ໃນຕອນເຊົ້າວັນທີ 25 ສິງຫາ 2023 ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ໄດ້ຈັດພິທີປິດຊຸດຮຽນ ທິດສະດີການເມືອງຂັ້ນກາງ 6 ເດືອນ ຮຸ່ນທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງແຂວງ, ໃຫ້ກຽດເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ແລະທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງ ແຂວງໄຊສົມບູນ, ມີຄະນະພັກ, ຄະນະນໍາຂອງໂຮງຮຽການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ, ຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ບັນດາເມືອງ ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

         ໃນພິທີດັ່ງກ່າວ, ທ່ານ ຄໍາປານ ດວງພະຈັນ ຮອງຫົວໜ້າໂຮງຮຽການເມືອງ ແລະ ການປົກຄອງແຂວງໄຊສົມບູນ ໄດ້ຂຶ້ນຜ່ານບົດສະຫຼຸບຜົນຂອງການຈັດຕັ້ງປະຕິບັດການຮຽນ-ການສອນ ຕະຫຼອດໄລຍະ 6 ເດືອນນັບແຕ່ວັນທີ 10 ກຸມພາ 2023 ເປັນຕົ້ນມາ ໂດຍທ່ານກ່າວວ່າ: ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂັ້ນກາງໄລຍະ 6 ເດືອນໄດ້ມີ ຄູ-ອາຈານ ຂຶ້ນຫ້ອງສອນ 29 ທ່ານ, ຍິງ 01 ທ່ານ, ໃນນັ້ນ, ຄູ-ອາຈານຮັບເຊີນມີ 22 ທ່ານ, ຍິງ 01 ທ່ານ, ມີນັກສຶກສາຈຳນວນ 60 ທ່ານ, ຍິງ 8 ທ່ານເຊິ່ງມາຈາກພະແນກການ, ອົງການ, ກົມກອງຂອງແຂວງ 18 ທ່ານ, ຍິງ 2ທ່ານ, ມາຈາກບັນດາຫ້ອງການຂອງເມືອງ 42 ທ່ານ, ຍິງ 6 ທ່ານ; ໂດຍໂຄງການຫຼັກສູດປະກອບມີ 6 ກຸ່ມວິຊາໃຫຍ່ແລະ ມີ 13 ວິຊາຍ່ອຍ ແລະ ກຸ່ມວິຊາບັງຄັບ 4 ຫົວຂໍ້, ຈຳນວນຮຽນທັງໝົດມີ 135 ວັນ, ເທົ່າກັບ 945 ຊົ່ວໂມງ, ໃນນີ້ຮຽນຕົວຈິງ 102 ວັນ, ເທົ່າກັບ 714 ຊົ່ວໂມງເປັນຕົ້ນແມ່ນການບັນລະຍາຍ, ສຳມະນາ, ແກ້ຂໍ້ຂ້ອງໃຈ, ຂຽນບົດເກັບກ່ຽວ, ເສັງຂຽນ, ລາຍງານເພີ່ມ, ແນະນຳຫົວຂໍ້ກັບແນະນຳຂຽນບົດ, ເກັບກໍາຂໍ້ມູນແລະຂຽນບົດຈົບຂັ້ນ, ນອກນັ້ນຍັງມີຊົ່ວໂມງສ້າງກິດຈະກຳ, ຮ່ວມຊີວິດພັກ, ທັດສະນະສຶກສາ, ພັກຊົດເຊີຍວັນສຳຄັນຕ່າງໆ, ປ້ອງກັນໂຄງຮ່າງບົດຈົບຂັ້ນ, ປ້ອງກັນບົດຈົບຂັ້ນລວມມີ 33 ວັນ, ເທົ່າກັບ 231 ຊົ່ວໂມງ. ເຊິ່ງຜ່ານການຈັດຕັ້ງການຮຽນ-ການສອນທິດສະດີການເມືອງໃນຄັ້ງນີ້ສາມາດຕີລາຄານັກສຶກສາທີ່ຮຽນດີ, ຮຽນເກັ່ງ, ໄດ້ຄືດັ່ງນີ້:

         + ຮຽນໄດ້ປະເພດ A ມີ 15 ທ່ານ, ຍິງ 2 ທ່ານ

         + ຮຽນໄດ້ໃນລະດັບ B+ ມີ 20 ທ່ານ, ຍິງ 3 ທ່ານ

         + ຮຽນໄດ້ໃນລະດັບ B ມີຈຳນວນ 25 ທ່ານ, ຍິງ 3 ທ່ານ.

         ເພື່ອເປັນການຢັ້ງຢືນຜົນສຳເລັດຕະຫຼອດໄລຍະ 6 ເດືອນ ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ມອບໃບຢັ້ງຢຶນທິດສະດີຂັ້ນກາງ ພ້ອມທັງສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຜົນສຳເລັດອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໂດຍຍທ່ານກ່າວວ່າ: ໝາກຜົນຂອງການຮຽນຊຸດນີ້, ຄວາມຮູ້ທີ່ພວກທ່ານໄດ້ຮັບແມ່ນຄວາມຮູ້ທາງທິດສະດີ, ເປັນພຽງເຂັມທິດອັນໜຶ່ງທີ່ສຳຄັນ ເພື່ອເຍືອງທາງໃຫ້ແກ່ການເຄື່ອນໄຫວພຶດຕິກໍາ ຂອງພວກທ່ານໃນຕໍ່ໜ້າ. ແຕ່ອັນສຳຄັນກວ່າໝູ່ນັ້ນ ແມ່ນພວກທ່ານຕ້ອງຮູ້ໝູນໃຊ້ສິ່ງທີ່ໄດ້ຮຽນຮູ້ມາຢ່າງປະດິດສ້າງ ເຂົ້າໃນວຽກງານຕົວຈິງໃຫ້ມີການຫັນປ່ຽນໃນພຶດຕິກຳຢ່າງແທ້ຈິງ, ບັນດາທ່ານຈົ່ງນຳເອົາບົດຮຽນທີໄດ້ຮຽນມາໄປທົດສອບ ຢູ່ໃນພຶດຕິກໍາແຫ່ງການສ້າງສາພັດທະນາປະເທດຊາດ ຕາມພາລະບົດບາດ ແລະໜ້າທີ່ຂອງຕົນ ອັນນີ້ຈະຊ່ວຍໃຫ້ພວກເຮົາເຫັນແຈ້ງວ່າ ອັນໃດຖືກ, ອັນໃດຜິດ, ອັນໃດສອດຄ່ອງເໝາະສົມ ຫຼື ບໍ່ສອດຄ່ອງ ບົນພື້ນຖານເດັດດ່ຽວປົກປ້ອງສິ່ງທີ່ຖືກຕ້ອງ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊສົມບູນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ