ວຽກ​ງານ​ການ​ເມືອງ-ແນວ​ຄິດເປັນ​ວຽກ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຍຸດ​ທະ​ສາດ​ຂອງ​ພັກ, ເປັນ​ວຽກ​ກົກ​ ແລະເປັນວຽກ​ທີ່​ສອດ​ຫ້ອຍ​ໄປ​ທຸກ​ຂົງ​ເຂດ​ວຽກ​ງານ, ພັກ​ເຮົາ​ໄດ້​ຢືນ​ຢັນ​ມາ​ຕະຫຼອດ​ວ່າ: “ວຽກ​ງານ​ການ​ເມືອງ-ແນວ​ຄິດຍາມ​ໃດ​ກໍເປັນ​ໜ້າ​ທີ່​ພື້ນ​ຖານ, ເປັນ​ວຽກ​ງານ​ແຖ​ວ​ໜ້າ ແລະເປັນ​ປັດ​ໄຈ​ສຳ​ຄັນ​ຕົ້ນ​ຕໍເພື່ອ​ຮັບ​ປະ​ກັນ​ຜົນ​ສຳ​ເລັດ ແລະໄຊ​ຊະ​ນະຂອງ​ການ​ເຄື່ອນ​ໄຫວ​ນຳ​ພາ​ຂອງ​ພັກ.”

         ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາພັກ​ເຮົາ​ໄດ້​ນຳ​ພາ​ເຄື່ອ​ນ​ໄຫວ​ວຽກ​ງານ​ການ​ເມືອງ-ແນວ​ຄິດດ້ວຍຫຼາຍ​ເນື້ອ​ໃນ, ຫຼາຍ​ຮູບ​ການ ແລະຫຼາຍ​ວິ​ທີ​ການທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄ​ວາມ​ເປັນ​ຈິງຂອງ​ປະ​ເທດ​ເຮົາ​ ໃນ​ແຕ່​ລະ​ໄລ​ຍະເຮັ​ດ​ໃຫ້​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ມີ​ສະ​ຕິ​ຊາດສູງຂຶ້ນ, ສະ​ຕິ​ຕື່ນ​ຕົວ​ເປັນ​ເຈົ້າ​ຕົນ​ເອງ, ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ອຸ​ດົມ​ການ​ຂອງ​ພັກ, ມີ​ຄຸນ​ທາດ​ການ​ເມ​ືອງ​ໜັກ​ແໜ້ນ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ ແລະມີ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ທີ່​ປອດ​ໃສ, ພ້ອມ​ດຽວ​ກັນ​ນີ້ ວຽກ​ງານ​ການ​ເມືອງ​-ແນ​ວ​ຄິດຍັງ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ວຽກ​ງານ​ການ​ສຶກ​ສາ, ບຳ​ລຸງ, ກໍ່​ສ້າງ​ຄົນ​ລາວໃຫ້​ມີ​ການ​ພັດ​ທະ​ນາ​ຮອບ​ດ້ານ, ເຊິ່ງ​ບັນ​ຫາ​ແກ່ນ​ສານແມ່ນ​ການ​ບຳ​ລຸງ​ສ້າງ​ນ້ຳ​ໃຈ​ຮັກ​ຊາດ, ຮັກ​ບ້ານ​ເກີດ​ເມື​ອງນອນ ແລະສ້າງ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບເປັນ​ຈ​ິດ​ໜຶ່ງ​ໃຈ​ດຽວໃນ​ທົ່ວ​ສັງ​ຄົມ, ພ້ອມ​ກັນ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ແນວ​ທາງ​-ແຜນ​ນ​ະ​ໂຍ​ບາຍ​ຂອງ​ພັກ ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ມີ​ຜົນ​ສຳ​ເລັດ​ເປັນ​ກ້າວໆ.

         ສະນັ້ນ, ເພື່ອເປັນການສະຫຼຸບຄືນວຽກງານການເມືອງ-ແນວຄິດທົ່ວປະເທດ ຈຶ່ງໄດ້ເປີດກອງ​ປະ​ຊຸມ​ວຽກ​ງານ​ການ​ເມືອງ​-ແນວ​ຄິດທົ່ວ​ປະ​ເທດຄັ້ງ​ທີ V ທີ່​ໄຂ​ຂຶ້ນ​ໃນ​ ລະ​ຫວ່າງ ວັນ​ທີ 17-18 ພະ​ຈິກ 2022 ຢູ່ທີ່ຫ້ອງ ປະຊູມສູນກາງພັກ ຜ່ານ​ມາ​ນີ້, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ການ​ເມືອງ-ແນວ​ຄິດ, ໃຫ້ກຽດເປັນປະທານໂດຍ: ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ມີທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ, ຮອງປະທານປະເທດ ຫົວໜ້າຄະນະຊີ້ນຳກະກຽມກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດຄັ້ງທີ V, ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກ ຜູ້ປະຈຳການຄະນະຊີ້ນຳກະກຽມກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດຄັ້ງທີ V, ມີບັນດາທ່ານກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ບັນດາທ່ານຄະນະບໍລິຫານງານພັກແຂວງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

         ໃນທີ່ປະຊຸມໄດ້ຮັບຟັງ ທ່ານ ຄຳ​ພັນ ເຜີຍ​ຍະ​ວົງ ຜ່ານບົດ​ສະຫຼຸບ​ຕີ​ລາ​ຄາ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ການ​ເມືອງ-ແນ​ວ​ຄິດ​ນັບ​ແຕ່​ປີ 2003-2022 ຕໍ່​ກອງ​ປະ​ຊຸມ​ວຽກ​ງານ​ການ​ເມືອງ​-ແນວ​ຄິດທົ່ວ​ປະ​ເທດຄັ້ງ​ທີ V ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ການ​ເມືອງ-ແນວ​ຄິດ​ຜ່ານ​ມາ​ໄດ້​ມີ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນດັ່ງ​ນີ້:

– ການ​ນຳ​ພາ​ຂອງ​ພັກ​ ໃນ​ວຽກ​ງານ​ການ​ເມືອງ-ແນວ​ຄິດໄດ້​ວາງ​ແນ​ວ​ທາງ​ການ​ເມ​ືອງ, ການ​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ເມືອງ ແລະການ​ປົກ​ປ້ອງ​ແນວ​ທາງ​ການ​ເມືອງ​ ໄດ້​ດຳ​ເນີນ​ຢ່າງ​ເປັນ​ລະ​ບົບ ແລະສອດ​ຄ່ອງ​ກັບ​ສະ​ພາບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ປະ​ເທດ​ເຮົາ ໃນ​ຍຸກ​ສະ​ໄໝ​ໃໝ່​ບົນ​ພື້​ນ​ຖານ​ຢຶດ​ໝັ້ນ​ແນວ​ທາງ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ ແລະມີຫຼັກ​ການ​ຂອງ​ພັກ, ເຮັດ​ໃຫ້​ການ​ກຳ​ນົດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ປະ​ເທດ​ເຮົາ​ຖືກ​ຕ້ອງ​ສອດ​ຄ່ອງ ແລະມີ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ.

– ການ​ສຶກ​ສາ​ອົບ​ຮົມ​ທິດ​ສະ​ດີ ແລະແນ​ວ​ທາງ​ນະ​ໂຍ​ບາຍຂອງ​ພັກສືບ​ຕໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ປັບ​ປຸງ ແລະເຄື່ອ​ນ​ໄຫວ​ມີ​ປະ​ສິດ​ທິ​ຜົນ​ດີ​ຂຶ້ນ; ຫຼັກ​ສູດ​ການ​ຮຽນ​-ການ​ສອນ​ທິດ​ສະ​ດີ​ການ​ເມືອງ-ການ​ປົກ​ຄອງ ຢູ່​ສະ​ຖ​າ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງແຫ່ງຊາດ ແລະສາຍ​ວິ​ຊາ​ການ​ເມືອງ-ສັງ​ຄົມ ຢູ່​ສະ​ຖາ​ບັນ​ການ​ສຶກ​ສາ​ຕ່າງໆ ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສອດ​ຄ່ອງ​ກັບ​ການ​ເລັ່ງ​ທວງ​ຕົວ​ຈິງຂອງ​ການກໍ່​ສ້າງ​ບຸກ​ຄະ​ລາ​ກອນ; ຖັນ​ແຖວ​ຄຸ-ອາ​ຈານສອນ​ທິດ​ສະ​ດີໄດ້​ຮັບ​ການກໍ່​ສ້າງ ແລະຍົກ​ລະ​ດັບ​ຢ່າງ​ເປັນ​ລະ​ບົບ (ທົ່ວ​ປະ​ເທດ​ມີ​ຄູ-ອາ​ຈານສອ​ນ​ທິດ​ສະ​ດີ​ຈຳ​ນວນ 518 ຄົນ, ໃນ​ນັ້ນ​ ມີ​ປະ​ລິນ​ຍາ​ເອກ 37 ຄົ​ນ, ປະລິນ​ຍາ​ໂທ 210 ຄົນ ແລະປະ​ລິນ​ຍາ​ຕີ 271 ຄົນ). ມາ​ຮອດ​ປັດ​ຈຸ​ບັນທົ່ວ​ປະ​ເທດ​ມີ​ພະ​ນັກ​ງານຫຼັກ​ແຫຼ່ງໄດ້​ຍົກ​ລະ​ດັບ​ທິດ​ສະ​ດີ​ການ​ເມືອງ​ຊັ້ນ​ສູງຈາກ​ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດ ທັງ​ໝົດ 15.985 ຄົນ, ຍິງ 5.022 ຄົນ; ນອກ​ນີ້ ຍັງ​ໄດ້​ສ້າງ​ເອ​ກະ​ສານຫຼາຍ​ສະ​ບັບເພື່ອ​ສຶກ​ສາ​ອົບ​ຮົມການ​ເມືອງ-ແນວ​ຄິດ​ໃຫ້​ແກ່​ສະ​ມາ​ຊິກ​ພັກ, ພະ​ນັກ​ງານຫຼັກ​ແຫຼ່ງ, ປະ​ຊາ​ຊົນ ​ແລະຊັ້ນ​ຄົນ​ຕ່າງໆ ເພື່ອ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວ​ມພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ.

– ວຽກ​ງານ​ຄົ້ນ​ຄວ້າ​ທິດ​ສະ​ດີ ແລະສະຫຼຸບ​ພຶດ​ຕິ​ກຳໄດ້​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ ແລະມີ​ການ​ຫັນ​ປ່ຽນ​ເປັນ​ກ້າວໆ, ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກໄດ້​ເປັນ​ໃຈ​ກາ​ງ​ໃນ​ກາ​ນ​ຄົ້ນ​ຄວ້າ​ທິດ​ສະ​ດີ ແລະສະຫຼຸບ​ພຶດ​ຕິ​ກຳເຊິ່ງ​ມີຫຼາຍ​ໂຄງ​ການ​ມີ​ຄວາມ​ຄືບ​ໜ້າ; ໃນ​ນັ້ນໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ເບື້ອງ​ຕົ້ນມີ 9 ບັນ​ຫາ​ໃຫຍ່ ແລະ57 ຫົວ​ຂໍ້​ຍ່ອຍ; ການ​ຄົ້ນ​ຄວ້າ​ທິດ​ສະ​ດີ-ສະຫຼຸບ​ພຶດ​ຕິ​ກຳກ່ຽວ​ກັບ​ການ​ສ້າງ​ບັນ​ດາ​ປະ​ຖົມ​ປັດ​ໄຈ (9 ປະ​ຖ​ົມ​ປັດ​ໄຈ) ໃຫ້​ແກ່​ການ​ກ້າວ​ເດີນ​ສູ່​ຈຸດໝາຍ​ສັງ​ຄົມ​ນິ​ຍົມໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານ; ແນວ​ຄິດ ໄກ​ສອນ ພົມ​ວິ​ຫານ ໄດ້​ຮັບ​ການ​ອະ​ທິ​ບາຍ-ຊີ້​ແຈງ ແລະມີຫຼາຍ​ພຶດ​ຕິ​ກຳ​ໄດ້​ຮັບ​ການ​ພິ​ສູດ.

– ວຽກ​ງານ​ໂຄ​ສະ​ນາ, ປາ​ຖະ​ກະ​ຖາ ແລະປຸກ​ລະ​ດົມຂອງ​ພັກໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕໍ່​ເນື່ອງ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ​ພັກ​-ລັດ ແລະອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນແຕ່​ລະ​ຂັ້ນໄດ້​ເອົາ​ໃຈ​ໃສ່​ນຳ​ພາ​ເຄື່ອນ​ໄຫວ​ ໂດຍ​ໄດ້ສ້າງ​ເອ​ກະ​ສານ​ໂຄ​ສະ​ນາ, ປາ​ຖະ​ກະ​ຖາວັນ​ສຳ​ຄັນ​ຕ່າງໆ​ຂອງ​ພັກ, ຂອງ​ຊາດ, ຂອງ​ສາ​ກົນ ແລະວັນ​ເກີດ​ທ່ານ​ຜູ້​ນຳ; ວຽກ​ງານ​ໂຄ​ສະ​ນາ​ຜ່ານ​ສື່ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສອດ​ຄ່ອງ​ກັບ​ໜ້າ​ທີ່​ການ​ເມືອງ, ວຽກ​ງານ​ໂຄ​ສະ​ນາ​ເຄື່ອນ​ທີ່ໄດ້​ຫັນ​ເຂົ້າ​ສູ່​ເຂດ​ຈຸດ​ສຸມ, ຮາກ​ຖານ​ຊົນ​ນະ​ບົດ-ເຂດ​ຫ່າງ​ໄກ​ສອກຫຼີກ ດ້ວຍ​ການ​ປຸກ​ລະ​ດົມ​ຊວນ​ເຊື່ອ​ເປົ້າ​ໝາຍ​ຕ່າງໆ​ໃຫ້​ຕື່ນ​ຕົວ​ເປັນ​ເຈົ້າ​ການ​ພັດ​ທະ​ນາ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ.

– ວຽກ​ງານ​ກົງ​ຈັກ, ພະ​ນັກ​ງານ ແລະການ​ປັບ​ປຸງ​ພື້ນ​ຖານ​ວັດ​ຖຸ​-ເຕັກ​ນິກເພື່ອ​ຮັບ​ໃຊ້​ວຽກ​ງານ​ການ​ເມືອງ-ແນ​ວ​ຄິດ​ຂອງ​ພັກໄດ້​ຮັບ​ການ​ປັບ​ປຸງ​ ຍົກ​ລະ​ດັບ​ຢ່າງ​ຕັ້ງ​ໜ້າເຮັດ​ໃຫ້​ກົງ​ຈັກ​ການ​ຈັດ​ຕັ້ງ ແລະພາ​ລະ​ບົດ​ບາດ​ຂອງ​ອົງ​ການ​ເສ​ນາ​ທິ​ການທີ່​ເຮັດ​ວຽກ​ງານ​ການ​ເມືອງ-ແນວ​ຄິດ​ ແລະຄົ້ນ​ຄວ້າ​ທິດ​ສະ​ດີ-ສະຫຼຸບ​ພຶດ​ຕິ​ກຳຂອງ​ພັກໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ; ພື້ນ​ຖານ​ວັດ​ຖຸ​ເຕັກ​ນິກຂອງ​ບັນ​ດາ​ສື່ມວນ​ຊົນໄດ້​ຮັບ​ການ​ພັດ​ທະ​ນາ​ຍົກ​ລະ​ດັບ ແລະຫັນ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ສາ​ມາດ​ສົ່ງ​ຂໍ້​ມູນ​-ຂ່າວ​ສານ ແລະເຜີຍ​ແຜ່​ແນວ​ທາງ​ນະ​ໂຍ​ບາຍຂອງ​ພັກ-ລັດ​ ອອກ​ສູ່​ສັງ​ຄົມທັງ​ພາຍໃນ ແລະຕ່າງ​ປະ​ເທດໄດ້​ຢ່າງວ່ອງ​ໄວ ແລະກວ້າງ​ຂວາງ​ກວ່າ​ເກົ່າ. ປັດ​ຈຸ​ບັນສື່ມວນ​ຊົນຂອງ​ພັກ-ລັດຢູ່​ສູນ​ກາງ ແລະທ້ອງ​ຖິ່ນ​ປະ​ກອບ​ມີວິ​ທະ​ຍຸ 163 ສະ​ຖາ​ນີ, ໂທ​ລະ​ພາບ 37 ສະ​ຖາ​ນີ, ສື່​ສິ່ງ​ພິມ 99 ພາກ​ສ່ວນ ແລະສື່​ອີ​ເລັກ​ໂຕ​ຣ​ນິກພວມ​ຂະ​ຫຍາຍ​ຕົວ​ຢ່າງ​ກວ້າງ​ຂວາງ.

– ການ​ພົວ​ພັນ-ຮ່ວມ​ມື ກັບ​ຕ່າງ​ປະ​ເທດໂດຍ​ສະ​ເພາະ​ແມ່ນການ​ຮ່ວມ​ມື​ ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດໃນ​ຂົງ​ເຂດ​ວຽກ​ງານ​ການ​ເມືອງ-ແນວ​ຄິດ ສືບຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ແລະມີ​ຜົນ​ສຳ​ເລັດຫຼາຍ​ດ້ານ, ທັງ​ມີ​ການ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ດ້ວຍ​ຮູບ​ການ​ຕ່າງໆ ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ ໃນ​ຂົງ​ເຂດ​ວຽກ​ງານ​ການ​ເມືອງ-ແນວ​ຄິດມີ​ປະ​ສິດ​ທິ​ຜົນ ແລະເລິກ​ເຊິ່ງກວ່າ​ເກົ່າ.

ນອກນັ້ນ, ທ່ານຍັງໄດ້ເນັ້ນວ່າ: ຈ​າກ​ຄວາມ​ເອົາ​ໃຈ​ໃສ່ ຕໍ່​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ເມືອງ-ແນວ​ຄິດຂອງ​ຄະ​ນະ​ພັກກໍ່​ຄື​ອົງ​ການ​ເສ​ນາ​ທິ​ການ​ທຸກ​ຂັ້ນ ແລະທຸກ​ພາກ​ສ່ວນເຮັດ​ໃຫ້​ສະ​ພາບ​ແນ​ວ​ຄິດຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະປະ​ຊາ​ຊົນ​ບັນ​ດາ​ເຜົ່າມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳ​ພາ​ຂອງ​ພັກ, ມີ​ຄວາມ​ເປັນ​ເອ​ກະ​ພາບ​ສູງ​ຕໍ່​ແນວ​ທາງ​ປ່ຽນ​ແປງ​ໃໝ່, ມີ​ຄວາມ​ຈົງ​ຮັກ​ພັກ​ດີຕໍ່​ອຸ​ດົມ​ການສັງ​ຄົມ​ນິ​ຍົມ ແລະ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນ, ມີ​ຄວາມ​ສາ​ມັກ​ຄ​ີ​ເປັນ​ປຶກ​ແຜ່ນ ແລະເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ກົດ​ໝາຍຂອງ​ລັດຢ່າງ​ເປັນ​ຂະ​ບວນ​ກາ​ນກວ້າງ​ຂວາງ, ພ້ອມ​ທັງ​ເຊີດ​ຊູ​ນ້ຳ​ໃຈ​ຮັກ​ຊາດ, ຮັກ​ລະ​ບອບ​ໃໝ່, ຈິດ​ໃຈ​ເປັນ​ເຈົ້າ​ຕົນ​ເອງ, ເພີ່ງ​ຕົນ​ເອງ ແລະສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງນັບ​ມື້​ກາຍເປັນ​ສະ​ຕິສັງ​ຄົມ​ຢ່າງກວ້າງ​ຂວາງ; ປະ​ກອບ​ສ່ວນ​ເປັນ​ກຳ​ລັງ​ແຮງ​ຕ້ານ​ກົນ​ອຸ​ບາຍ​ຫັນ​ປ່ຽນ​ໂດຍ​ສັນ​ຕິຂອງ​ສັດ​ຕູ ແລະຕ້ານ​ປະ​ກົດ​ການ​ຫຍ​ໍ້​ທໍ້​ຕ່າງໆ ທີ່​ເກີດ​ຂຶ້ນຢູ່​ໃນ​ສັງ​ຄົມ. ໃນທີ່ປະຊຸມ, ໄດ້ພ້ອມກັນ ປະກອບຄວາມຄິດ, ຄວາມເຫັນ ຕໍ່ເນື້ອໃນຂອງກອງປະຊຸມຕາມຫົວຂໍ້ຕ່າງໆ ແລະ ຕາມການເຈາະຈີ້ມ ຂອງປະທານກອງປະຊຸມບົນພື້ນຖານບົດລາຍງານລວມ ທີ່ໄດ້ສະເໜີຕໍ່ກອງປະຊຸມ, ແນ່ໃສ່ເຮັດໃຫ້ການຕີລາຄາວຽກງານການເມືອງ-ແນວຄິດຜ່ານມາ ແລະການກໍານົດທິດທາງ ຄາດໝາຍໃນຕໍ່ ແທດເໝາະກັບການຜັນແປຂອງສະພາບການຕົວຈິງ, ທັງຮັບປະກັນໃຫ້ແກ່ການສືບຕໍ່ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ ເຂົ້າສູ່ລ່ວງເລິກຢ່າງກວ້າງຂວາງ, ຝົດຟື້ນ ແລະ ແຂງແຮງກວ່າເກົ່າ.

ເພື່ອເປັນການຊີ້ທິດເຍື່ອງທາງ ທ່ານ ທອງລຸນ ສີສຸລິດ ໄດ້ໂອ້ລົມວ່າ: ເຖິງວ່າກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ IV ແລະ ຄັ້ງທີ V ຈະຫ່າງກັນເຖິງເກືອບ 2 ທົດສະວັດກໍໍ່ຕາມ, ແຕ່ພັກເຮົາບໍໍ່ເຄີຍປະປ່ອຍ ຫື ຖືເບົາ ຕໍໍ່ວຽກງານການເມືອງ-ແນວຄິດ ແຕ່ຢ່າງໃດ; ພັກເຮົາຍາມໃດກໍໍ່ຖືວຽກງານການເມືອງ-ແນວຄິດ ເປັນໜ້າທີ່ພືີ້ນຖານ, ເປັນກົກ, ແມ່ນວຽກບູລິມະສິດ, ວຽກທີ່ຕ້ອງເຮັດກ່ອນ, ເຮັດເປັນປະຈໍາ ແລະສອດຫ້ອຍໃນທຸກຂົງເຂດວຽກງານ ຂອງພັກ-ລັດ; ພັກເຮົາຖືວຽກງານການເມືອງ-ແນວຄິດ ແມ່ນອົງປະກອບສໍາຄັນໜຶ່ງ ໃນການເຄືີ່ອນໄຫວນໍາພາຊີ້ນໍາ ຂອງຕົນ, ມັນແມ່ນການໂຄສະນາສກສາອົບຮົມທິດສະດການເມືອງໃນຫັຼກການລວມຂອງທິດສະດີມາກ-ເລນິນ.

         ໃນໂອກາດທີ່ສໍາຄັນນີ້, ຂ້າພະເຈົ້າ ຂໍມີຄວາມເຫັນ ທີ່ເປັນການແລກປ່ຽນນຳກອງປະຊຸມ ພາຍຫຼັງໄດ້ຟັງບັນດາຄຳເຫັນ ທີ່ຫຼາກຫຼາຍ ຈາກຜູ້ເຂົ້າຮ່ວມກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ V ດັ່ງນີ້:

         1. ຂ້າພະເຈົ້າເຫັນດີ ເປັນເອກະພາບກັບຄຳເຫັນ ທີ່ວ່າ ວຽກງານການເມືອງແນວຄິດນັ້ນ ຖືໄດ້ວ່າເປັນສະໜາມຮົບແຖວໜ້າອັນໜຶ່ງ ໃນວຽກງານຂອງພັກເຮົາ ໃນໄລຍະໃໝ່, ແນວຮົບນີ້ ມັນ ຕ້ອງສອດຫ້ອຍເຂົ້າໄປໝົດທຸກການເຄື່ອນໄຫວຂອງພັກ, ຂອງລັດ, ຂອງອົງການຈັດຕັ້ງມະຫາຊົນ, ຂອງທຸກຊັ້ນຄົນໃນສັງຄົມເໝືອນດັ່ງສາຍເລືອດ ທີ່ຫຼໍ່ລ້ຽງຮ່າງກາຍ ຂອງຄົນເຮົາ.     ຖ້າຖືວຽກງານການເມືອງ-ແນວຄິດ ປຽບເໝືອນສະໜາມຮົບ ແນ່ນອນຕ້ອງເວົ້າເຖິງການຕໍ່ສູ້, ການຕໍ່ສູ້ນີ້ ແມ່ນການຕໍ່ສູ້ລະຫວ່າງອັນຖືກ ກັບອັນຜິດ ຢູ່ໃນກະໂຕສະມາຊິກພັກເຮົາ ເພື່ອໃຫ້ ແຕ່ລະຄົນເອົາຊະນະຢູ່ກະໂຕແນວຄິດ ແລະ ການກະທຳຂອງຕົນ ທີ່ເປັນສະມາຊິກພັກເຮັດໃຫ້ການຕໍ່ສູ້ນີ້ກ້າວໄປເຖິງຈຸດໝາຍທີ່ວ່າ : “ ຄວາມຖືກຕ້ອງ, ເປັນທໍານັ້ນ ຕ້ອງຕີຖອຍແນວຄິດຜິດເຂວ ໃຫ້ໄດ້, ເດັດດ່ຽວ ບໍ່ປ່ອຍໃຫ້ຄວາມຄິດ ແລະການກະທຳທີ່ຜິດເຂວ ກືນກິນເນື້ອທີ່ ແລະ ຄອບງຳມັນສະໝອງ ຫຼື ແນວຄວາມຄິດຂອງສະມາຊິກພັກ ແລະປະຊາຊົນເຮົາໄດ້ເປັນອັນຂາດ ”.

         2. ມາດຕະການ ທີ່ກຳຈັດປັດເປົ່າແນວຄິດ ແລະການກະທໍາທີ່ຜິດເຂວ, ຜິດພາດອອກຈາກພັກໄດ້ ຫຼື ບໍ່ນັ້ນ ມັນຂຶ້ນຢູ່ກັບການວາງແນວທາງຂອງພັກທີ່ຖືກຕ້ອງ, ຊັດເຈນ ຈາກນັ້ນວາງລະບຽບກົດໝາຍ, ຂໍ້ກໍານົດທີ່ ເປັນແນວທາງປະຕິບັດໃຫ້ຊັດເຈນ, ສາມາດປະຕິບັດໄດ້ ແລະຕ້ອງຊີ້ນຳ, ນຳພາ, ກວດກາການປະຕິບັດດ້ວຍການວາງແຜນ, ວາງລະບົບ ແລະຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ, ໃນນັ້ນໃຫ້ຈັດລຽງບຸລິມະສິດ ແຕ່ລະແຜນການ, ແຜນງານໃຫ້ຈະແຈ້ງ, ປະຕິບັດເປັນຂັ້ນຕອນ, ເດັດດ່ຽວ, ເຄັ່ງຄັດ ໃຫ້ຜົນອອກມາເປັນຮູບປະທຳ ທີ່ສາມາດຈັບຕ້ອງໄດ້.

         3. ຢາກເຮັດວຽກງານການເມືອງ-ແນວຄິດໄດ້ດີ, ສາມາດເອົາຊະນະ ໃນສະໜາມຮົບນີ້ ໄດ້ຢ່າງເປັນຮູບປະທຳ, ກ່ອນອື່ນການເຄື່ອນໄຫວຂອງພະນັກງານ, ສະມາຊິກພັກເຮົາ ແຕ່ເທິງລົງລຸ່ມ ຕ້ອງປະຕິບັດຄຳຂວັນທີ່ວ່າ : “ເວົ້າຕ້ອງໄປຄຽງຄູ່ກັບການປະຕິບັດ” ຫຼື ເວົ້າງ່າຍໆວ່າ : “ເວົ້າແລ້ວ ຕ້ອງເຮັດຄືກັບເວົ້າ”, ເຮັດຕ້ອງເຮັດໃຫ້ຖືກ, ເຮັດໃຫ້ເປັນຮູບປະທຳ, ເຮັດໃຫ້ເກີດດອກອອກຜົນແທ້.

         4. ຢາກເຮັດໃຫ້ສະໜາມຮົບ ຂອງວຽກງານການເມືອງແນວຄິດໄດ້ຮັບໄຊຊະນະ, ພັກເຮົາ ຕ້ອງໄດ້ແກ້ໄຂບັນດາບັນຫາ ທີ່ພະນັກງານ, ປະຊາຊົນຊັ້ນຄົນຕ່າງໆຕັ້ງຂຶ້ນ ແລະມີຄວາມປາຖະໜາ ຢາກໃຫ້ພັກເຮົາແກ້ໄຂນັ້ນຄື:

         – ແກ້ການສໍ້ລາດບັງຫຼວງ;

         – ແກ້ຄວາມບໍ່ດຸ່ນດ່ຽງໃນການພັດທະນາ;

         -​ ແກ້ຄວາມເຫຼື່ອມລ້ຳຂອງສັງຄົມ ຫຼື ເວົ້າຢ່າງໜຶ່ງຮັດແຄບຄວາມແຕກໂຕນ;

         – ແກ້ການຂາດປະສິດທິພາບຂອງກົງຈັກ, ແກ້ບັນຫາກົນໄກຂອງກົງຈັກ ແຕ່ເທິງລົງລຸ່ມ ເພື່ອບໍ່ໃຫ້ເປັນກົງຈັກ ແລະ ກົນໄກ ທີ່ເກະກະ, ອາຍາສິດ, ແຂງກະດ້າງ, ຂາດປະຊາທິປະໄຕ, ກົນໄກທີ່ມີຊ່ອງວ່າງໃຫ້ມີການກວດກາຍາກ, ໃຫ້ຄົນສວຍໃຊ້ເຮັດຜິດໄດ້ງ່າຍ…

         5. ວຽກງານການເມືອງແນວຄິດ ຖ້າຖືວ່າເປັນສະໜາມຮົບທີ່ຕ້ອງມີການຕໍ່ສູ້, ເມື່ອຖືເປັນ ສະໜາມຮົບແລ້ວ, ຊິເອົາໃຜ, ຊິຮົບກັບໃຜ?, ເອົາອັນໃດສູ້ກັບອັນໃດ? ແລະຮົບແບບໃດ? ຂ້າພະເຈົ້າ ຄິດວ່າແມ່ນສະໜາມຮົບທີ່ບໍ່ໄດ້ໃຊ້ປືນ ແຕ່ແມ່ນໃຊ້ຄວາມຄິດ, ໃຊ້ສະໝອງ, ໃຊ້ສະຕິປັນຍາ, ໃຊ້ ຄວາມດີ, ຄວາມໜັກແໜ້ນ, ຄວາມປອດໃສຂອງພັກ ເປັນອາວຸດເພື່ອຕໍ່ສູ້.

         6. ຕ້ອງປ່ຽນແປງໃໝ່ວຽກງານໂຄສະນາແນວທາງ, ນະໂຍບາຍຂອງພັກ, ກົດໝາຍ ແລະລະບຽບການຂອງລັດ: ເບິ່ງຄືນກົນໄກ, ກົງຈັກ ການຈັດຕັ້ງທີ່ໄດ້ຖືກມອບໝາຍໃຫ້ເຮັດວຽກນີ້ວ່າ: ມີຄວາມພຽງພໍຊໍ່າໃດ ດ້ານບຸກຄະລາກອນ, ດ້ານພາຫະນະຮັບໃຊ້, ດ້ານເອກະສານ ສຳຄັນເປັນບ່ອນອີງ ໃນການນຳໃຊ້ເຂົ້າສູ່ວຽກໂຄສະນາເຜີຍແຜ່, ລວມທັງດ້ານງົບປະມານ; ຈະຫັນວຽກນີ້ໃຫ້ໄປສູ່ການໄລ່ລຽງເສດຖະກິດ-ການເງິນໄດ້ອັນໃດແດ່ ທີ່ສາມາດມີທຶນຮອນມາເຮັດວຽກນີ້ໃຫ້ຄ່ອງຕົວຂຶ້ນ.

         ເພືີ່ອເຮັດແນວໃດວຽກງານການເມືອງ-ແນວຄິດເປັນຂອງປະຊາຊົນ, ນໍໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ ຈຶ່ງເປັນຂອງປະຊາຊົນຢ່າງແທ້ຈິງນັ້ນ, ພວກເຮົາຕ້ອງປະຕິບັດແນວທາງທີ່ວ່າ : “ ທຸກ ວຽກງານຂອງພັກຂອງຊາດ ຕ້ອງໃຫ້ປະຊາຊົນຮູ້ ປະຊາຊົນປຶກສາຫາລື ແລະປະຊາຊົນເປັນຜູ້ເຮັດ”.


ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ