ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນໄດ້ວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ໃນຕອນເຊົ້າຂອງວັນທີ 31.05.2024 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງຂະບວນການປູກຕົ້ນໄມ້ ແລະມອບຂອງຂວັນໃຫ້ນ້ອງນ້ອຍນັກຮຽນ ໃຫ້ກຽດເຂົ້າຮ່ວມຂະບວນການ ແລະເປັນປະທານໃນພິທີໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີການນໍາຂັ້ນສູງຂອງພັກ-ລັດ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ສມປຊ ເຂົ້າຮ່ວມ.

        ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ກ່າວວ່າ: ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ (1/6/1980 – 1/6/2024) ວັນເດັກນ້ອຍສາກົນ ຄົບຮອບ 100 ປີ (1/6/1924 – 1/6/2024) ໃນສະພາບທີ່ຫຼາຍພາກພື້ນໃນທົ່ວໂລກ ພວມປະເຊີນກັບວິກິດການ ຂອງດິນຟ້າອາກາດ, ອຸນຫະພູມເພີ່ມສູງ ຂຶ້ນໃນແຕ່ລະປີ, ການປ່ຽນແປງດິນຟ້າອາກາດ ກາຍເປັນບັນຫາກວມໂລກ ທີ່ສະມັດຊາໃຫຍ່ສະຫະປະຊາຊາດ ຕັດສິນໃຈເຕົ້າໂຮມທຸກຊາດເຂົ້າກັນ ເພື່ອເອົາໃຈໃສ່ ຕໍ່ບັນຫາສິ່ງແວດລ້ອມປະເພດຕ່າງໆ ທີ່ມີຄວາມສ່ຽງ ຕໍ່ມວນມະນຸດ, ສັດ ແລະ ພືດ, ໂດຍກໍານົດ ເອົາວັນທີ 5 ມິຖຸນາ ຂອງທຸກໆປີ ເປັນວັນສິ່ງແວດລ້ອມໂລກ.

        ຢູ່ ສປປ ລາວ ກໍ ໄດ້ຖືສໍາຄັນຕໍ່ບັນຫານີ້ ໂດຍໄດ້ກໍານົດເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເພື່ອໂຄສະນາ, ປູກຈິດສໍານຶກ ໃຫ້ແກ່ເດັກ, ຊາວຫນຸ່ມ, ແລະ ທົ່ວສັງຄົມ ເຫັນໄດ້ຄຸນຄ່າຄວາມ ສໍາຄັນ ຂອງປ່າໄມ້, ລະບົບນິເວດ ແລະ ສ້າງພູມຄຸ້ມກັນຕໍ່ມົນລະພິດ ທີ່ກະທົບຕໍ່ສຸຂະພາບ, ການດໍາລົງຊີວິດ ຂອງ ປະຊາຊົນລາວບັນດາເຜົ່າ. ວັນສິ່ງແວດລ້ອມໂລກ ຄົບຮອບ 51 ປີ (5/6/1973 – 5/6/2024) 

      ທ່ານຍັງໄດ້ກ່າວເຖິງເດັກນ້ອຍ ຄື ອະນາຄົດ ຂອງປະເທດເຮົາ. ສະນັ້ນ, ພວກເຮົາຕ້ອງສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ທີ່ ຈະກາຍເປັນກໍາລັງແຮງທີ່ສໍາຄັນ ຂອງສັງຄົມ ຕໍ່ການພັດທະນາປະເທດຊາດ ໃນໄລຍະໃຫມ່. ຄືກັນກັບເບັ້ຍໄມ້ ທີ່ພວກ ເຮົາຈະພ້ອມກັນປູກໃນມື້ນີ້, ມັນຈະກາຍເປັນສັນຍາລັກແຫ່ງມິດຕະພາບ ທີ່ສວຍງາມ ຂອງພວກເຮົາ ທີ່ໄດ້ເຮັດຮ່ວມ ກັນ ຢູ່ໃນສະຖາບັນແຫ່ງນີ້ ໂດຍແນ່ໃສ່ສ້າງພື້ນທີ່ສີຂຽວ ອັນຈະນໍາເອົາຜົນປະໂຫຍດ ມາສູ່ຊີວິດ ແລະ ສິ່ງແວດລ້ອມ ສົດໃສ ໃນອີກເວລາຫຼາຍປີຂ້າງຫນ້າ”.

 ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປີ 2024 ນີ້ ແມ່ນໄດ້ມອບໃຫ້ບັນດາກົມກອງ ແລະຫ້ອງຮຽນ ປູກຕົ້ນໄມ້ໃສ່ຈຸດທີ່ເຫັນວ່າຍັງມີດິນເປົ່າວ່າງ ເພື່ອໃຫ້ພື້ນທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປົກຫຸ້ມດ້ວຍຕົ້ນໄມ້ໃຫ້ນັບມື້ນັບດົກໜາເພີ່ມຂຶ້ນ.

ສະພາບການເພີ່ມຂຶ້ນຂອງການປົກຫຸ້ມປ່າໄມ້ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ພາບ: ທິດດາວອນ ດວງປະເສີດ

ຂ່າວ: ຄອນສະຫວັນ ແສນຍານຸພາບ

ບັນນາທິການ: ປທ ບຸນປັນ ສຸມຸນທອງ