ໃນຕອນເຊົ້າວັນທີ 21 ມັງກອນ 2026 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແລະ ເປີດຊຸດຮຽນທິດສະດີ ການເມືອງ ຂັ້ນກາງ ຮຸ່ນທີ V ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ວັນເຮືອງ ສຸລິໄຊ  ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ມີທ່ານ ເພັດສະໝອນ ດວງປະເສີດ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີບັນດາແຂກຖືກເຊີນບັນດາພະແນກການພາຍໃນແຂວງ ແລະ 7 ເມືອງ, ມີພະນັກງານຄູ-ອາຈານ ແລະນັກສຶກສາທັງ 2 ຮຸ່ນເຂົ້າຮ່ວມທັງໝົດ 180 ສະຫາຍ, ຍິງ 59 ສະຫາຍ, ໃນພິທີ ທ່ານ ວັນສີ ທອງມະນີວົງ ຫົວໜ້າຂະແໜງວິຊາການ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດ ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ສະບັບເລກທີ 52/ສມປຊ, ນະຄອນຫຼວງວຽງຈັນ, ວັນທີ 19 ມັງກອນ 2026, ຂໍ້ຕົກລົງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ສົກປີ 2026 ສະບັບເລກທີ 53/ສມປຊ, ນະຄອນຫຼວງວຽງຈັນ, ວັນທີ 19 ມັງກອນ 2026 ແລະທ່ານ ຄໍາສີ ວິໄລສັກ ຮອງຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດໃຫ້ພະນັກງານໄປຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ສະບັບເລກທີ 03/ຄປພຂ, ຊຽງຂວາງ, ວັນທີ 15 ມັງກອນ 2026.


ຫຼັງຈາກນັ້ນ ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແລະຜ່ານໂຄງການຫຼັກສູດການຮຽນ-ການສອນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V, ໃນນັ້ນ ຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຶກສາທີ່ຮຽນຈົບ ແລະມອບໃບຍ້ອງຍໍໃຫ້ນັກສຶກສາດີເດັ່ນ ແລະຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ສໍາລັບຂັ້ນກາງ ຮຸ່ນທີ IV ປະຈໍາສົກຮຽນ 2025, ສະເລ່ຍຜົນການຮຽນ ຂອງນັກສຶກສາຕະຫຼອດຊຸດຮຽນໃນຈໍານວນ 14 ວິຊາບວກກັບຄະແນນປ້ອງກັນບົດຈົບຊັ້ນສະຫຼຸບໄດ້ ຄື: ນັກສຶກສາຮຽນເກັ່ງໄດ້ຄະແນນເກຣດ A (ປະເພດດີເລີດ) ຕະຫຼອດຊຸດຮຽນມີ 23 ສະຫາຍ, ຍິງ 9 ສະຫາຍ ເທົ່າກັບ  38,33% ຖ້າທຽບໃສ່ຊຸດຮຽນທີ່ຜ່ານມາແມ່ນຈໍານວນເພີ່ມຂຶ້ນ 1 ເທົ່າຕົວ ຂອງນັກສຶກສາທີ່ຮຽນເກັ່ງປະເພດດີເລີດ, ນັກສຶກທີ່ໄດ້ຄະແນນເກຣດ B+ (ດີຫຼາຍ) ມີ 37 ສະຫາຍ, ຍິງ 04 ສະຫາຍ ເທົ່າກັບ 61,66%, ຄະແນນ ເກຣດ B ຫາເກຣດ F ແມ່ນບໍ່ມີ.

ໃນຕອນທ້າຍພິທີ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ, ໃນນັ້ນ ທ່ານກໍໄດ້ສະແດງຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາສໍາເລັດການສຶກສາໃນຄັ້ງນີ້ ນໍາເອົາຄວາມຮູ້ທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານ ຂອງຕົນ ແລະ ເນັ້ນໜັກໃຫ້ນັກສຶກສາຮຸ່ນໃໝ່ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນເອົາບົດຮຽນນໍາຄູ-ອາຈານ ເພື່ອພັດທະນາຄວາມຮູ້, ຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະມີປະສິດທິຜົນໃຫ້ສູງຂຶ້ນກວ່າເກົ່າ. ເພື່ອເຮັດໃຫ້ພິທີມີຄວາມໝາຍ, ຄວາມສໍາຄັນເລິກເຊິ່ງ ແລະບັນລຸສໍາເລັດຕາມຄາດໝາຍ ທ່ານ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໄດ້ກ່າວປິດພິທີຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແລະເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ດໍາເນີນເປັນເວລາເຄິ່ງວັນ ຈຶ່ງໄດ້ປະສົບຜົນສໍາເລັດຢ່າງຈົບງາມ.

ພາບ-ຂ່າວ: ນາງ ຄໍາເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ

ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ