ກອງປະຊຸມສໍາມະນາສາດ 4 ຝ່າຍພາຍໃຕ້ຫົວຂໍ້: ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວປວງຊົນໃນການປົກປັກຮັກສາຄວາມໝັ້ນຄົງຂອງຊາດ ໄດ້ຈັດຂຶ້ນໃນວັນທີ 23 ກຸມພາ 2024 ທີ່ສະໂມສອນຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກອງປະຊຸມດັ່ງກ່າວດໍາເນີນໄປເປັນເວລາເຄິ່ງມື້, ໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ ພັຕ ຄໍາຫຼ້າ ພັນໄຊຍະສຸກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ທ່ານ ພົຈວ ປອ ວັນສົມ ສີສົມບັດ ກໍາມະການຄະນະພັກກະຊວງປ້ອງກັນຄວາມສະຫງົບ, ເລຂາຄະນະພັກ, ຫົວໜ້າອໍານວຍການວິທະຍາຄານສັນຕິບານປະຊາຊົນ, ທ່ານ ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງເລຂາຄະນະພັກ, ຮອງຫົວໜ້າວິທະຍາຄານຕໍາຫຼວດປະຊາຊົນ, ພ້ອມດ້ວຍຄະນະພັກ-ຄະນະອໍານວຍການວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ວິທະຍາຄານສັນຕິບານປະຊາຊົນ, ວິທະຍາຄານຕໍາຫຼວດປະຊາຊົນ, ພະນັກງານ, ຄູ-ອາຈານ, ນັກສຶກສາ, ນັກ ວິທະຍາສາດກໍ່ໄດ້ເຂົ້າຮ່ວມກອງປະຊຸມ ເຊິ່ງມີຜູ້ຮ່ວມທັງໝົດ110 ທ່ານ, ຍິງ 11 ທ່ານ.

          ທ່ານ ພົຕ ຄໍາຫຼ້າ ພັນໄຊຍະສຸກ ມີຄໍາເຫັນກ່າວເປີດກອງປະຊຸມ ແລະແນະນໍາເນືຶ້ອໃນຈິດໃຈກອງປະຊຸມ, ແລະສະເໜີນັກວິທະຍາສາດຂຶ້ນຜ່ານບົດສັງລວມຫຍໍ້ ພ້ອມກັນນັ້ນ,  ທ່ານ ຮສ ພູວົງ ອຸ່ນຄຳແສນ ກໍ່ໄດ້ຂຶ້້ນກ່າວບົດນໍາກອງປະຊຸມ.

ກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ເສີມຂະຫຍາຍກໍາລັງແຮງສັງລວມ ຂອງທົ່ວປວງຊົນ ໃນການປົກປັກຮັກສາຄວາມໝັ້ນຄົງຂອງຊາດ” ລວມມີເນື້ອໃນທັງໝົດມີ 12ຫົວຂໍ້ຍ່ອຍກວມລວມເອົາຫຼາຍບັນຫາ ເຊິ່ງມີເນື້ອໃນຫຼາຍແງ່ມູມ. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມກອງປະຊຸມທີ່ຕິດຕາມຮັບຟັງພ້ອມທັງໄດ້ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອໃຫ້ກອງປະຊຸມສຳມະນາເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະບັນລຸໄດ້ຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

          ໃນຕອນທ້າຍ ທ່ານ ພົຈວ ປອ ວັນສົມ ສີສົມບັດ ໄດ້ສະຫຼຸບຄືນບາງບັນກ່ຽວກັບການປະຊຸມໃນຄັ້ງນີ້ ຕໍ່ຈາກນັ້ນ, ທ່ານ ພັອ ປອ ແກ້ວມີໄຊ ໄຊຍະວົງ ກໍ່ໄດ້ກ່າວປິດກອງປະຊຸມ ພ້ອມທັງເນັ້ນໜັກເຖິງການຮັບປະກັນຄວາມໝັ້ນຄົງຂອງຊາດ ເຊິ່ງທ່ານໄດ້ສຸມໃສ່ບາງບັນຫາດັ່ງນີ້:

ໜຶ່ງ, ເພີ່ມທະວີບົດບາດການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກຕໍ່ກໍາລັງປະກອບອາວຸດ, ຕັ້ງໜ້າປະຕິບັດແນວທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸມໃສ່ສ້າງ ແລະປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ສຶກສາອົບຮົມການເມືອງແນວຄິດ, ຍົກສູງສະຕິຮັກຊາດ, ສະຕິລະວັງຕົວຕໍ່ການ ເຄື່ອນໄຫວມ້າງເພຂອງກໍາລັງປໍລະປັກ.

ສອງ, ໃຫ້ຖືເອົາຄວາມໝັ້ນຄົງທາງການເມືອງ ແລະຄວາມສະຫງົບປອດໄພທາງສັງຄົມເປັນບັນຫາກົກ ແລະກໍານົດເປັນບູລິມະສິດຂອງການນໍາພາ-ຊີ້ນໍາອົງຄະນະພັກທຸກຂັ້ນ, ກໍ່ສ້າງ ແລະປັບປຸງກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄວາມປອດໄສ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບເຂັ້ມງວດ, ມີຄວາມຊໍານານງານທາງດ້ານວິຊາສະເພາະ, ມີແບບແຜນການນໍາພາ-ບັນຊາ ເຄື່ອນໄຫວວຽກງານຢ່າງມີວິທະຍາສາດ ແລະຫັນກໍາລັງເຂົ້າສູ່ຄວາມທັນສະໄໝຢ່າງແຂງແຮງ, ຮັບປະກັນດ້ານພາລາທິການ, ສະໜອງງົບປະມານດ້ານຕ່າງໆຕາມຄວາມຕ້ອງການອັນຈໍາເປັນໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະ ແລະການລ້ຽງດູກໍາລັງຕາມທິດຊີ້ນໍາຂອງພັກ. ເອົາໃຈໃສ່ສ້າງ ແລະປັບປຸງນິຕິກໍາກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຂອງຊາດຢ່າງຮອບດ້ານ, ມີເນື້ອໃນອຸດົມສົມບູນ, ມີການບັງຄັບໃຊ້ທີ່ເຂັ້ມງວດ, ເນັ້ນໜັກການປັບປຸງລະບົບການແກ້ໄຂບັນຫາການສໍ້ລາດບັງຫຼວງ ແລະສ້າງຄວາມປອດໄສໃນກົງຈັກລັດໃຫ້ມີປະສິດທິພາບສູງ ແລະມີລັກສະນະຍຸດທະສາດຍາວນານ.

ສາມ, ຍົກລະດັບການກໍ່ສ້າງກໍາລັງຕໍາຫຼວດປ້ອງກັນຄວາມສະຫງົບສຸກໃນທົ່ວປວງຊົນ ໃຫ້ທັນສະໄໝ, ວ່ອງໄວ ແລະເປັນມືອາຊີບ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ:ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອ