ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ຈັດພິທີເປີດການຮຽນທິດສະດີການເມືອງ-ການປົກຄອງ
ໃນຕອນເຊົ້າ ຂອງວັນທີ 04 ກໍລະກົດ 2022 ຢູ່ທີ່່ຫ້ອງປະຊຸມໃຫຍ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ຈັດພິທີເປີດການຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນກາງຮຸ່ນທີ XIII ປະຈຳປີ 2022-2023 ໃຫ້ແກ່ພະນັກງານ, ສະມາຊິກພັກພາຍໃນແຂວງ, ໂດຍການເປັນປະທານ ຂອງ ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະເປັນກຽດເຂົ້າຮ່ວມຂອງ ທ່ານ ສີວິໄລ ປັນແກ້ວ, ກຳມະການປະຈຳພັກແຂວງ,…
