ພິທີເປີດຊຸດຮຽນ ທິດສະດີການເມືອງຂັ້ນສູງ ຮຸ່ນທີ I ແລະເຊື່ອມຊຶມເອກະສານຂອງພັກ-ລັດ ທີ່່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ເພື່ອເຮັດໃຫ້ແຜນການຮຽນ-ການສອນທິດສະການເມືອງຂັ້ນສູງ 9 ເດືອນ ຮຸ່ນທີ I ເຊິ່ງເປັນຊຸດປະຖົມມະລືກ ແລະທັງຕອບສະໜອງໄດ້ທາງດ້ານເນຶ້ອໃນ, ຄູ-ອາຈານ ແລະການບໍລິຫານຄຸ້ມຄອງແກ່ຊຸດຮຽນ, ຮັບປະກັນໄດ້ທາງດ້ານປະລິມານ, ຄຸນນະພາບ, ເວລາ ແລະມີຜົນສໍາເລັດທີ່ໄດ້ກຳນົດໄວ້ໃນແຜນການຮຽນ-ການສອນທຸກປະການ. ສະນັ້ນ, ອີງຕາມມະຕິຕົກລົງຂອງ ເລຂາຄະນະສູນກາງພັກສະບັບເລກທີ 244/ຄລສພ, ລົງວັນທີ 24 ພະຈິກ 2022 ວ່າດ້ວຍການອະນຸມັດພະນັກງານນຳພາ-ຄຸ້ມຄອງໄປບຳລຸງທິດສະດີການເມືອງລະບົບ 9 ເດືອນ ຮຸ່ນທີ I ຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດປະຈຳສົກປີ 2022-2023. ສະຖາບັນການເມືອງ…
