• ໜ້າຫຼັກ
  • ກ່ຽວກັບ ສມປຊ
    • ປະຫວັດຄວາມເປັນມາ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່ຂອງ ສມປຊ
    • ຂອບເຂດສິດຂອງ ສມປຊ
    • ຄະນະບໍລິຫານງານພັກ ສມປຊ
    • ຄະນະນຳ ສມປຊ
    • ໂຄງປະກອບກົງຈັກການຈັດຕັ້ງ
  • ຫໍສະໝຸດ
  • ຫລັກສູດ
  • ວາລະສານ
  • ການພົວພັນຕ່າງປະເທດ
  • ນິຕິກຳ
  • ຕິດຕໍ່
ໜ້າຫຼັກ

ຄົ້ນຫາ

ດາວໂຫລດເອກະສານ

ເວັບໄຊ ພາກສ່ວນລັດຖະບານ

ລາຍການບົດວິທະຍານິພົນ

ຕາຕະລາຮຽນ

ການນຳໃຊ້ພາສາລາວ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງພວງມາລາ ແລະເຊັນປຶ້ມໄວ້ອາໄລ ສະຫາຍ ໂດ ເມືອຍ

ເພື່ອ​ສະ­ແດງ​ຄວາມ​ໄວ້­ອາ­ໄລ​ຢ່າງ​ສຸດ​ຊຶ້ງ​ຕໍ່​ການ​ຈາກ​ໄປ​ຂອງ​ສະ­ຫາຍ ໂດ ເມືອຍ ອະ­ດີດ​ເລ­ຂາ­ທິ­ການ​ໃຫຍ່ ພັກ​ກອມ​ມູ​ນິດ​ຫວຽດ­ນາມ ໃນ​ວັນ​ທີ 6 ຕຸ­ລາ 2018 ຄະນະອຳນວຍການ, ຄະນະບໍລິຫານງານພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍ ບັນດາຜູ້ຕາງໜ້າໃຫ້ແກ່ພະນັກງານ, ຄູ-ອາຈານ ຈຳນວນ 10 ພາກສ່ວນຈາກກົມ, ຄະນະວິຊາ, ຫ້ອງການ, ສູນຂໍ້ມູນຂ່າວສານ  ເຊິ່ງນຳ​ພາຄະນະ ໂດຍ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ກຳມະການສູນກາງພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ 8, ເລຂາຄະຍະບໍລິຫານງານພັກ, ຫົວໜ້າ ສມປຊ  ໄດ້​ຮ່ວມ​ວາງ​ພວງ­ມາ­ລາ ແລະ ເຊັນ​ປຶ້ມ​ໄວ້­ອາ­ໄລ​ ຕໍ່​ການ​ຈາກ​ໄປ​ ຂອງ​ສະ­ຫາຍ ໂດ ເມືອຍ ທີ່​ສະ­ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສສ ຫວຽດ­ນາມ ປະ­ຈຳ​ລາວ.

ອ່ານຕໍ່

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນຄູແຫ່ງຊາດ ແລະ ເປີດສົກຮຽນໃໝ່

ສະຖາບັນການເມືອງ ແລະການປົກ ຄອງແຫ່ງຊາດ ໄດ້ຈັດພິທີເປີດສົກຮຽນ ສົກປີ 2018-2019, ພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 24 ປີ (7.10.1994-7.10.2018), ພ້ອມທັງສະຫຼຸບຜົນງານການຮຽນ-ການສອນ ແລະປະກາດຕຳແໜ່ງວິຊາການຄູຂັ້ນອາຈານ ແລະຜູ້ຊ່ວຍອາຈານ, ໃຫ້ກຽດເປັນປະທານຂອງ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ຜູ້ເຂົ້າຮ່ວມມີຕາງໜ້າ ຄະນະຈັດຕັ້ງສູນກາງພັກ, ກະຊວງສຶກສາທິການ ແລະກິລາ, ມີພະນັກງານ, ຄູ-ອາຈານ ສມປຊ ຂັ້ນກົມ, ຫ້ອງການ, ຄະນະວິຊາ ແລະສູນຂໍ້ມູນຂ່າວສານ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.

ອ່ານຕໍ່

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະຖົມນິເທດນັກສຶກສາເຂົ້າໃໝ່ 237 ທ່ານ

     ໃນວັນທີ 1 ຕຸລາ 2018 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງບັ້ນປະຖົມນິເທດໃຫ້ແກ່ນັກສຶກສາເຂົ້າໃໝ່ ມີລະບົບປະລິນຍາໂທ ຮຸ່ນ​ທີ XIV 60 ທ່ານ, ຍິງ 15 ທ່ານ, ລະບົບອະນຸປະລິນຍາ ຮຸ່ນທີ XVII 59 ທ່ານ, ຍິງ 14 ທ່ານ, ລະບົບປະລິນຍາຕີ ຮຸ່ນທີ XXIV ຫ້ອງ ກ 59 ​ທ່ານ, ຍິງ 22 ​ທ່ານ, ຫ້ອງ ຂ 59 ທ່ານ, ຍິງ 18 ລວມທັງໝົດຈຳນວນ 237 ທ່ານ, ຍິງ 69 ທ່ານ.

ອ່ານຕໍ່

ຄະນະວິຊາປັດຊະຍາສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ການຮຽນ-ການສອນ ປະຈຳປີ

   

ໂດຍປະຕິບັດຕາມແຜນການເຄື່ອນໄຫວຂອງ ຄະນະວິຊາປັດຊະຍາ ປະຈຳປີ 2017-2018 ກ່ຽວກັບວຽກງານການສິດສອນ ຄະນະວິຊາປັດຊະຍາໄດ້ຈັດກອງປະຊຸມຂຶ້ນ ໃນວັນທີ 28 ກັນຍາ ຜ່ານມາ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ  ພູວົງ ອຸ່ນຄຳແສນ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ມີຕາງໜ້າຄະນະວິຊາ, ກົມ, ຫ້ອງການ, ສູນຂໍ້ມູນຂ່າວສານ ແລະບັນດາອາຈານຮັບເຊີນທັງພາຍໃນ ແລະພາຍນອກ ສມປຊ.

ອ່ານຕໍ່

Page 10 of 110

  • Start
  • Prev
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • Next
  • End
© 2014 by iDAM