ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ຈັດພິທີເປີດຊຸດ ເຝິກອົບຮົມ ທິດສະດີການເມືອງ ແລະການປົກຄອງ ສຳລັບ ຄະນະພັກ, ອົງການປົກຄອງບ້ານ ຫຼັກສູດສະເພາະ 10 ວັນ ຮຸ່ນທີ II ເມືອງແປກ ແຂວງຊຽງຂວາງ
ໂດຍປະຕິບັດຕາມ ມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 298/ຄປພຂ, ລົງວັນທີ 14/10/2022 ວ່າດ້ວຍການອະນຸມັດເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງ ສຳລັບຄະນະພັກ, ອົງການປົກຄອງບ້ານ ຫຼັກສູດສະເພາະ 10 ວັນ ຮຸ່ນທີ II ເມືອງແປກ ສົກປີ 2022, ອີງຕາມ ຂໍ້ຕົກລົງ ຂອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ວ່າດ້ວຍການຮັບຮອງ ແລະອະນຸມັດນຳໃຊ້ຫຼັກສູດ ແລະນຳໃຊ້ຄູ່ມືເຝິກອົບຮົມທິດສະດີການເມືອງ ແລະການປົກຄອງ ສຳລັບຄະນະພັກ, ນາຍບ້ານ ສະບັບເລກທີ…
