ໃນຕອນແລງ ວັນທີ 2 ພຶດສະພາ 2023, ທີ່ ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີພິທີຮັບຊົມສາຍຮູບເງົາຈີນພາກພາສາລາວ ແລະຮັບຊົມສາລະຄະດີທາງລົດໄຟມິດຕະພາບລາວ-ຈີນ  ຈາກວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ ໃຫ້ກຽດຮັບຊົມໂດຍ: ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍພະນັກງານ, ຄູ-ອາຈານ, ນັກສຶກສາຂັ້ນສູງ 9 ເດືອນ ຮຸ່ນທີ I ແລະຮຸ່ນທີII 100 ກວ່າທ່ານ, ມີຄະນະວິທະຍຸໂທລະພາບສູນກາງຈີນ ປະຈໍາຢູ່ລາວ ນໍາພາຄະນະ ແລະທີມງານສາຍຮູບເງົາໂດຍ: ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນປະຈໍາລາວ.

ຮູບເງົາທີ່ນຳມາສາຍຄັ້ງນີ້ປະກອບມີ: ຮູບເງົາຈີນ ທີ່ພາກເປັນພາສາລາວເລື່ອງ: ຂ້າມແມ່ນໍ້າຢາລູ້ໄປ ແລະສາລະຄະດີກ່ຽວກັບທາງລົດໄຟ. ຜ່ານການຮັບຊົມຮູບເງົາຈີນທີ່ພາກພາສາລາວເລື່ອງ “ຂ້າມແມ່ນໍ້າຢາລູ້ໄປ”: ເປັນເລື່ອງທີ່ສ່ອງແສງເຖິງປະຫັວດຄວາມເປັນມາໃນການຕໍ່ສູ້ກູ້ຊາດ ແລະການປົດປ່ອຍປະເທດຊາດ ໃນເວລານັ້ນແມ່ນມີຄວາມຫຍຸ້ງຍາກຢູ່ພາຍໃນປະເທດຫຼາຍຢ່າງ. ແຕ່ພັກ-ລັດ ແລະກອງທັບປົດປ່ອຍປະຊາຊົນຈີນ ຍັງເດັດດ່ຽວເຮັດໜ້າທີ່ສາກົນກຳມະຊີບໃນການຊ່ວຍ ສປປ ເກົາຫຼີ ໃນການປົກປັກຮັກສາປະເທດຊາດອອກຈາກການຮຸກຮານຂອງພວກຈັກກະພັດ ແລະຍັງໄດ້ສະແດງໃຫ້ເຫັນເຖິງການນໍາພາ-ຊີ້ນຳ ຂອງພັກກອມມູນິດຈີນທີ່ເດັດດ່ຽວ ແລະມີການນໍາພາຂະບວນການຕໍ່ສູ້ຢ່າງແຂງແຮງ ສາມາດຍາດໄດ້ໄຊຊະນະຢ່າງສົມບູນ ຈົນສາມາດໄດ້ຮັບຜົນໄຊຊະນະຂອງກອງທັບປົດປ່ອຍປະຊາຊົນຈີນ ແລະໄດ້ກາຍເປັນບົດຮຽນອັນປະເສີດໃຫ້ແກ່ບັນດາປະເທດ ທີ່ຕໍ່ສູ້ເພື່ອຍາດເອົາເອກະລາດ.

ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ແລະກອງທັບກໍໄດ້ນໍາເອົາບົດຮຽນດັ່ງກ່າວມາໝູນໃຊ້ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດເພື່ອຍາດເອກະລາດ, ອະທິປະໄຕ ມາໃຫ້ປະເທດຊາດ, ປະຊາຊົນ ແລະສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

ສປປ ລາວ ແລະສປ ຈີນ ມີສາຍພົວພັນມິດຕະພາບອັນດີງາມຄົບຮອບ 62ປີໃນປີ 2023 ແລະການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ເປັນສາຍພົວພັນທີ່ສະໜິດແໜ້ນມີມູນເຊື້ອມາດົນນານ ເຊິ່ງໃນໄລຍະໃໝ່ນີ້ ກໍແມ່ນໝາກຜົນແຫ່ງຄວາມສາມັກຄີທີ່ພົ້ນເດັ່ນ ກໍຄືຜົນສໍາເລັດການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງເປັນຄັ້ງປະຫວັດສາດທີ່ບໍ່ເຄີຍມີມາໃນປະຫວັດສາດຂອງຊາດ ລາວ-ຈີນ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ