ໃນຕອນແລງວັນທີ 4ມິຖຸນາ2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງ 302 ຕຶກຫັດ ຄະນະຊາວໜຸ່ມຮາກຖານຄະນະປັດຊະຍາ ແລະ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ ll ຂອງຮາກຖານຕົນເອງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ສົມສີ ຈັນທະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ປະທານກວດກາ ຮອງຫົວໜ້າກົມກວດກາ ມີບັນດາແຂກຮັບເຊີນຈາກບັນດາຮາກຖານຊາວໜຸ່ມອ້ອມຂ້າງ; ຄະນະໜ່ວຍພັກ; ພະແນກອົງການຈັດຕັ້ງມະຫາຊົນ, ກໍາມະບານ ແລະແມ່ຍິງ ລວມທັງໝົດ 28 ທ່ານ, ຍິງ 11 ທ່ານ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະຮັບຮອງເອົາບົດລາຍງານການເມືອງ, ໃນກອງປະຊຸມໄດ້ຕີລາຄາສູງຕໍ່ບົດລາຍງານການເມືອງ ແລະຜົນງານໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງວຽກງານຊາວໜຸ່ມເຊິ່ງໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະບົດຮຽນຕະຫຼອດການເຄື່ອນໄຫວຽກກງານຜ່ານມາ. ໃນກອງປະຊຸມໄດ້ເອກະພາບກັນຮັບຮອງເອົາບົດລາຍງານດັ່ງກ່າວ ແລະໄດ້ຮັບຟັງການຜ່ານບົດສໍາຫຼວດ ແລະກ່າວອໍາລາໜ້າທີ່. ພ້ອມກັນນັ້ນ, ສະມາຊິກພາຍໃນຮາກຖານໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາຄະນະຊາວໜຸ່ມຮາກຖານຊຸດທີ ll ຂອງຮາກຖານດັ່ງນີ້:

ຄະນະຊາວໜຸ່ມຮາກຖານຄະນະປັດຊະຍາ ແລະ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກຊຸດໃໝ່ ສະໄໝທີ ll ມີຜູ້ລົງສະໝັກເລືອກຕັ້ງ 5 ທ່ານ, ຍິງ 4 ທ່ານ. ເຊິ່ງຜົນສໍາເລັດຂອງການປ່ອນບັດຄັດເລຶອກມີດັ່ງນີ້:

  1. ທ່ານ ປທ ອຸທິດ ເຜື້ອງສະຫວັນ          ເປັນເລຂາ;
  2. ທ່ານ ປທ ນາງ ນົກສະຫວັນ ພົມມະຫານ ເປັນຮອງເລຂາ, ເຮັດວຽກກວດກາ;
  3. ທ່ານ ປທ ນາງ ນຸດສີດາ ພິມມະຈັນ ເປັນຄະນະ.

ໃນຕອນທ້າຍກອງປະຊຸມ ທ່ານ ປະທານໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານປະທານໄດ້ຮຽກຮ້ອງມາຍັງຄະນະຊາວໜຸ່ມ ແລະສະມາຊິກຊາວໜຸ່ມພາຍໃນຮາກຖານຄື:

  1. ຕໍ່ກັບຄະນະຊາວໜຸ່ມຊຸດໃໝ່:

1). ເພີ່ມທະວີການນໍາພາ-ຊີ້ນໍາ ວຽກງານສຶກສາອົບຮົມການເມືອງ-ແນວຄິດ;

2). ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ເພີ່ມທະວີຄວາມເປັນເອກະພາບພາຍໃນຄະນະ, ປັບປຸງແບບແຜນວິທີເຮັດວຽກ, ມີການແບ່ງງງານ, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ຈະແຈ້ງ ແລະເຮັດວຽກຢ່າງມີແຜນການ;

3). ເປັນເຈົ້າການໃນການນໍາພາຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຊາວໜຸ່ມ 4ບຸກໂດຍຕິດພັນກັບການປະຕິ ບັດໜ້າທີ່ວິຊາສະເພາະໃຫ້ມີຄຸນນະພາບ ແລະມີປະສິດທິຜົນສູງ;

  1. ຕໍ່ກັບສະມາຊິກຊາວໜຸ່ມ.

1). ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ເອົາໃຈໃສ່ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຄົ້ນຄວ້າຊອກຮູ້ຮໍ່າຮຽນ, ຍົກລະດັບດ້ານວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ;

2). ເພີ່ມທະວີສະຕິຄວາມຕື່ນຕົວ ແລະເປັນເຈົ້າການໃນການປະຕິບັດລະບຽບ ຂອງສະຖາບັນວາງອອກຢ່າງເຂັ້ມງວດ;

3). ຕັ້ງໜ້າປະກອບສ່ວນໃນການເຂົ້າຮ່ວມຂະບວນການຕ່າງໆ ຂອງສະຖາບັນ ກໍ່ຄືຂະບວນການຂອງສາມອົງການຈັດຕັ້ງທີ່ຈັດຂຶ້ນເຊັ່ນ: ຂະບວນການອອກແຮງງານ, ຂະບວນການສິລະປະ-ກິລາ ແລະຂະບວນການອື່ນໆ

ຂ່າວ/ພາບ: ນາງ ທິດດາວອນດວງປະເສີດ

          ບັນນາທິການ: ປທ ບຸນປັນ ສຸມຸນທອງ