ກອງປະຊຸມສຳມະນາວິທະຍາສາດຮ່ວມ 4 ສະຖາບັນການສຶກສາຊັ້ນສູງ ຄັ້ງທີ IV ໃນຫົວຂໍ້: “ຄວາມເປັນລະບຽບຮຽບຮ້ອຍ, ປອດໄພຂອງສັງຄົມ ແມ່ນໜ້າທີ່ພື້ນຖານໃຫ້ແກ່ການພັດທະນາປະເທດຊາດໃນເງື່ອນໄຂໃໝ່”
ກອງປະຊຸມຄັ້ງນີ້; ແມ່ນກອງປະຊຸມສໍາມະນາວິທະຍາສາດທີ່ ໄດ້ຄົ້ນຄວ້າລົງເລິກ, ສ້າງຄວາມກະຈ່າງແຈ້ງທາງດ້ານວິທະຍາສາດ ກ່ຽວກັບຫົວຂໍ້: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນສະພາບການໃໝ່ ເພື່ອຕອບສະໜອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການ ຂອງວຽກງານການຄົ້ນຄ້ວາວິທະຍາສາດ ແລະເຕັກໂນໂລຊີຂອງຍຸກສະໄໝປັດຈຸບັນ, ເຊື່ອມໂຍງແລະການປະຕິວັດອຸດສາຫະກຳ 4.0 (ປະຕິວັດອຸດສາຫະກຳຄັ້ງທີ IV), ແນໃສ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ກໍ່ສ້າງພະນັກງານຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດກ້າວໄປສູ່ຄວາມຮັ່ງມີ, ເຂັ້ມແຂງ, ໂປ່ງໃສ, ຍຸຕິທຳ ແລະທີ່ສຳຄັນກອງປະຊຸມຄັ້ງນີ້ເປັນຄັ້ງທີ IV ທີ່ 4 ສະຖາບັນຮ່ວມກັນຈັດຂຶ້ນເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ V…
