ໃນຕອນເຊົ້າ ວັນທີ 19 ມີນາ 2024  ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ເປີດຮຽນທິດສະດີການເມືອງຂັ້ນຕົ້ນ 3 ເດືອນຮຸ່ນທີ II ປະຈໍາປີ 2024 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະການປົກຄອງແຂວງ, ໃຫ້ກຽດເປັນປະທານໂດຍ: ສະຫາຍ ຄຳພັນ ເຈຍອາ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ; ເປັນກຽດເຂົ້າຮ່ວມມີ: ສະຫາຍ ຈັນສະແຫວງທິບຄຸນທອງ ຮອງເລຂາພັກແຂວງ, ປະທານກວດກາພັກຫົວໜ້າອົງການກວດກາລັດແຂວງຫຼວງນໍ້າທາ, ມີ 3 ອົງການຈັດຕັ້ງພັກ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນຕົ້ນ 3 ເດືອນຮຸ່ນທີ IIເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ສະຫາຍ ນາງ ປິ່ນແດງ ແພງພະຈັນ ຫົວໜ້າຂະແໜງຄຸ້ມຄອງການຮຽນ-ການສອນໄດ້ຜ່ານແຜນການຮຽນ-ການສອນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ 3 ເດືອນຮຸ່ນທີ II, ການເປີດຮຽນເປີດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ II ເລີ່ມເປີດຮຽນມາແຕ່ວັນທີ 13 ມີນາ 2024, ມີນັກສືກສາທັງໝົດ 45 ສະຫາຍ, ຍິງ 11 ສະຫາຍ, ໃຊ້ເວລາທັງໜົດ 3 ເດືອນ, ເທົ່າກັບ 420 ຊົ່ວໂມງ, ມີ 12 ວິຊາ, ແບ່ງອອກ 7 ກຸ່ມວິຊາຄື: ກຸ່ມວິຊາປັດຊະຍາມາກ-ເລນິນ, ເສດຖະສາດມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ ແລະສັງຄົມສາດ, ແນວຄິດ ໄກສອນ ພົມວິຫານ, ພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະກົດໝາຍ, ປະຫັວດສາດພັກ ແລະກໍ່ສ້າງພັກ, ກຸ່ມວິຊາບັງຄັບ ແລະຫົວຂໍ້ລາຍງານເພີ່ມ.

ນັກສຶກສາເຂົ້າຮຽນແມ່ນພະນັກງານຫຼັກແຫຼ່ງຂອງແຂວງ, ຂອງເມືອງທີ່ພວມດຳລົງຕຳແໜ່ງຫຼືພະນັກງານສືບທອດທີ່ບໍ່ມີເງື່ອນໄຂໄປຮຽນ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເປົ້າໝາຍນັກສຶກສາທີ່ເຂົ້າຮຽນຂັ້ນຕົ້ນ3 ເດືອນຮຸ່ນທີII, ແມ່ນພະນັກງານ, ອົງການອ້ອມຂ້າງແຂວງ; ບັນດາເມືອງ ແລະສອງກອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຜູ້ທີ່ບໍ່ທັນມີໃບຢັ້ງຢືນທິດສະດີການເມືອງ ແລະ ການປົກຄອງ.

ໂອກາດດັ່ງກ່າວ ສະຫາຍ ຈັນສະແຫວງ ທິບຄຸນທອງ ຮອງເລຂາພັກແຂວງປະທານກວດກາພັກຫົວໜ້າອົງການກວດກາລັດແຂວງຫຼວງນໍ້າທາ, ກໍ່ໄດ້ໃຫ້ກຽດໂອ້ລົມ ເຊິ່ງສະຫາຍໄດ້ເໜັ້ນໜັກຫຼາຍບັນຫາຕໍ່ຄູ-ອາຈານ ພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນຕົ້ນຮຸ່ນທີ IIວ່າ:  ຄູ-ອາຈານຈະຕ້ອງໄດ້ເອົາໃຈໃສ່ສິດ ສອນ, ນໍາພາ-ຊີ້ນໍາຢ່າງໃກ້ສິດ, ຕິດຕາມຊຸກຍູ້ບໍລິຫານເວລາເປັນຕົ້ນແມ່ນ: ຊົ່ວໂມງສອນໃຫ້ສໍາເລັດຕາມລະດັບຄາດໝາຍ, ພ້ອມກັນແຂ່ງຂັນຄູສອນດີສອນເກັ່ງ ແລະນັກສຶກສາຕ້ອງຕັດສິນໃຈສືກສາຄົ້ນຄ້ວາຮໍ່າຮຽນ, ເຝິກຝົນຫຼໍ່ຫຼອມຕົນເອງ, ຮຽນຮູ້ພື້ນຖານທິດສະດີ, ແນວທາງຂອງພັກຢ່າງເລິກ ແລະ ກໍາໃຫ້ໄດ້ຈຸດປະສົງຄາດ

ໝາຍຂອງພັກ, ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກາຍເປັນຜູ້ນໍາພາ, ຮູ້ຈັກເຮັດວຽກງານທີ່ຖືກຕ້ອງ, ຮູ້ເສຍສະຫຼະ, ມີຄວາມສາມັກຄີເປັນແບບຢ່າງໃຫ້ແກ່ມະຫາຊົນ ແລະນໍາເອົາບົດຮຽນທີ່ໄດ້ສຶກສາມາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບພຶດຕິກໍາຕົວຈິງໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

ຂຽນໂດຍ:ປທ ນ. ມະນີລາ ແກ້ວລະກໍາ

ບັນນາທິການ:ປທ ບຸນປັນ ສຸມຸນທອງ