ໃນຕອນເຊົ້າວັນທີ 15 ມີນາ 2024 ທີ່ຫ້ອງປະຊຸມຊັ້ນ 1 ຫ້ອງ 110 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໃນຖານະເປັນກອງເລຂາໃຫ້ແກ່ຄະນະຮັບຜິດຊອບການ ຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງເນື້ອໃນບົດວິທະຍາສາດຫຼັງສໍາມະນາລະດັບຊາດຫົວຂໍ້: ແນວຄິດ ໄກສອນ ພົມວິຫານ ກ່ຽວກັບເສັ້ນທາງການກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ ໃຫ້ກຽດເປັນປະທານໂດຍ:ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະມີນັກວິທະຍາສາດທີ່ກ່ຽວຂ້ອງກໍໃຫ້ກຽດເຂົ້າຮ່ວມ.

          ກອງປະຊຸມດັ່ງກ່າວໄດ້ລາຍງານການປັບປຸງຈໍານວນ 8ຫົວຂໍ້ຍ່ອຍ ຈາກບັນດານັກວິທະຍາສາດລຸ່ມນີ້: ແນວຄິດ ໄກສອນ ພົມວິຫານ ກ່ຽວກັບທາດແທ້ ແລະຈຸດພິເສດຂອງສັງຄົມນິຍົມ ຢູ່ປະເທດເຮົາ; ແນວຄິດ ໄກ ສອນ ພົມວິຫານ ກ່ຽວກັບໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການນໍາພາຂອງພັກແມ່ນປັດໄຈຕັດສິນຂອງການປະຕິວັດສັງຄົມນິຍົມ ຢູ່ປະເທດເຮົາ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປະຕິວັດສັງຄົມນິຍົມແມ່ນການດໍາເນີນການປະຕິວັດການພົວພັນການຜະລິດ, ວິທະຍາສາດ-ເຕັກນິກ ແລະແນວຄິດ-ວັດທະນະທຳ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບສ້າງຄົນໃໝ່ສັງຄົມນິຍົມ ຢູ່ປະເທດເຮົາ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການຂະຫຍາຍກຳລັງແຮງສັງລວມ ຂອງລະບອບໃໝ່ເຂົ້າໃນການປະຕິວັດສັງຄົມນິຍົມ ຢູ່ປະເທດເຮົາ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສົມທົບແໜ້ນນໍ້າໃຈຮັກຊາດອັນດູດດື່ມກັບນໍ້າໃຈສາກົນກໍາມະຊີບອັນແທ້ຈິງ ໃນການກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ. ພ້ອມກັນນັ້ນ, ບັນດານັກວິທະຍາສາດກໍ່ໄດ້ປະກອບຄໍາຄິດເຫັນໃສ່ບັນດາບົດວິທະຍາສາດເພື່ອໃຫ້ບົດສົມບູນ.

          ໃນຕອນທ້າຍທ່ານປະທານໄດ້ສະຫຼຸບຄືນ ແລະໃຫ້ຄໍາຄິດເຫັນບາງຈຸດຄື: ຢາກໃຫ້ບັນດາແຕ່ລະບົດປັບປຸງຄືນບັນດາເນື້ອໃນແຕ່ລະບົດ, ດ້ານເວລາກໍານົດຊ້າສຸດ 1 ເດືອນກ່ອນປີໃໝ່ຢາກໃຫ້ບົດຈໍານວນໜຶ່ງສໍາເລັດ, ພະຍາຍາມຄົ້ນຄວ້າແຕ່ລະບົດໃຫ້ເຫັນໄດ້ປະຈັກແຈ້ງທາງດ້ານເນື້ອໃນຈິດໃຈ ແລະພ້ອມກັນສືບຕໍ່ປັບປຸງໃຫ້ສໍາເລັດໃຫ້ໄວຂຶ້້ນ ແລະກອງເລຂາພະຍາຍາມເລັ່ງເຮັດບົດສະຫຼຸບໃຫ້ສໍາເລັດພາຍໃນ 1 ອາທິດ.

ຂ່າວ/ພາບ ນ. ທິດດາວອນ ດວງປະເສີດ

ບັນນາທິການ: ປທ ບຸນປັນ ສຸມຸນທອງ