ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ເປີດບັ້ນດຳເນີນການລົງກໍ່ສ້າງຮາກຖານການເມືອງ ຢູ່ເມືອງທຸລະຄົມ ແຂວງວຽງຈັນ.
ເພື່ອເຮັດໃຫ້ການຈັດຕັ້ງແຜນການຮຽນ-ການສອນ ໄປຕາມໂຄງການຫຼັກສູດປະລິນຍາຕີ ຂອງ ສມປຊ ວາງອອກ, ກົມຄຸ້ມຄອງການຮຽນ-ການສອນ ຈຶ່ງໄດ້ເປີດບັ້ນດຳເນີນການລົງກໍ່ສ້າງຮາກຖານການເມືອງ ຢູ່ເມືອງ ທຸລະຄົມ ແຂວງວຽງຈັນ ຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ໃນວັນທີ 3 ພຶດສະພາ 2022 ທີ່ຫ້ອງວ່າການປົກຄອງ ເມືອງທຸລະຄົມ ແຂວງວຽງຈັນ. ຈຸດປະສົງໃນການລົງກໍ່ສ້າງຮາກຖານໃນຄັ້ງນີ້ ເພື່ອໃຫ້ໄປຕາມໂຄງການຫຼັກສູດ ປະຈໍາສົກຮຽນ 2021-2022 ແລະຍັງເປັນການເສີມຂະຫຍາຍໝູນໃຊ້ຄວາມຮູ້ທາງດ້ານຫຼັກມູນທິດສະດີການເມືອງ-ການປົກຄອງ, ແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ ທີ່ໄດ້ສຶກສາຄົ້ນຄວ້າໃນໄລຍະຜ່ານມາ ຢ່າງປະດິດສ້າງ…