ໃນຕອນເຊົ້າວັນທີ 14 ມີນາ 2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານ, ດໍາເນີນການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ສມປຊ ພາຍໃຕ້ຄວາມຮັບຜິດຊອບຂອງກົມກວດກາ, ໂດຍການເປັນປະທານໂດຍທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີພະນັກງານ-ລັດຖະກອນສົມບູນ 100% ຂຶ້ນໄປນັບແຕ່ຂັ້ນສູນກາງຄຸ້ມຄອງ ຮອດພະນັກງານວິຊາການເຂົ້າຮ່ວມ; ມີຜູ້ເຂົ້າຮ່ວມທັງໝົດ 58 ທ່ານ, ຍິງ 28 ທ່ານ.

          ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ ປະທານກວດກາພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຂຶ້ນເຜີຍແຜ່ ດໍາລັດຂອງລັດຖະບານ ສະບັບເລກທີ 159/ລບ, ລົງວັນທີ 4 ມິຖຸນາ 2013 ວ່າດ້ວຍການເເຈ້ງຊັບສິນ.

          ທ່ານ ສົມສີ ຈັນທະພົມ ຮອງຫົວໜ້າກົມກວດກາ, ໄດ້ຂຶ້ນເຜີຍແຜ່ບົດແນະນໍາການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການແຈ້ງຊັບສິນ(ສະບັບປັບປຸງ) ເລກທີ 46/ອກລ, ນະຄອນຫຼວງວຽງຈັນ, ວັນທີ 20 ກຸມພາ 2017.

        ທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ ໄດ້ຂຶ້ນເຜີຍແຜ່ ບົດເເນະນໍາ ວ່າດ້ວຍລະບຽບການຄຸ້ມຄອງ ແລະນໍາໃຊ້ສໍານວນເອກະສານແຈ້ງຊັບສິນ ສະບັບເລກທີ 037/ອກລ, ນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2015.

          ໃນຕອນທ້າຍທ່ານປະທານໄດ້ເນັ້ນຕື່ມຄືດັ່ງນີ້: ສືບຕໍ່ປະຕິບັດການແຈ້ງຊັບສິນ, ຮຽກຮ້ອງມາຍັງພະນັກ ງານ, ຄູ-ອາຈານເປັນເຈົ້າການ ພ້ອມກັນອ່ານທົບທວນຄືນບັນດາເອກະສານທີ່ໄດ້ເຊື່ອມຊຶມ ແລະເຜີຍແຜ່ ໃຫ້ມັນເລິກເຊິ່ງ ແລະພ້ອມກັນຈັດຕັ້ງ ດໍາເນີນຕາມແຜນການ ແລະປະຕິບັດຕາມຂັ້ນຕອນໃຫ້ສໍາເລັດຕາມກໍານົດເວລາ. ຮູບການ ແລະການຮັບຜິດຊອບຕ້ອງໄດ້ສ້າງແຜນດໍາເນີນງານ ກໍານົດເວລາໃຫ້ຊັດເຈນ, ກໍານົດເປົ້າໜາຍໃຫ້ລະອຽດ. ການກໍານົດການແຈ້ງຊັບສິນຢາກໃຫ້ປະຕິບັດຕາມລະບຽບ, ຕາມຫຼັກການຕົວຈິງ, ໃຫ້ຖືກຕ້ອງ ແລະມີຄວາມໂປ່ງໃສ; ແລະສິ່ງທີ່ສໍາຄັນທີ່ສຸດແມ່ນການປະສານສົມທົບ, ແລກປ່ຽນຂໍ້ມູນ ແລະການປຶກສາຫາລືເຊິ່ງກັນແລະກັນ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ