ໃນຕອນເຊົ້າວັນທີ 4ມິຖຸນາ 2024 ທີ່ຫ້ອງປະຊຸມຊັ້ນ 1ຫ້ອງ 110, ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ເນື້ຶອໃນບົດຄົ້ນຄວ້າວິທະຍາສາດຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ຮອບທີ 1 ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ນັກວິທະຍາ ສາດທີ່ກ່ຽວຂ້ອງມາຈາກສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ  ແລະບັນດາກະຊວງທີ່ກ່ຽວຂ້ອງກໍ່ເຂົ້າຮ່ວມລວມທັງໜົດ 15 ທ່ານ, ຍິງ 4 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ມີຄື:

  1. ກວດກາຄືນໃນການຄົ້ນຄວ້າບົດວິທະຍາສາດ ຂອງບັນດານັກວິທະຍາສາດທີ່ກ່ຽວຂ້ອງ, ເພື່ອໃຫ້ຜົນການຄົ້ນ ຄວ້າສອງແສງເຖິງຄວາມເປັນຈິງທີ່ມີການຢັ້ງຢືນເປັນຫຼັກຖານ;
  2. ສ້າງຄວາມເປັນເອກະພາບໃນລະດັບສູງເພື່ອດໍາເນີນໄປຕາມການຄົ້ນຄວ້າ ແລະເພື່ອຮັບປະກັນລັກສະນະວິທະ ຍາສາດ ຫຼັງຈາກນັ້ນນໍາໄປປັບປຸງ;
  3. ໃຫ້ບັນດານັກສັງເກດຕີລາຄາໃຫ້ລະອຽດຈະແຈ້ງທີ່ສ່ອງແສງເຖິງຄວາມເປັນຈິງຂອງບັນດາເນື້ອໃນແຕ່ລະບົດ.

          ເຊິ່ງຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ປະກອບມີ 5 ຫົວຂໍ້ຍ່ອຍ ພ້ອມກັນນັ້ນ, ບັນດານັກວິທະຍາສາດກໍ່ໄດ້ຂຶ້ນນໍາສະເໜີກ່ຽວກັບຫົວຂໍ້ທີ່ຕົນເອງຄົ້ນຄວ້າ ແລະເພື່ອເຮັດໃຫ້ບົດຄົບຖ້ວນສົມບູນນັກວິທະຍາສາດ ແລະຜູ້ສັງເກດຕີລາຄາບົດ ກໍ່ໄດ້ປະກອບຄໍາຄິດເຫັນໃສ່ເນື້ອໃນບົດວິທະຍາສາດຢ່າງກົງໄປກົງມາ.

            ໃນຕອນທ້າຍກອງປະຊຸມທ່ານປະທານໄດ້ສະຫຼຸບຄືນຜົນຂອງກອງປະຊຸມ ແລະທ່ານໄດ້ເນັ້ນໜັກຕື່ມເຖິ່ງບັນ ດານັກວິທະຍາສາດຄື:

  1. ບັນດາພະນັກງານຫຼັກແຫຼ່ງຢູ່ບັນດາອົງການ ແລະກະຊວງທີ່ຮັບຜິດຊອບໃຫ້ເອົາໃຈໃສ່ຕໍ່ການນໍາພາ-ຊີ້ນໍາໃນການຄົ້ນຄວ້າ ແລະໃຫ້ຄວາມສໍາຄັນຕໍ່ການຄົ້ນຄວ້າຫົວຂໍ້ດັ່ງກ່າວ;
  2. ສຸມໃສ່ໃນການປຶກສາຫາລື ຂອງບັນດາຄະນະຄົ້ນຄວ້າພາຍໃຕ້ການຮັບຜິດຊອບຂອງຕົນ ໃຫ້ເອົາໃຈໃສ່ຂຽນບົດໃຫ້ສໍາເລັດຕາມກໍານົດເວລາ ແລະບົດຄົ້ນຄວ້າດັ່ງກ່າວນັ້ນຕ້ອງມີລັກສະນະວິທະຍາສາດ;
  3. ເນັ້ນໃຫ້ຄະນະພັກຄະນະນໍາໃນບັນດາອົງການ ແລະກະຊວງທີຮັບຜິດຊອບຊີ້ນໍາເອົາໃຈໃສ່ຕໍ່ວຽກງານການຄົ້ນ ຄວ້າບົດວິທະສາດກ່ຽວກັບຫົວຂໍ້ດັ່ງກ່າວ.

ຂ່າວ/ພາບ: ນາງ ທິດດາວອນດວງປະເສີດ

          ບັນນາທິການ: ປທ ບຸນປັນ ສຸມຸນທອງ