ໃນຕອນເຊົ້າວັນທີ 6 ທັນວາ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມຄະນະ ໄດ້ເປີດກອງປະຊຸມພົບປະ, ແລກປ່ຽນ ຮ່ວມກັບສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ຊຶ່ງນຳໂດຍ ສະຫາຍ ຫງວຽນ ຊວນຖັງ ກຳມະການກົມການເມືອງສູນກາງພັກ ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ.

         ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ລາຍງານພາລະບົດບາດ, ໜ້າທີ່ຂອງຕົນ ໃນດ້ານການຄົ້ນຄວ້າວິທະຍາສາດ ແລະໃຫ້ຄຳປຶກສາແກ່ສູນກາງພັກ ເປັນຕົ້ນແມ່ນຄົ້ນຄວ້າຫົວຂໍ້ສະຫຼຸບ ທິດສະດີ ແລະພຶດຕິກໍາ ກ່ຽວກັບ 9 ປະຖົມປັດໄຈ ກ້າວຂຶ້ນສັງຄົມນິຍົມ; ສຸມໃສ່ຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຊິ່ງວ່າພວກເຮົາຫາກໍໄດ້ຮັບຮອງເອົາຜົນການຄົ້ນຄວ້າ ໃນ 9 ເນື້ອໃນໃຫຍ່ ແລະກະກຽມປະກາດຜົນໃນໄວໆນີ້.

         ການພົບປະສອງຝ່າຍດັ່ງກ່າວ, ທ່ານຍັງໄດ້ຕາງໜ້າສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ; ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ກັບຜົນສໍາເລັດໃນການຮ່ວມມືທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນີ້ກໍ່ມີບາງຄໍາເຫັນແລກປ່ຽນ ເພື່ອສືບຕໍ່ຜັນຂະຫຍາຍບົດບັນທຶກການຮ່ວມມືລະຫວ່າງສອງສະພາ ທິດສະດີສູນກາງພັກ ໄລຍະ 2022 -2026 ດັ່ງນີ້:

         1). ສືບຕໍ່ປະສານສົມທົບ ຈັດຕັ້ງການຄົ້ນຄວ້າວິທະຍາສາດໂດຍຕິດພັນເນື້ອໃນມະຕິກອງປະຊຸມໃຫຍ່ ຂອງສອງພັກ; ປຶກສາຫາລືຫົວຂໍ້ຄົ້ນຄວ້າແຕ່ຫົວທີ ເພື່ອມອບໝາຍໃຫ້ນັກວິທະຍາສາດຄົ້ນຄວ້າໃຫ້ເລິກເຊິ່ງ.

         2). ສອງສະພາທິດສະດີເອົາໃຈໃສ່ວຽກງານແລກປ່ຽນຂໍ້ມູນຂ່າວສານ ໃຫ້ເປັນປົກກະຕິ, ເປັນຕົ້ນແມ່ນການແລກປ່ຽນຜົນການຄົ້ນຄວ້າໃໝ່ໆ, ມີລັກສະນະເຫດການ ເພື່ອໃຫ້ສອງຝ່າຍໄດ້ຄົ້ນຄວ້າ ໃຫ້ຄຳປຶກສາແກ່ສູນກາງພັກ. ພ້ອມນີ້ ກໍສະເໜີສອງສະພາທິດສະດີພວກເຮົາ ມີວິທີການເພື່ອຍົກສູງຂີດຄວາມສາມາດໃນການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກໍາ ໃຫ້ແກ່ນັກວິທະຍາສາດຂອງພວກຂ້າພະເຈົ້າ.

         3). ສະເໜີສະພາທິດສະດີສູນກາງພັກ ສສ ຫວຽດນາມ ສ້າງເງື່ອນໄຂໃຫ້ແກ່ພວກຂ້າພະເຈົ້າ ໄດ້ໄປແລກປ່ຽນບົດຮຽນ ກ່ຽວກັບການສ້າງໂຄງການການເມືອງຂອງພັກ.

         4). ວຽກງານຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເປັນວຽກງານໜຶ່ງທີ່ສູນກາງມອບໝາຍ ໃຫ້ສະພາທິດສະດີ ເປັນຜູ້ຮັບຜິດຊອບ ໂດຍແມ່ນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນເສນາທິການ ແລະເປັນກຳລັງຫຼັກ, ໃນນາມສະພາທິດສະດີ ກໍ່ຢາກສະເໜີໃຫ້ມີການປະສານ ສົມທົບຄົ້ນຄວ້າ, ອາດຈະມອບໃຫ້ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ລາວ ກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເປັນຈຸດໃຈກາງ.

         5). ສອງສະພາທິດສະດີຄວນສ້າງກົນໄກປະສານງານໂດຍກົງ ເພື່ອແລກປ່ຽນບັນຫາຕ່າງໆ ໃຫ້ມີຄວາມສະດວກ, ວ່ອງໄວ ໂດຍສະເພາະແມ່ນການປະສານງານ ຂອງສອງຫ້ອງການສະພາທິດສະດີ, ສອງຄະນະ ເລຂາທິການວິທະຍາສາດ ຫຼື ລະຫວ່າງຄະນະກໍາມະການດ້ານຕ່າງໆ ອາດມີກົນໄກປະສານງານໂດຍກົງນຳກັນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ