ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດນໍ​າໂດຍ: ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ພ້ອມ​ດ້ວຍຕາງໜ້າຄະ​ນະ 12 ພາກສ່ວນຂອງ ສມປຊ ໄດ້ອວຍພອນ ສະຫາຍ ຫງວຽນ ບ໋າຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນ​ຕອນແລງວັນ​ທີ 29 ສິງຫາ 2023 ທີ່​ສະ​ຖານ​​ທູດ ສ​ສ ຫວຽດ​ນາມ ​ປະ​ຈຳ ສ​ປ​ປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 78 ປີ (2/9/1945-2/9/2023)  ແລະວັນການທູດ ສສ ຫວຽດນາມ ຄົບຮອບ 78 ປີ (28/8/1945 – 28/8/2023).

         ໃນໂອກາດດັ່ງກ່າວ, ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານ, ຄູ-ອາຈານ ສມປຊ ສະແດງຄວາມຊົມເຊີຍວັນສະຖາປະນາ ສສ ຫວຽດນາມ ແລະວັນການທູດ ສສ ຫວຽດນາມ ຄົບຮອບ 78 ປີ ຢ່າງສຸດໃຈ. ພ້ອມນັ້ນ, ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງໃນຫຼາຍດ້ານຂອງ ສສ ຫວຽດນາມ ທີ່ສາມາດຍາດມາໄດ້ຕະຫຼອດ 78 ປີ ຜ່ານມາເຊິ່ງເປັນຂະແໜງການນໍາໜ້າພາທາງທີ່ເຂັ້ມແຂງ, ເຮັດໃຫ້ບົດບາດຊື່ສຽງ ແລະອິດທິພົນຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ, ປະກອບສ່ວນອັນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສສ ຫວຽດນາມ ແລະທ່ານໄດ້ ຕີລາຄາສູງ ຕໍ່ການຊ່ວຍເຫຼືອ ໃນການປະກອບສ່ວນການຄົ້ນຄວ້າວິທະຍາສາດ, ການກໍ່ສ້າງພື້ນຖານໂຄງລ່າງ ສມປຊ ແລະອື່ນໆ ທີ່ມີຄຸນຄ່າຂອງ ສສ ຫວຽດນາມ ໃນໄລຍະຜ່ານມາ.

         ໃນໂອກາດດຽວກັນນີ້, ສະຫາຍ ຫງວຽນ ບ໋າຮຸ່ງ ກໍໄດ້ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ການມາອວຍພອນຄັ້ງນີ້ຂອງ ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ພ້ອມດ້ວຍຄະນະ ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ການໃຫ້ຄວາມສໍາຄັນອັນຈິງໃຈ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດຫວຽດນາມ-ລາວ ນັບມື້ຈະໄດ້ຮັບການຖະນຸຖະໜອມບໍາລຸງສ້າງ ແລະໄດ້ຮັບການເຊີດຊູຢ່າງບໍ່ຢຸດຢັ້ງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ