ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ພະນັກງານ-ລັດຖະກອນ ປະຈໍາປີ 2022
ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນ ປະຈໍາປີ 2022 ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 17ມັງກອນ 2023 ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ອາເມຊົງ ເຍ້ຽເລັ່ງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າ, ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ ແລະພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນໂຮງຮຽນການເມືອງ ແລະການປົກຄອງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ…
