ໃນຕອນເຊົ້າ ວັນທີ 06 ພະຈິກ 2023 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດພິທີເປີດຊຸດ ເຝິກອົບຮົມ ຫົວຂໍ້ສະເພາະໄລຍະ 15 ວັນ ຊຸດທີ VI ປະຈໍາປີ 2023 ໃຫ້ ເລຂາພັກເມືອງ, ຄະນະປະຈໍາພັກເມືອງ ແລະກໍາມະການພັກເມືອງ, ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົົກຄອງແຫ່ງຊາດ, ທ່ານ ພັນເອກ ນາງ ລີວົງ ລາວລີ ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງພາຍໃນ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

       ກ່ອນຈະເລີ່ມພິທີທາງການ ທ່ານ ປທ ບຸນໜາ ສີຫາລາດ ຮອງຫົວໜ້າຫ້ອງການ ໄດ້ຂຶ້ນແນະນໍາກົດລະບຽບສໍາລັບຊຸດເຝິກອົບຮົມ ເປັນຕົ້ນແມ່ນລະບຽບຫໍພັກ, ລະບຽບການພັກເຊົາ, ເຂົ້າອອກໃນ ສມປຊ  ແລະນະໂຍບາຍຕ່າງໆທີ່ນັກເຝິກອົບຮົມຈະໄດ້ຮັບໃນໄລຍະເຝິກອົບຮົມ.

        ເພື່ອເລີ່ມພິທີທາງການ ທ່ານ ປທ ນວນແສງ ຄໍາມີໄຊ ຫົວໜ້າພະແນກຄຸ້ມຄອງລະບົບບໍາລຸງ ໄດ້ຂຶ້ນດໍາເນີນລາຍການ ໂດຍການແນະນໍາຜູ້ເຂົ້າຮ່ວມພິທີ ແລະເຊີນພາກສ່ວນກ່ຽວຂອງຂຶ້ນນໍາສະເໜີບົດຕ່າງໆ.

          ໃນພິທີ ທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານແຜນການເຄື່ອນໄຫວ ຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຕາມຫົວຂໍ້ໃຫ້ແກ່ເລຂາພັກເມືອງ, ຄະນະປະຈໍາພັກເມືອງ ແລະ ກໍາມະການພັກເມືອງ ໃນຂອບເຂດທົ່ວປະເທດ ຊຸດທີ VI ວ່າ: ປະຕິບັດຕາມມະຕິ​ຕົກລົງ​ຂອງ​ຄະນະ​ຈັດຕັ້ງສູນ​ກາງ​ພັກ ສະບັບເລກທີ727/ຄຈສພ ລົງວັນທີ 24 ຕຸລາ 2023; ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ພະນັກງານ​ນຳພາ-ຄຸ້ມ​ຄອງ​ ໄປຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຕາມຫົວຂໍ້ ໃຫ້ແກ່ເລຂາພັກເມືອງ, ຄະນະປະຈໍາພັກເມືອງ ແລະ ກໍາມະການພັກເມືອງ ໃນຂອບເຂດທົ່ວປະເທດ ຊຸດທີ VI ແລະປະຕິບັດຕາມໂຄງການຫຼັກສູດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຕາມຫົວຂໍ້ ສໍາລັບຫຼັກສູດ ເລຂາພັກເມືອງ  ກົມຄຸ້ມຄອງການຮຽນ-ການສອນ ສມປຊ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ກະຊວງພາຍໃນ ໄດ້ປະສານສົມທົບເປີດຊຸດຝຶກອົບຮົມຮ່ວມກັນ ຊຸດທີ VI ປະຈໍາປີ 2023. ໂດຍມີບັນດາ​ສະຫາຍ​ຜູ້ເຂົ້າຮ່ວມຝຶກອົບຮົມ​​ຄັ້ງນີ້ມີທັງ​ໝົດ 50 ສະຫາຍ, ຍິງ 6 ສະຫາຍ, ມີ​ຄະນະ​ຫ້ອງ 5 ສະຫາຍ, ​ຕາມ​ມະຕິ​ຕົກລົງ​ແຕ່ງຕັ້ງຂອງ​ຄະນະ​ຈັດຕັ້ງສູນ​ກາງ​ພັກ​, ສະບັບ​ເລກທີ728/ຄຈສພ, ລົງວັນທີ 24 ຕຸລາ 2023. ແຍກ​ຕຳ​ແໜ່​ງ​ຜູ້ເຂົ້າຮ່ວມຕາມສາຍພັກມີຄື:

  • ກຳມະການ​ພັກ​ແຂວງມີຈຳ​ນວນ 07 ສະຫາຍ, ຍິງ 0 ສະ​ຫາຍ,
  • ວ່າການ​ເລຂາ​ພັກ​ເມືອງ, ວ່າການເຈົ້າ​ເມືອງ ມີຈຳ​ນວນ 1 ສະຫາຍ,
  • ຮອງເລຂາພັກເມືອງ, ມີຈໍານວນ 21 ສະຫາຍ, ຍິງ 02 ສະຫາຍ,
  • ກໍາມະການປະຈໍາພັກເມືອງ, ຮອງເຈົ້າເມືອງ ມີຈໍານວນ 10 ສະຫາຍ,
  • ກໍາມະການປະຈໍາພັກເມືອງ, ມີຈໍານວນ 11 ສະຫາຍ, ຍິງ 04 ສະຫາຍ.

          ດ້ານເນື້ອໃນ​ໄດ້​ຖືກຈັດ​ແບ່ງ​ອອກ​ເປັນ ສອງທິດສະດີ ຄື: ທິດສະດີການເມືອງ-ການປົກຄອງ ແລະ ທິດສະດີການບໍລິຫານຄຸ້ມຄອງລັດ. ໃນນັ້ນ, ທິດສະດີການເມືອງ-ການປົກຄອງ ປະກອບມີ 16 ຫົວ​ຂໍ້ຄື: 1). ພື້ນ ຖານ​ທິດ​ສະ​ດີ ​ແລະ​ແນວທາງກໍ່ສ້າງສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຮົາ; ​2). ພັດທະນາ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມຢູ່ປະເທດເຮົາ; 3). ກໍ່ສ້າງ​ພັກ​ປອດ​ໃສ ເຂັ້ມ​ແຂງ ແລະ ​ໜັກ​ແໜ້ນ; 4). ຄຸນ​ທາດ​ການ​ເມືອງ ​ແລະ​ຄຸນສົມບັດ​ສິນ​ທຳ​ປະຕິວັດ​ຂອງ​ຄະນະ​ພັກ​ເມືອງ; 5). ການ​ເປັນ​ຜູ້ນຳ​ແບບ​ໃໝ່; 6). ສະພາບ​ການ​ສາກົນ ​ແລະ​ແນວທາງ​ການ​ຕ່າງປະ​ເທດ ​ຂອງ ສປປລາວ; 7). ນຳພາ​ປະຕິບັດ​ມະຕິ 3 ສ້າງ​ໃນ​ການ​ພັດທະນາ​ຊົນນະບົດ​ຢູ່​ປະ​ເທດ​ເຮົາ; 8). ຄຸ້ມ​ຄອງ​ລັດ ​ແລະ​ຄຸ້ມ​ຄອງ​ສັງຄົມ​ດ້ວຍ​ກົດໝາຍ; 9). ການ​ນຳພາ-ຊີ້ນໍາ​ວຽກ​ງານ​ຈັດຕັ້ງ-ພະນັກງານ​ຂອງ​ຄະນະ​ພັກ​ເມືອງ; 10). ການ​ນຳພາ​ອຳນາດ​ການ​ປົກຄອງ​ເມືອງຂອງເລຂາ​ພັກ​ເມືອງ ​ແລະ​ຄະນະ​ພັກ​ເມືອງ; 11). ການນໍາພາບັນດາ​ອົງການ​ເສນາ​ທິການ​ຂອງ​ເລຂາ​ພັກ​ເມືອງ, ຄະນະ​ພັກ​ເມືອງ; 12). ການ​ນຳພາ​-ຊີ້ນໍາຂອງ​ເລຂາ​ພັກ​ເມືອງ​ຕໍ່​ວຽກ​ງານ​ຕິດຕາມ​ກວດກາ​ຢູ່​ຂັ້ນ​ເມືອງ; 13). ວິທີ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຢູ່​ຂັ້ນ​ເມືອງ; 14). ການ​ບໍລິຫານ​ພາວະ​ໄພພິບັດທາງທຳມະຊາດ; 15). ວິທີການເຈລະຈາລະຫວ່າງສອງຝ່າຍ ແລະຫຼາຍຝ່າຍ; 16). ການແກ້ໄຂບັນຫາຊົນເຜົ່າ ແລະສາດສະໜາ ຢູ່ປະເທດເຮົາ. ແລະທິດສະດີການບໍລິຫານຄຸ້ມຄອງລັດ ປະກອບມີ 8 ຫົວຂໍ້ ຄື: 1). ການບໍລິຫານລັດໃນລະບົບການເມືອງ; 2). ການນໍາພາ ແລະການຄຸ້ມຄອງ; 3).        ການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ; 4). ການວາງແຜນຍຸດທະສາດ; 5). ການຄຸ້ມຄອງພະນັກງານລັດຖະກອນ; 6). ການປະເມີນຜົນ ແລະການພັດທະນາພະນັກງານລັດຖະ ກອນ; 7). ການຄຸ້ມຄອງ ແລະກວດກາງົບປະມານແຫ່ງລັດ; ແລະ 8). ການກວດກາ, ກວດສອບ ແລະການຕ້ານການສໍ້ລາດບັງຫຼວງ. ລວມທັງໝົດ 24 ຫົວຂໍ້.

         ໃນຕອນທ້າຍພິທີ ທ່ານປະທານມີຄໍາເຫັນຊີ້ນໍາຊຸດເຝິກອົບຮົມຄັ້ງນີ້ວ່າ:    
         ໃນໄລຍະທີ່ພວກສະຫາຍ ເຄື່ອນໄຫວແລກປ່ຽນຕາມຫົວຂໍ້ສະເພາະ ຢູ່ສະຖາບັນ ຮຽກຮ້ອງໃຫ້ບັນດາສະຫາຍຈົ່ງເອົາໃຈໃສ່ຄົ້ນຄວ້າ ແລກປ່ຽນບົດຮຽນນຳນັກວິທະຍາກອນ ໃຫ້ເລິກເຊິ່ງເຖິງຖອງ, ສ້າງໃຫ້ໄດ້ການຫັນປ່ຽນທາງດ້ານຈິນຕະນາການພັດທະນາທີ່ກ້າວໜ້າ,​ ເພື່ອນໍາໄປປັບປຸງໜ້າທີ່ວຽກງານຂອງຕົນເອງ ໃຫ້ມີຜົນສຳເລັດສູງກ່ວາເກົ່າ, ສ້າງໄດ້ການຫັນປ່ຽນຢ່າງເຖິງຖອງດ້ານຈິນຕະນາການຂອງການພັດທະນາ; ກຳໄດ້ສະພາບການພາຍໃນປະເທດ, ສະພາບແວດລ້ອມສາກົນ ແລະພາກພື້ນ ເພື່ອດັດປັບແຜນການພັດທະນາຢູ່ທ້ອງຖິ່ນຂອງຕົນເອງ.

         ພວກເຮົາຕ້ອງມີວິທີຄົ້ນຄວ້າ, ແລກປ່ຽນທີ່ສົມຄູ່ກັບສະພາບຄວາມເປັນຈິງ ຂອງຕົນເອງ ໝາຍວ່າພວກສະຫາຍ ແມ່ນພະນັກງານໍາພາ-ຄຸ້ມຄອງ, ການຮຽນຕ້ອງຮູ້ສົມທົບລະຫວ່າງທິດສະດີ ແລະ ພຶດຕິກໍາ, ເອົາພຶດຕິກໍາມາເຍິງເບິ່ງທິດສະດີ, ຊອກຫາເຫດຜົນ, ຄົ້ນຄິດຫາວິທີການ ໃຫ້ຖືກຕ້ອງກັບພື້ນຖານລະບຽບ, ກົດໝາຍ, ຮຽນໄປນໍາ, ຄິດໄປນໍາ, ກວດກາຄືນການຈັດຕັ້ງປະຕິບັດຜ່ານມາ ເມື່ອທຽບກັບທິດສະດີ ເປັນໄປແນວໃດ? ຍັງອັນໃດ ຕ້ອງໄດ້ດັດແກ້, ຍັງອັນໃດຕ້ອງໄດ້ເສີມຂະຫຍາຍ?,ການເຝິກອົບຮົມຄັ້ງນີ້ ຈະດໍາເນີນໄປຮອດວັນທີ 24 ພະຈິກ ຈຶ່ງຈະອັດລົງ.

 

 ຂ່າວ-ພາບ: ຄອນສະຫວັນ ແສນຍານຸພາບ
      ບັນນາທິການ: ປທ ບຸນປັນ ສຸມຸນທອງ