ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປ້ອງກັນບົດຈົບຂັ້ນ ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ຄະນະບໍລິຫານງານຊາວໜຸ່ມ ສມປຊ ຢັ້ງຢືນຜົນງານ “4 ບຸກ” ປະຈຳປີ 2024: ເດີນໜ້າສ້າງພະນັກງານໜຸ່ມໃຫ້ໜັກແໜ້ນທາງການເມືອງ ແລະ ເຂັ້ມແຂງທາງວິຊາການ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຈັດພິທີ ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແລະ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ສະຫະພັນແມ່ຍິງ ສມປຊ ຍົກລະດັບສີມືການປູກເຫັດເຟືອງມຸ່ງເນັ້ນການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ ຄະນະບໍລິຫານງານຊາວໜຸ່ມ ສມປຊ ເຂົ້າອວຍພອນ ທ່ານ ທອງລີ ສີສຸລິດ ໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງພັກຊາວໜຸ່ມ ປປລ.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປ້ອງກັນບົດຈົບຂັ້ນ ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V

         ເພື່ອເປັນການຕີລາຄາຄຸນນະພາບການຮຽນ-ການສອນ ແລະ ຍົກລະດັບຂີດຄວາມສາມາດດ້ານທິດສະດີໃຫ້ແກ່ພະນັກງານຫຼັກແຫຼ່ງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປ້ອງກັນບົດຈົບຂັ້ນໃຫ້ນັກສຶກສາທິດສະດີການເມືອງ-ການປົກຄອງ ຂັ້ນກາງ ຮຸ່ນທີ V ຢ່າງເປັນທາງການ.          ນັກສຶກສາຮຸ່ນດັ່ງກ່າວ ເລີ່ມຮຽນແຕ່ເດືອນ ສິງຫາ 2025 ຫາ ເດືອນ ມັງກອນ 2026 ແມ່ນຄົບຕາມຫຼັກສູດ 6 ເດືອນ, ນັກສຶກສາເຂົ້າຮ່ວມການປ້ອງກັນບົດທັງໝົດ 50 ທ່ານ, ຍິງ 18 ທ່ານ.…

ຄະນະບໍລິຫານງານຊາວໜຸ່ມ ສມປຊ ຢັ້ງຢືນຜົນງານ “4 ບຸກ” ປະຈຳປີ 2024: ເດີນໜ້າສ້າງພະນັກງານໜຸ່ມໃຫ້ໜັກແໜ້ນທາງການເມືອງ ແລະ ເຂັ້ມແຂງທາງວິຊາການ

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ພວມແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ, ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ກໍໄດ້ຈັດກອງປະຊຸມກວດກາ, ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຄັ້ງທີ III ປະຈຳປີ 2024 ຂຶ້ນຢ່າງເປັນທາງການໃນຕອນເຊົ້າ ຂອງວັນທີ 22 ມັງກອນ 2026 ທີ່ຫ້ອງປະຊຸມຊັ້ນ 1 ສູນຂໍ້ມູນຂ່າວສານ. ກອງປະຊຸມດັ່ງກ່າວບໍ່ພຽງແຕ່ເປັນການສະຫຼຸບຕົວເລກສະຖິຕິເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງບົດບາດ ຂອງຊາວໜຸ່ມ ໃນຖານະເປັນ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຈັດພິທີ ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແລະ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V

ໃນຕອນເຊົ້າວັນທີ 21 ມັງກອນ 2026 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແລະ ເປີດຊຸດຮຽນທິດສະດີ ການເມືອງ ຂັ້ນກາງ ຮຸ່ນທີ V ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ວັນເຮືອງ ສຸລິໄຊ …

ສະຫະພັນແມ່ຍິງ ສມປຊ ຍົກລະດັບສີມືການປູກເຫັດເຟືອງມຸ່ງເນັ້ນການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ

ເພື່ອເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການສົ່ງເສີມການຜະລິດກະສິກຳເປັນສິນຄ້າ ແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ແກ່ຄອບຄົວ, ໃນຕອນເຊົ້າ ຂອງວັນທີ 16 ມັງກອນ 2026 ນີ້, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ສະຫະພັນແມ່ຍິງ ສມປຊ ໄດ້ຈັດພິທີຝຶກອົບຮົມການປູກເຫັດເຟືອງຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້: “ການປູກເຫັດເຟືອງ ເພື່ອສ້າງລາຍຮັບເພີ່ມໃຫ້ເອື້ອຍນ້ອງແມ່ຍິງ ສມປຊ”.          ພິທີດັ່ງກ່າວ ໄດ້ດຳເນີນໄປພາຍໃຕ້ການຊີ້ນຳ ແລະ ເປັນປະທານຂອງ ທ່ານ ປທ…