ໃນຕອນແລງວັນທີ 27 ສິງຫາ 2025 ທີ່ຫ້ອງຮັບແຂກຊັ້ນ 5 ຕຶກ 5 ຊັ້ນ, ພາຍຫຼັງຄະນະຜູ້ແທນຈາກ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສສ ຫວຽດນາມ ໄດ້ເຂົ້າຢ້ຽມຢາມ ແລະຂໍານັບ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ຢູ່ທີ່ຊັ້ນ 4 ຫ້ອງປະຊຸມອອນລາຍທາງໄກຢູ່ທີ່ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງໄດ້ຈັດ ກອງປະຊຸມພົບປະສອງຝ່າຍກັບຄະນະຮັບຜິດຊອບໂຄງການຝ່າຍລາວ (ສມປຊ) ໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ ຮ່ວາງວັນຮຸ່ງ, ຫົວໜ້າຄຸ້ມຄອງໂຄງການລົງທຶນກໍ່ສ້າງຂະແໜງການຝ່າຍຫວຽດນາມ, ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຮອງຫົວໜ້າ ສມປຊ ຝ່າຍລາວ ແລະທ່ານ ປທ ສົມສັກ ເນົາວະລັກ ຫົວໜ້າໂຮງຮຽນການ ເມືອງພາກໃຕ້ ແຂວງຈໍາປາສັກຝ່າຍລາວ ມີແຂກຮັບເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ, ທັງໜົດ 12 ທ່ານ.

ໃນກອງປະຊຸມ ທ່ານ ຮ່ວາງວັນຮຸ່ງ ໄດ້ກ່າວ ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ຄື: ລາຍງານຜົນສໍາເລັດຂອງການປະກອບເອກະສານທາງຝ່າຍຫວຽດນາມ ບັນດາຂໍສະ ດວກ, ຂໍ້ຫຍຸ້ງຍາກຂອງໂຄງການສ້າງໂຮງຮຽນການເມືອງພາກໃຕ້ ແຂວງຈໍາປາສັກ ແລະການລໍຖ້າທາງຝ່າຍລາວອະນຸ ມັດໃນການດໍາເນີນການກໍ່ສ້າງໂຮງຮຽນການ ເມືອງຕໍ່; ສະເໜີໃຫ້ທາງຝ່າຍລາວຕິດຕາມການປົດປ່ອຍພື້ນທີ່ ທີ່ຢູ່ໃກ້ຄຽງເຂດການກໍ່ສ້າງໃຫ້ສໍາເລັດທັນຕາມເວລາ; ການວາງສີລານຶກເຊິ່ງຈະໄດ້ມີການເຊັນບົດບັນທຶກທັງສອງຝ່າຍ, ການແບ່ງຄວາມຮັບຜິດຊອບທັງສອງຝ່າຍເພື່ອແກ້ໄຂ້ຂໍ້ຫຍຸ້ງຍາກ ແລະ ການລົງລາຍລະອຽດເພື່ອຄວາມເປັນເອກະພາບກັນຂອງທັງສອງຝ່າຍຂອງໂຄງການກໍ່ສ້າງ.

ໃນນັ້ນ, ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ກໍ່ໄດ້ກ່າວວ່າ: ຈະພະຍາຍາມເຮັດສຸດຄວາມສາມາດ ຕາມການສະເໜີຂອງທາງຝ່າຍຫວຽດນາມ ພ້ອມທັງແຕ່ງຕັ້ງຜູ້ຮັບຜິດຊອບທີ່ກ່ຽວ ຂ້ອງລົງຕິດຕາມຢ່າງໃກ້ຊິດ, ການແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂໂດຍໄດ້ມອບໃຫ້ຜູ້ຮັບຜິດ ຊອບໂຄງການກໍ່ສ້າງໂຮງຮຽນພາກໃຕ້ ແຂວງຈໍາປາສັກ ຊ່ວຍຕິດຕໍ່ປະສານງານ ແລະທ່ານ ປທ ສົມສັກ ເນົາວະລັກ ກໍ່ໄດ້ລາຍງານໂດຍສັງເຂບກ່ຽວກັບການກໍ່ສ້າງໂຮງຮຽນພາກໃຕ້, ເຊິ່ງທ່ານໄດ້ກ່າວວ່າ: ການກໍ່ສ້າງແມ່ນໄດ້ແບ່ງຄວາມຮັບຊອບຢ່າງລະອຽດໃນການລົງຕິດຕາມຢ່າງເປັນປົກກະຕິ ແລະບັນຫາການກໍ່ສ້າງທີ່ຍັງມີຄວາມຊັກຊ້າ ຍ້ອນສະພາບດິນຟ້າອາກາດທີ່ມີການປ່ຽນແປງ. ພ້ອມກັນນັ້ນ, ພາຍໃນກອງປະ ຊຸມຍັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ແລະວຽກງານທີກ່ຽວຂ້ອງຢ່າງກົງໄປກົງມາ.

ໃນຕອນທ້າຍກອງປະຊຸມ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ກໍ່ໄດ້ສະຫຼຸບຄືນບັນດາກອງປະຊຸມພ້ອມທັງກ່າວຄໍາຂອບໃຈ ແລະອວຍພອນມາຍັງ ທ່ານ ຮ່ວາງວັນຮຸ່ງ ທີ່ຊ່ວຍໃນການຕິດຕໍ່ປະສານງານ ແລະການດໍາເນີນໜ້າວຽກງານຕ່າງໆ ໃນໂຄງການກໍ່ສ້າງໂຮງຮຽນພາກໃຕ້ ແຂວງຈໍາປາສັກ ພ້ອມດ້ວຍຄະນະ ແລະແຂກທີ່ເຂົ້າຮ່ວມກອງປະຊຸມ.

                                                            ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ

                                                  ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ