ໃນຕອນແລງວັນ 18 ມີນາ 2024 ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງ 509 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງແຫ່ງຊາດ. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປີ 2023, ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີ ທ່ານ ປທ ນ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ມີປະທານຄະນະກວດກາຊຸກຍູ້ປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ມີສະຫາຍ ປອ ຄໍາຫຼ້າ ລໍວານໄຊ ຮອງປະທານກວດກາພັກ-ລັດ, ຮອງປະທານຄະນະກວດກາ ແລະຊຸກຍູ້ປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຫົວໜ້າກົມກວດກາ ສມ ປຊ; ມີບັນດາຄະນະກວດກາຊຸກຍູ້ປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສມປຊ, ບັນ ດາຄະນະໜ່ວຍພັກຮາກຖານ, ຜູ້ເຮັດວຽກງານກວດກາໜ່ວຍພັກຮາກຖານ ແລະພະນັກງານກົມກວດກາກໍ່ໃຫ້ກຽດເຂົ້າຮ່ວມ; ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 58 ທ່ານ, ຍິງ 28 ທ່ານ.

         ທ່ານ ປອ ຄໍາຫຼ້າ ລໍວານໄຊ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຖອດຖອນບົດຮຽນວຽກງານການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2023 ພ້ອມທັງຜ່ານທິດທາງ, ແຜນການ ຕິດຕາມ, ກວດກາ, ປະເມີນຜົນການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ພ້ອມກັນນັ້ນ, ກໍ່ມີຕາງໜ້າໜ່ວຍພັກນັບແຕ່ໜ່ວຍພັກຮາກຖານພະນັກງານ, ຄູ-ອາຈານ ຕະຫຼອດຮອດໜ່ວຍພັກຮາກຖານນັກສຶກສາກໍ່ໄດ້ຂຶ້ນປະກອບຄໍາຄິດຄໍເຫັນໃສ່ບົດສະຫຼຸບດັງກ່າວ ພ້ອມທັງລາຍງານສະພາບລວມ, ຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ ແລະຂໍ້ສະເໜີຂອງໜ່ວຍພັກຮາກຖານຕົນເອງໃນໄລຍະຜ່ານມາ.

          ເພື່ອເປັນທິດໃນຕໍ່ໜ້າ ທ່ານປະທານໄດ້ມີຄໍາເຫັນຕໍ່ກອງປະຊຸມ ແລະໄດ້ປະກອບຄໍາຄິດເຫັນໃສ່ບົດສະຫຼຸບດັ່ງນີ້: ຕ້ອງປະສານສົມທົບເຊິ່ງກັນແລະກັນ ໂດຍສະເພາະແມ່ນການພົວພັນວຽກງານຕ່າງໆ ກໍ່ຢາກໃຫ້ມີຄວາມຫຼຽນໄຫຼ, ການຕີລາຄາບົດສະຫຼຸບຕ້ອງໃຫ້ຊັດເຈນ ແລະມີຄວາມເປັນເອກະພາບກັນ; ການຕັດສິນໃຈຕ້ອງໃຫ້ເດັດຂາດ. ຢາກໃຫ້ໜ່ວຍພັກມີຄຸນນະພາບ ຕ້ອງເລີ່ມຈາກສະມະຊິກພັກເປັນເຈົ້າການເຊື່ອມຊືມບັນດາເອກະສານ, ນິຕິກໍາ, ກົດລະບຽບ ແລະການປະຕິບັດໜ້າທີ່ວິຊາສະເພາະຂອງຕົນເອງໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ພ້ອມທັງຍົກສູງຄວາມຮັບຜິດຊອບ ແລະຄວາມເປັນເຈົ້້າການ, ຊຸກຍູ້ ແລະຊ່ວຍເຫຼືອໂດຍສະເພາະຜູ້ທີ່ເຂົ້າສະມາຊິກພັກສໍາຮອງ ແລະສະມະຊິກພັກສົມບູນໃໝ່ໃຫ້ມີຄວາມກ້າຫານ ໂດຍສະເພາະການປະກອບຄໍາຄິດຄໍາເຫັນໃນເວທີຕ່າງໆ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ