ໂດຍສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນການບໍາລຸງສ້າງພະນັກງານ-ສະມາຊິກພັກ, ຍົກສູງຄຸນນະພາບ ແລ ະປະສິດທິຜົນການຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ-ການປົກຄອງ, ມະຕິ, ດໍາເນີນໂຄງການຍົກລະດັບ ແລະສະໜອງຄວາມຮູ້ໃໝ່ໃຫ້ຄະນະພັກ-ອົງການປົກຄອງບ້ານຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ມະຕິກອງປະຊຸມໃຫຍ່, ຄັ້ງທີ VII ຂອງອົງຄະນະພັກເມືອງສີໂຄດຕະບອງ ແລະມະຕິກອງປະຊຸມໃຫ່ຍຄັ້ງທີ III ຂອງຄະນະພັກຮາກຖານໂຮງຮຽນ.

ໃນຕອນບ່າຍຂອງວັນທີ 06 ມິຖຸນາ 2022 ໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນຮ່ວມກັບອົງການປົກຄອງເມືອງສີໂຄດຕະບອງ ໄດ້ຈັດຕັ້ງຝຶກອົບຮົມທິດສະດີການເມືອງ ແລະການປົກຄອງຫຼັກສູດໄລຍະສັ້ນໃຫ້ຄະນະພັກ-ອົງການປົກຄອງບ້ານ, ຊຸດທີ III ຂຶ້ນຢ່າງເປັນທາງການໂດຍການເປັນປະທານ ຂອງທ່ານ ປອ ຊົງເລົາຢົງນູ ກຳມະການປະຈຳພັກ, ເລຂາຄະນະພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ, ທ່ານ ປທ ນ. ວຽງພອນ ແກ້ວຄູນສີ ກຳມະການພັກນະຄອນຫຼວງວຽງຈັນ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງນະຄອນ ຫຼວງວຽງຈັນ ແລະທ່ານ ທະວີໄຊ ເໝົາຊົມພູ ກຳມະການພັກ, ນະຄອນຫຼວງວຽງຈັນ, ເລຂາພັກເມືອງ, ເຈົ້າເມືອງສີໂຄດຕະບອງ, ມີຄະນະພັກເມືອງ, ຄະນະພັກຮາກຖານ, ເລຂາໜ່ວຍພັກບ້ານ, ນາຍບ້ານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ. ໃນຊຸດຝຶກອົບຮົມຄັ້ງນີ້ມີສຳມະນາກອນທັງໝົດຈຳນວນ 56ສະຫາຍ, ຍິງ 25ສະຫາຍ, ເຊິ່ງສະຫາຍ ເຫຼົ່ານີ້ປະກອບມີ:​ເລຂາໜ່ວຍພັກ-ນາຍບ້ານ, ຈໍານວນ04ສະຫາຍ; ຮອງເລຂາໜ່ວຍພັກ-ຮອງນາຍ ບ້ານ, ຈຳນວນ 05 ສະຫາຍ, ຍິງ 03 ສະຫາຍ; ຮອງເລຂາ

ໜ່ວຍພັກ-ປະທານແມ່ຍິງ , ຈໍານວນ 01 ສະຫາຍ; ຄະນະໜ່ວຍພັກ-ຮອງນາຍບ້ານ, ຈຳນວນ 06 ສະຫາຍ, ຍິງ 02 ສະຫາຍ; ຄະນະໜ່ວຍພັກ-ປະທານແມ່ຍິງ , ຈໍານວນ 01 ສະຫາຍ; ສະມາຊິກພັກ-ນາຍບ້ານ, ຈຳນວນ 02 ສະຫາຍ; ສະມາຊິກພັກ-ຮອງນາຍບ້ານ, ຈຳນວນ 24 ສະຫາຍ, ຍິງ 8ສະຫາຍ; ສະມາຊິກພັກ-ເລຂາຊາວໜຸ່ມ, ຈໍານວນ 02 ສະຫາຍ, ຍິງ 01 ສະຫາຍ; ສະມາຊິກພັກ-ປະທານແມ່ຍິງ, ຈໍານວນ 03 ສະຫາຍ, ສະມາຊິກພັກ-ຮອງເລຂາຊາວໜຸ່ມ, ຈໍານວນ 01ສະຫາຍ, ຍິງ 01ສະຫາຍ;ສະມາຊິກພັກ-ຮອງປະທານແມ່ຍິງ, ຈໍານວນ02ສະຫາຍ;ສະມາຊິກພັກ-ຫົວໜ້າໜ່ວຍງານເສດຖະກິດ, ຈໍານວນ01ສະຫາຍ, ຍິງ 01ສະຫາຍ;ສະມາຊິກພັກ-ຜູ້ຊ່ວຍກວດກາໜ່ວຍພັກ, ຈໍານວນ 01 ສະຫາຍ;ສະມາຊິກພັກ-ຮອງໜ່ວຍງານວັດທະນະທໍາ-ສັງຄົມ, ຈໍານວນ 01 ສະຫາຍ;ສະມາຊິກພັກ-ກໍາມະການບ້ານ, ຈໍານວນ01ສະຫາຍ, ຍິງ 01 ສະຫາຍ; ສະມາຊິກພັກ-ຄະນະສະຫະພັນແມ່ຍິງ , ຈໍານວນ 01 ສະຫາຍ. ການດຳເນີນການຮຽນ-ການສອນ, ນັກສຶກສາຈະໄດ້ຮຽນຕາມໂຄງການຫຼັກສູດຝຶກ​ອົບຮົມທິດສະດີການເມືອງ ແລະການປົກຄອງຫຼັກສູດເລຂາພັກບ້ານ-ນາຍບ້ານ, ເຊີ່ງແບ່ງອອກເປັນ 4 ພາກ, ປະກອບມີ 26 ບົດຄື: ພາກແນວທາງລວມ 4 ບົດ, ມີ 14 ຊມ;ພາກວຽກງານການນຳພາຂອງພັກ7ບົດ, ມີ25 ຊມ ແລະພາກວຽກງານປົກຄອງ ແລະການບໍລິຫານມີ 8 ບົດ, ມີ 28 ຊມ;ພາກມະຕິຂອງພັກ ແລະວຽກງານຈຸດສຸມຂອງນະຄອນຫຼວງວຽງຈັນ ມີ 7 ບົດ, ມີ 25 ຊມ ແລະໄປທັດສະນະສຶກສາມີ 07 ຊມ; ລວມເວລາຮຽນທັງໝົດຂອງຊຸດຝຶກອົບຮົມ 99 ຊົ່ວໂມງ.

ບົດຂ່າວໂດຍ: ປທ ລິດທອງ ທະນິດຖາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ