂອງພັກ, ຂໍ້ແຂ່ງຂັນ 3 ອົງການຈັດຕັ້ງມະຫາຊົນ ແລະປະເມີນພະນັກງານ-ລັດຖະກອນ, ແຂ່ງຂັນ-ຍ້ອງຍໍ ປະຈໍາປີ 2026 ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍທ່ານ ບຸນຊູ ອິດທິພົນ ຮັກສາການຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີຄະນະພັກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວທ່ານ ບຸນຊູ ອິດທິພົນ ຮັກສາການຫົວໜ້າໂຮງຮຽນການເມືອ ແລະ ການປົກຄອງແຂວງ ໄດ້ຜ່ານຄໍາສັ່ງ ສະບັບເລກທີ 01/ກມສພ, ລົງວັນທີ 03/01/2028 ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄໍາແນະນໍາ ສະບັບເລກທີ 28/ຄຈສພ, ລົງວັນທີ 14/02/2025 ວ່າດ້ວຍການແນະນໍາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄໍາແນະນໍາ ສະບັບເລກທີ 07/ຄປພຂ, ລົງວັນທີ 11/06/2026 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະຕາງໜ້າ 3 ອົງການຈັດຕັ້ງຍັງໄດ້ຜ່ານຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ, ຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ, ຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກໍາມະບານລາວ ແລະທ່ານຍັງໄດ້ຮຽກຮ້ອງມາຍັງພະນັກງານ-ລັດຖະກອນ, ຄູ-ອາຈານທຸກສະຫາຍ ຈົ່ງຍຶດໝັ້ນໃນຫຼັກການ, ລະບຽບການ ຂອງລັດຖະກອນ, ມີຄວາມໂປ່ງໃສ, ຖືເອົາຜົນງານຕົວຈິງໃນການປະຕິບັດໜ້າທີ່ເປັນຫຼາວັດແທກ, ມີຄວາມຮັບຜິດຊອບ, ມີຄວາມສາມັກຄີ ເພື່ອຮັບປະກັນໃນການປະເມີນຜົນໃຫ້ໄດ້ຄຸນນະພາບ ແລະປະສິດທິຜົນດີຂຶ້ນ. ໃນພິທີ, ຄະນະຮັບຜິດຊອບໄດ້ຂຶ້ນຜ່ານບັນດາເອກະສານ ຄື: ແຈ້ງການ ສະບັບເລກທີ 153/ຄຈຂ, ຊຽງຂວາງ, ລົງວັນທີ 27 ຕຸລາ 2026, ເລື່ອງ: ການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະການປະເມີນຂໍ້ແຂ່ງຂັນຮັກຊາດ ແລະພັດທະນາ ປະຈໍາປີ 2026; ຄໍາແນະນໍາລະບັບເລກທີ 21/ຊຂ, ລົງວັນທີ 03 ພະຈິກ 2021 ວ່າດ້ວຍການຈັດຕັ້ງປະຕິບັດວຽກງານການແຂ່ງຂັນ-ຍ້ອງຍໍ; ດໍາລັດ ສະບັບເລກທີ 300/ລບ, ລົງວັນທີ 13 ກຸມພາ 2017 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ. ຈາກນັ້ນ, ບັນດາພະນັກງານ-ລັດຖະກອນທຸກສະຫາຍ ໄດ້ພ້ອມກັນໃຫ້ຄະແນນປະເມີນຜົນເຊິ່ງກັນ ແລະ ກັນ ທີ່ໄດ້ກໍານົດໄວ້. ຈຸດປະສົງ ເພື່ອກໍານົດຫຼັກການ ແລະລະບຽບການ ກ່ຽວກັບການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ, ແນໃສ່ໃຫ້ວຽກງານດໍາເນີນໄປຢ່າງເປັນລະບົບ, ຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ ແລະກົດໝາຍ ຂອງລັດ, ຮັບປະກັນຄວາມເປັນເອກະພາບ, ຄວາມໂປ່ງໃສ ແລະຖືກຕ້ອງກັບສະພາບຄວາມເປັນຈິງ, ມີປະສິດ ທິພາບ, ປະສິດທິຜົນ ໂດຍໃຫ້ໄດ້ຕາມມາດຖານການວັດແທກ, ການປະເມີນ ແລະການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ກໍານົດໄວ້, ແນໃສ່ການປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະກອນ ແຂ່ງຂັນການປະຕິ ບັດແຜນຈຸດສຸມໃນແຕ່ລະປີໃຫ້ມີຂະບວນຟົດຟື້ນ, ປົກກະຕິ ແລະຕໍ່ເນື່ອງ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມ, ສົ່ງເສີມຊຸກຍູ້ວຽກດີ-ຄົນເດັ່ນ, ຄົ້ນຫາພະນັກງານ-ລັດຖະກອນທີ່ມີຜົນງານດີເດັ່ນ ສ້າງເປັນພະນັກງານສືບທອດປ່ຽນແທນ ໂດຍຜ່ານຂະບວນການແຂ່ງຂັນທີ່ມີການຈັດຕັ້ງ, ມີເນື້ອໃນ, ມີຄາດໝາຍສູ້ຊົນທີ່ຈະແຈ້ງ ແລະເຮັດໃຫ້ການແຂ່ງຂັນຮັກຊາດ ແລະພັດທະນາ ມີການປ່ຽນແປງຢ່າງແຂງແຮງ ແລະເລິກເຊິ່ງ.
————————————–
ຂ່າວ/ພາບ: ນາງ ຄໍາເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ