ວິຊາການຫໍສະໝຸດ ຂອງໂຄງການລາລິກ ເປັນໂຄງການຮ່ວມມືຂອງບັນດາວິຊາການຫໍສະໝຸດທີ່ມາຈາກຫຼາຍໆພາກສ່ວນເປັນຕົ້ນ: ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ, ຫໍສະໝຸດ ສມປຊ, ຫໍສະໝຸດສະຖາບັນການທະນາຄານ, ຫໍສະໝຸດແຫ່ງຊາດ….ຊຶ່ງເປັນໂຄງການຮ່ວມມືດ້ານ ຫໍສະໝຸດສະເພາະດ້ານນັກວິຊາການບັນນາຮັກ, ວິຊາການໂປຼແກັມ PMB ແລະອື່ນໆ….

ສະນັ້ນ, ໃນວັນທີ 10 ສິງຫາ ທ່ານ ປທ ນ.ສີພາ ພົງສະຫວັດ ຮອງອຳນວຍການຫໍສະໝຸດກາງ, ປະທານການຮ່ວມມື ໄດ້ນຳພາວິຊາການຫໍສະໝຸດ ຂອງໂຄງການລາລິກ 40 ທ່ານພົບປະຢ້ຽມຢາມ ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອເປັນການແລກປ່ຽນບົດຮຽນ, ທັດສະນະສຶກສາຂອງວຽກງານຫໍສະໝຸດ ສມປຊ ແລະໃຫ້ກຽດຕ້ອນຮັບຂອງ ທ່ານ ປທ ທະວີພອນ ສິດທິວົງນໍລາດ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ຜູ້ຊີ້ນຳວຽກງານຫໍສະໝຸດ ພ້ອມດ້ວຍພະນັກງານພະແນກຫໍສະໝຸດ.

ການພົບປະຢ້ຽມຢາມ, ແລກປ່ຽນບົດຮຽນດັ່ງກ່າວ, ທັງສອງຝ່າຍຕ່າງກໍໄດ້ລາຍງານສະພາບຈຸດພິເສດ ແລະຜົນສຳເລັດວຽກງານການຮ່ວມມືໃຫ້ເຊິ່ງກັນແລະກັນໄດ້ຮັບຊາບ ພ້ອມທັງໄດ້ມີຄຳຄິດເຫັນແລກປ່ຽນບົດຮຽນ ທາງດ້ານວິຊາການ, ບຸກຄະລາກອນ ແລະລະບົບໄອທີ ຊ່ວຍໃນການບໍລິຫານວຽກງານຫໍສະໝຸດ ເພື່ອໃຫ້ມີສິດທິພາບແກ່ຜູ້ທີ່ຊົມໃຊ້ໃນຮູບແບບອອນໄລ ແລະອ໋ອບໄລ, ນອກຈາກນັ້ນ, ຍັງໄດ້ແລກປ່ຽນບົດຮຽນການວິເຄາະໝວດໝູ່ປື້ມ, ວິທີການເຮັດບັນນານຸກົມ ແລະດັດສະນີວາລະສານ, ວິທີການກໍານົດລະຫັດ ເພື່ອກຽມລົງລາຍການເພື່ອກຽມລົງລາຍການດັດສະ “ນີໃນຖານຂໍ້ມູນ PMB.

         ໃນການພົບປະຢ້ຽມຢາມຄັ້ງນີ້ ແມ່ນເປັນການແລກປ່ຽນບົດຮຽນເຊິ່ງກັນແລະກັນ ເພື່ອນໍາບົດຮຽນດັ່ງກ່າວໄປພັດທະນາຕົນເອງໃນນາມທີ່ເປັນສະມາຊິກໂຄງການລາລິກ ເພື່ອເຮັດໃຫ້ວິຊາການດ້ານຫໍສະໝຸດມີຄວາມໜັກແໜ້ນຂຶ້ນຕື່ມ, ມີບົດຮຽນໃນການຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າວຽກຕົວຈິງ ໃຫ້ມີຄວາມທັນສະໄໝ ໃນຂອດການນຳໃຊ້ຖານຂໍ້ມູນ PMB ເຂົ້າໃນວຽກງານຫໍສະໝຸດໃຫ້ມີປະສິດທິພາບສູງຂຶ້ນເລື້ອຍໆ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ