ໃນຕອນເຊົ້້າວັນທີ 27 ກຸມພາ 2024 ຫຼັງຈາກສໍາເລັດພິທີໃສບາດ ແລະວາງກະຕ່າດອກໄມ້ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ ນໍາພາໂດຍ: ທ່ານ ປທ. ສົນທະຍາ ເທບນຸຮັກ ຮອງຫົວ ໜ້າຫ້ອງການ ສມປຊ. ສະນັ້ນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີສະເຫຼີມສະ ຫຼອງວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄົບຮອບ 29ປີ (27/2/1995-27/2/ 2024) ທີ່ສະໂມສອນ ສມປຊ, ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ. ມີພະນັກງານບຳນານ, ພະນັກງານ-ລັດຖະກອນ, ຄູ-ອາຈານ, ນັກສຶກສາທິດສະດີການເມືອງຂັ້ນສູງ 9ເດືອນຊຸດທີ 4-5 ແລະນັກສຶກສາທິດສະດີຂັ້ນກາງຊຸດທີ 2ເຂົ້າຮ່ວມ ລວມທັງໝົດ 131 ທ່ານ ແລະຍິງ 62 ທ່ານ.

          ທ່ານ ປອ ນ. ໄກສອນ ຈັນສີນາ ກໍາມະການພັກ ຫົວໜ້າຫ້ອງການ ສມປຊ ໄດ້ຂຶ້ນຜ່ານຜົນງານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄົບຮອບ 29 ປີ ແລະທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ກໍ່ໃຫ້ກຽດຂຶ້ນຜ່ານເອກະສານຄໍາແນະນໍາຜັນຂະຫຍາຍເນື້ອໃນກອງປະຊຸມສະຫຼຸບການກໍ່ສ້າງພັກ, ພະນັກງານ ແລະປັບປຸງກົງຈັກການຈັດຕັ້ງທົ່ວປະເທດປີ 2023 ແລະທິດທາງປີ 2024; ພ້ອມກັນນັ້ນ, ທ່ານ ຮສ ພູວົງ ອຸ່ນຄຳແສນ ກໍ່ໃຫ້ກຽດເຜີຍແຜ່ເອກະ ສານວ່າດ້ວຍເສດຖະກິດເອກະລາດເປັນເຈົ້າຕົນເອງ ໝາຍເຖິງເສດຖະກິດຂອງປະເທດໜຶ່ງທີ່ມີຄວາມພະ ຍາຍາມອອກຈາກລະບົບເສດຖະກິດເພິ່ງພາ ແລະເອື່ອຍອີງໃຫ້ກາຍເປັນເຈົ້າຕົນເອງຢ່າງໜັກແໜ້ນ.

          ໃນຕອນທ້າຍພິທີ ທ່ານ ປະທານໄດ້ເລົ່າມູນເຊື່ອປະຫວັດຄວາມເປັນມາ ຂອງ ສມປຊ ແລະມີຄຳເຫັນໂອ້ລົມວ່າ: ເສັ້ນທາງການເຕີບໃຫຍ່ຂະຫຍາຍຕົວ 29 ປີ ຜ່ານມາຂອງສະຖາບັນຕິດພັນກັບການພັດ ທະນາປະເທດຊາດ ແລະໃຫ້ການຊີ້ນຳອັນປີຊາສາມາດ, ສະຫຼາດສ່ອງໄສຂອງສູນກາງພັກ, ໂດຍມີກົມການ ເມືອງ ແລະຄະນະເລຂາທິການສູນກາງພັກໃຫ້ທິດຊີ້ນຳຢ່າງເປັນປະຈຳ. ຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາພາຍໃນສະຖາບັນກໍ່ໄດ້ອອກແຮງຂຸດຄົ້ນ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນຢ່າງສຸດຂີດໃນການພັດທະນາສະຖາບັນໃຫ້ເຕີບໃຫຍ່ເຂັ້ມແຂງ, ໃຫ້ກາຍເປັນເບົ້າຫຼໍ່ພະນັກງານນຳພາ ແລະ ຄຸ້ມຄອງຢູ່ສູນກາງ ແລະທ້ອງຖິ່ນທົ່ວປະເທດເຮົາ ຢ່າງບໍ່ຮູ້ອິດຮູ້ເມື່ອຍ. ຕໍ່ໜ້າເງື່ອນໄຂ, ສະພາບການໃໝ່ນີ້ສະຖາບັນພວກເຮົາຈະຕ້ອງສືບຕໍ່ສ້າງສະຖາບັນ ໃຫ້ໜັກແໜ້ນເຂັ້ມແຂງທັງການສິດສອນ, ຮ່ຳຮຽນ ແລະຄົ້ນຄວ້າວິທະຍາສາດ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກໃນເງື່ອນໄຂໃໝ່; ສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ; ພ້ອມທັງຊອກຫາກົນໄກ, ວິທີການ ແລະມາດຕະການບຳລຸງ ແລະກໍ່ສ້າງພະນັກງານນຳພາ ແລະຄຸ້ມຄອງໃໝ່ ໃຫ້ສອດຄ່ອງກວ່າເກົ່າເພື່ອພາປະເທດຊາດເດີນຕາມເສັ້ນທາງສັງຄົມນິ ຍົມ ແລະເຊື່ອມໂຍງກັບພາກພື້ນ ແລະສາກົນຢ່າງເປັນເຈົ້າການ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ