ຕອນບ່າຍຂອງວັນທີ 24 ພະຈິກ 2023 ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດເຝິກອົບຮົມໃຫ້ເລຂາ, ຮອງເລຂາ ແລະຄະນະປະຈໍາພັກເມືອງ ຊຸດທີ VI, ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ພັອ ນາງ ລີວົງ ລາວລີ ກໍາມະການສໍາຮອງສູນກາງພັກ, ຮອງລັດຖະມົນຕີກະຊວງພາຍໃນ, ມີການນໍາຂັ້ນສູງຂອງ ສມປຊ ແລະຜູ້ຕາງໜ້າຈາກສູນກາງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

          ໃນພິທີ ທ່ານ ປອ ນາງ ຈັນທາ ອ່ອນໄຊວຽງ ຄະນະພັກກະຊວງ, ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດກນປົກຄອງ ແລະຝຶກອົບຮົມ, ກະຊວງພາຍໃນ ໄດ້ຂຶ້ນຜ່ານບົດສະຫຼຸບການຝຶກອົບຮົມຕະຫຼອດໄລຍະ 15 ວັນ ໂດຍສັງເຂບວ່າ: ເນື້ອໃນດ້ານຫຼັກສູດໄດ້ແບ່ງອອກເປັນ 2 ທິດສະດີຄື: ໜຶ່ງ, ທິດສະດີການເມືອງ; ສອງ, ທິດສະດີບໍລິຫານລັດ ໂດຍໃຊ້ເວລາຝຶກອົບຮົມຕົວຈິງ 15 ວັນລັດຖະການ (ແຕ່ວັນທີ 06-24 ພະຈິກ 2023) ມີ 105 ຊົ່ວໂມງ. ໃນນີ້, ທິດສະດີການເມືອງ ມີ 16 ຫົວຂໍ້, ໃຊ້ເວລາ 10 ວັນ, ເທົ່າກັບ 70 ຊົ່ວໂມງ; ທິດສະດີບໍລິຫານຄຸ້ມຄອງລັດ ມີ 8 ຫົວຂໍ້, ໃຊ້ເວລາ 5 ວັນລັດຖະການ, ເທົ່າກັບ 35 ຊົ່ວໂມງ, ຮູບແບບການຝຶກອົບຮົມປະກອບດ້ວຍການຂຶ້ນຫ້ອງບັນຍາຍຂອງ ຄູ-ອາຈານທີ່ມີປະສົບການສູງທັງພາຍໃນ ສມປຊ ແລະຈາກການນໍາ ແລະອະດີດການນໍາລະດັບສູງ.

 ຊຸດຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 50 ສະຫາຍ, ຍິງ 6 ສະຫາຍ, ເຊິ່ງມາຈາກ 50 ເມືອງ ໃນ 17 ແຂວງ ແລະນະຄອນຫຼວງວຽງຈັນ; ໃນນີ້, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ມີ 7 ສະຫາຍ; ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ 1  ສະຫາຍ, ຮອງເລຂາພັກເມືອງ, ຮອງເຈົ້າເມືອງ 21 ສະຫາຍ, ຍິງ 2  ສະຫາຍ; ກໍາມະການປະຈໍາພັກເມືອງ, ຮອງເຈົ້າເມືອງ 11 ສະຫາຍ, ກໍາມະການປະຈໍາພັກເມືອງ 10 ສະຫາຍ, ຍິງ 4 ສະຫາຍ.

ຄາດໝາຍຂອງຫຼັກສູດ: ໜຶ່ງ, ຜູ້ເຂົ້າຝຶກອົບຮົມກໍາແໜ້ນພື້ນຖານທິດສະດີ ແນວທາງ ກໍ່ສ້າງສັງຄົມນິຍົມ ແລະແຜນພັດທະນາເສດຖະກິດຕາມທິດສັງຄົມນິຍົມຢ່າງມີຫຼັກການຮອບດ້ານຂອງພັກ; ສອງ, ຍົກສູງຂີດຄວາມສາມາດນໍາພາ ແລະໝູນໃຊ້ຫຼັກການບໍລິຫານຄຸ້ມຄອງລັດ ເຂົ້າໃນການບໍລິຫານວຽກງານຕ່າງໆ ຢູ່ໃນຂັ້ນເມືອງ ໂດຍນໍາໃຊ້ຫຼັກມູນທິດສະດີທີ່ໄດ້ຮຽນມາຢ່າງເປັນລະບົບເຂົ້າໃນການບໍລິຫານ, ການຄຸ້ມຄອງ, ການພັດທະນາ, ການປະສານງານ, ການຕິດຕາມກວດກາວຽກງານຢູ່ຂັ້ນຂອງຕົນ ທີ່ຮັບຜິດຊອບ ແລະປັບປຸງ, ແກ້ໄຂຂໍ້ຂັດແຍ່ງດ້ານຕ່າງໆ ຕາມລະບົບຫຼັກການ ທີ່ເໝາະສົມ. ຊຸດຝຶກອົບຮົມຄັ້ງນີ້ສາມາດບັນລຸໄດ້ຕາມຈຸດປະສົງ ແລະຄາດໝາຍທີ່ວາງໃວ້ທຸກປະການ.

 

         ເພື່ອສະແດງຄວາມຮູ້ສຶກ ແລະຢັ້ງຢືນຜົນສໍາເລັດການເຂົ້າຮ່ວມຝຶກອົບຮົມຄັ້ງນີ້, ສະຫາຍ ຄໍາເພັດ ຈັນທະວົງ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຕາງໜ້າໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ຂຶ້ນກ່າວສະແດງຄວາມຮູ້ສຶກ ແລະມີຄໍາເຫັນວ່າ: ຕະຫຼອດໄລຍະ 15 ວັນທີ່ໄດ້ເຂົ້າຝຶກອົບຮົມ ນັກສໍາມະນາກອນໄດ້ຍົກສູງຄວາມຮັບຜິດຊອບ ຕັ້ງໜ້າຂຶ້ນຫ້ອງຮໍ່າຮຽນ, ສາມາດຮັບຮູ້ເຂົ້າໃຈ ແລະກໍາໄດ້ບົດຮຽນທາງດ້ານທິດສະດີ ແລະພຶດຕິກໍາໂຕຈິງໃນການນໍາພາ-ຊີ້ນໍາ ການຄຸ້ມຄອງບໍລິຫານລັດ ທີ່ຕິດພັນໂດຍກົງກັບຄວາມຮັບຜິດຊອບການເມືອງ ຂອງບັນດາສະຫາຍ ເລຂາ, ຮອງເລຂາ ແລະຄະນະປະຈໍາພັກເມືອງໄດ້ເລິກເຊິ່ງຫຼາຍຂຶ້ນກວ່າເກົ່າ, ຊຸດຝຶກອົບຮົມຫົວຂໍ້ສະເພາະນີ້ສຸດທີ່ມີຄວາມໝາຍສໍາຄັນ ແລະມີຄວາມຈໍາເປັນຢ່າງພາວະວິໄສ ຕໍ່ການນໍາພາ-ຊີ້ນໍາວຽກງານ ຢູ່ຂັ້ນທ້ອງຖິ່ນຮາກຖານ, ບັນດາເນື້ອໃນທີ່ຄູ-ອາຈານໄດ້ຂຶ້ນນໍາສະເໜີລ້ວນແຕ່ເປັນປະໂຫຍດ, ຄູ-ອາຈານ ທີ່ຂຶ້ນຫ້ອງສິດສອນ ລ້ວນແຕ່ເປັນຜູ້ຊ່ຽວຊານ, ມີບົດຮຽນ, ປະສົບການຕົວຈິງທີ່ຫຼາກຫຼາຍຕິດພັນກັບທິດສະດີການເມືອງ, ການປົກຄອງ, ການຄຸ້ມຄອງບໍລິຫານລັດ ແລະພຶດຕິກໍາຕົວຈິງ.

       ໃນຕອນທ້າຍຂອງພິທີ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ໄດ້ມີຄໍາເຫັນ ແລະໃຫ້ທິດຊີ້ນໍານັກຝຶກອົບຮົມວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ຂອງການພັດທະນາເສດຖະກິດ-ສັງຄົມ ຂອງພວກເຮົາໃນປັດຈຸບັນນີ້ ຂໍໃຫ້ບັນດາສະຫາຍນໍາໄປສຶກສາ, ຄົ້ນຄວ້າ ເພືື່ອນໍາເອົາຜົນສໍາເລັດການຝຶກອົບຮົມຄັ້ງນີ້ ໄປຈັດຕັ້ງປະຕິບັດໃນທ້ອງຖິ່ນຂອງຕົນນັ້ນ: ໜຶ່ງ, ບັນດາສະຫາຍໃນນາມເປັນຜູ້ບໍລິຫານສູງສຸດຂອງເມືອງ ຕ້ອງໄດ້ສືບຕໍ່ສຶກສາ, ຄົ້ນຄວ້າ ບົດຮຽນທີ່ໄດ້ຈາກການຖ່າຍທອດຂອງຄູ-ອາຈານ ໃຫ້ເຂົ້າໃຈເລິກເຊິ່ງ, ປຶກສາຫາລືກັບໝູ່ຄະນະ ເພື່ອນໍາເອົາບົດຮຽນເຫຼົ່ານີ້ ເຂົ້າໄປໝູນໃຊ້ໃນວຽກງານຕົວຈິງ ທີ່ຕົນຮັບຜິດຊອບ ໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບອັນໃໝ່. ສອງ, ຂໍໃຫ້ນໍາເອົາບັນຫາຕ່າງໆທີ່ບັນດາສະຫາຍໄດ້ມີຄໍາເຫັນແລກປ່ຽນກັນນັ້ນ ເຊິ່ງເປັນຄໍາເຫັນສ້າງສັນ, ຫຼາຍຄໍາເຫັນທີ່ໃຫ້ບົດຮຽນແກ່ກັນແລະກັນ ເອົາໄປຄົ້ນຄວ້າພິຈາລະນາເບິ່ງວ່າອັນໃດເໝາະກັບທ້ອງຖິ່ນຂອງຕົນ, ອັນນີ້ຈະມີຜົນປະໂຫຍດຫຼາຍທີ່ສຸດ. ສາມ, ຕ້ອງກ້າປ່ຽນແປງ ທີ່ເລີ່ມຈາກການນໍາພາ-ຊີ້ນໍາທີ່ເປັນເອກະພາບຂອງຄະນະພັກ, ເພາະວ່າຖ້າຫາກມີຄວາມເປັນເອກະພາບ ແລະມີຄວາມຮັບຜິດຊອບຮ່ວມກັນ ບັນຫາຕ່າງໆບໍ່ຍາກເກີນຄວາມສາມາດທີ່ພວກເຮົາຈະແກ້ໄດ້, ຖ້າພວກເຮົາຍັງລັ່ງເລໃຈ ບໍ່ກ້າຕັດສິນໃຈ ກໍຈະບໍ່ສາມາດແກ້ໄຂບັນຫາໃດໄດ້ເລີຍ.

ດັ່ງນັ້ນ, ຈຶ່ງຂໍໃຫ້ບັນດາສະຫາຍນໍາເອົາປະສົບການຕົວຈິງ ນໍາເອົາບົດຮຽນຕົວຈິງ ແລະບັນດາບົດຮຽນທີ່ຄູ-ອາຈານໄດ້ຖ່າຍທອດໃຫ້, ເອົາໄປຄິດ, ຄົ້ນຄວ້າພິຈາລະນາໃຫ້ເລິກເຊິ່ງ ເຫັນໄດ້ທິດທາງອັນຖືກຕ້ອງ ແລະກ້າເຮັດໃນສິ່ງທີ່ຖືກຕ້ອງ, ເຮັດໃນສິ່ງທີ່ຖືກຕ້ອງສອດຄ່ອງກັບທິດທາງຂອງພັກກໍຈະນໍາເອົາແຕ່ຜົນປະໂຫຍດໂດຍລວມມາສູ່ໝູ່ຄະນະ ແລະມວນມະຫາຊົນ, ມວນມະຫາຊົນກໍຈະນໍາເອົາກໍາລັງແຮງສັງລວມ ມາສະໜັບສະໜູນພັກ-ລັດ ແລະການຈັດຕັ້ງຂອງລະບອບການເມືອງຂອງພວກເຮົາ ຄືດັ່ງທີ່ຜ່ານມາ.

 

ບັນດາຄູ-ອາຈານ ຂຶ້ນຫ້ອງສິດສອນ

ບັນດານັກສຳມະນາກອນມີຄຳເຫັນ

    ຂ່າວ-ພາບ: ຄອນສະຫວັນ ແສນຍານຸພາບ
      ບັນນາທິການ: ປທ ບຸນປັນ ສຸມຸນທອງ