ການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ ທີ່ເມືອງທຸລະຄົມ, ແຂວງວຽງຈັນ
ຜ່ານການຈັດຕັ້ງປະຕິບັດການລົງເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 1 ເດືອນ ພຶດສະພາ 2022 ແຕ່ລະໜ່ວຍສາມາດສັງລວມໂດຍຫຍໍ້ໄດ້ດັ່ງນີ້: 1. ແຕ່ລະໜ່ວຍແມ່ນ ແນະນໍາຕົນເອງຕໍ່ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ນອກນີ້ໄດ້ຮັບຟັງການລາຍງານສະພາບລວມ, ຈຸດພິເສດ ແລະການເຄື່ອນໄຫວແຕ່ລະວຽກຂອງບ້ານໃນໄລຍະຜ່ານມາ. 2. ຄູ-ອາຈານ ແລະນັກສຶກສາສົມທົບກັບອົງການປົກຄອງບ້ານ ສ້າງແຜນການເຄື່ອນ ໄຫວແຕ່ລະວຽກ ແລະ ຍັງໄດ້ແບ່ງຄະນະຮັບຜິດຊອບແຕ່ລະໜ້າວຽກພາຍໃນໜ່ວຍຕາມຄວາມເໝາະສົມ, ເພື່ອຄວາມສະດວກໃນການເຄື່ອນໄຫວວຽກງານຕົວຈິງ 3. ແຕ່ລະໜ່ວຍແມ່ນກະກຽມບົດລາຍງານປະຈໍາອາທິດທີ 1. ຕາງໜ້າແຕ່ລະໜ່ວຍ ແລະຕາງໜ້າອົງ ການປົກຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 1…
