Category: ຂ່າວ

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບໃບຢັ້ງຢືນ 4 ບຸກ ໃຫ້ແກ່ ຊາວໜຸ່ມຮາກຖານ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ-ກົມຄຸ້ມຄອງ ການຮຽນ-ການສອນ

ໃນວັນ​ທີ 24 ມັງກອນ 2022, ເວລາ 13:30 ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີ​ ມ​ອບ-ຮັບ ​ໃບ​ຢັ້ງຢືນ 4 ບຸກ ​ໃຫ້ແກ່ ຊາວໜຸ່ມຮາກຖານ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ-ກົມຄຸ້ມຄອງ ການຮຽນ-ການສອນໂດຍການ​ເປັນປະທານຂອງ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະພັກ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ກຳມະການສູນກາງ ຊປປລ, ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ…

ແພດໝໍໂຮງໝໍເມືອງໄຊທານີ ລົງສັກວັກຊິນຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ການສັກວັກຊິນຕ້ານໂຄວິດ 19 ແມ່ນເປັນວິທີທີ່ດີໃນການສ້າງພູມຄຸ້ມກັນ ແລະສາມາດຫຼຸດຜ່ອນຄວາມຮຸນແຮງເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ19, ແລະຕັດຕ່ອງໂສ້ການແຜ່ລະບາດຂອງພະຍາດດັ່ງກ່າວ. ດັ່ງນັ້ນ, ແພດໝໍໂຮງໝໍເມືອງໄຊທານີ ໄດ້ລົງເຄຶ່ອນໄຫວສັກວັກຊິນ ຊື່ງນໍາໂດຍ: ທ່ານ ດຣ ນ. ດາວວີ ດວງບຸດດີ ອຳນວຍການໂຮງໝໍເມືອງໄຊທານີ ພ້ອມດ້ວຍແພດ 4 ທ່ານ ໄດ້ລົງເຄື່ອນໄຫວສັກວັກຊິນເຂັມທີ 3 ໃຫ້ພະນັກງານບຳນານ, ພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຕອນແລງຂອງວັນທີ 21…

ສໍາເລັດຊຸດເຝິກອົບຮົມພາສາຈີນ ຊຸດທີ I ໃຫ້ແກ່ ພະນັກງານ, ຄູ-ອາຈານ ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

  ຊຸດເຝິກອົບຮົມພາສາຈີນແມ່ນໂຄງການໜຶ່ງທີ່ນອນໃນວຽກງານ ຂອງຫ້ອງຮຽນຂົງຈືສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພາຍໃຕ້ຄວາມຮັບຜິດຊອບ ຂອງຫ້ອງການ ສມປຊ, ກົມຈັດຕັ້ງ-ພະນັກງານ ແລະສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ. ໂດຍໄດ້ຄັດເລືອກເອົາພະນັກງານ, ຄູ-ອາຈານຈາກບັນດາກົມຕ່າງໆເປັນຕົ້ນແມ່ນ: ຄະນະວິຊາ, ສູນ, ຫ້ອງການ ພາຍໃນ ສມປຊ ລວມທັງໝົດ 22 ທ່ານ, ຍິງ 8 ທ່ານ. ເລີ່ມຈັດຕັ້ງການຮຽນ-ການສອນ ຕັ້ງແຕ່ວັນທີ 10 ມີນາ 2021 ຈົນມາເຖິງເດືອນທັນວາ…

ໜ່ວຍ​ພັກຮາກຖານ ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ-ຄະນະປັດຊະຍາ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ

ໜ່ວຍ​ພັກຮາກຖານ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ-ຄະນະປັດຊະຍາ ​ໄດ້ຈັດ​ພິທີ​​ເລື່ອນ​ສະມາຊິກ​ພັກ​ສຳຮອງ​​ຂຶ້ນເປັນສະມາຊິກ​ພັກສົມ​ບູນ ຢູ່​ທີ່ຫ້ອງ​ປະຊຸມຂອງສູນຂໍ້ມູນຂ່າວສານ ການເມືອງ ແລະການປົກຄອງ ຊັ້ນ 5, ​ໂດຍ​ການ​ເປັນ​ປະທານ​ ຂອງ​ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ,ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.      ໃນ​ພິທີ​ດັ່ງກ່າວ ສະຫາຍ ວິໄລສິດ ພິມພັກດີ ຮອງຫົວໜ້າພະແນກພັກ-ປ້ອງກັນພັກ ​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍການ​ເລື່ອນສະມາຊິກ​ພັກ​ສຳຮອງ​​ເປັນສະມາຊິ​ກພັກສົມ​ບູນ 2 ສະຫາຍຄື: ສະຫາຍ ນ.…

ຂ່າວອື່ນໆ