ໃນຕອນເຊົ້າວັນທີ 17 ມິຖຸນາ 2025 ທີ່ຊັ້ນ 2 ຕຶກ 5 ຊັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີເປີດຊຸດເຝິກອົບຮົມຄູການນໍາໃຊ້ສື່ການສອນພາສາອັງກິດ ELGO ໃຫ້ແກ່ຄູສອນພາສາອັງກິດ ຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງ ພາຍໃຕ້ການເປັນປະທານຮ່ວມ ໂດຍທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ກໍາມະການຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ນາງ Kate Goodfruit ເລຂາສອງ ຈາກສະຖານທູດອົດສະຕາລີ ປະຈໍາລາວ, ມີທ່ານນາງ ໄກສອນ ຈັນສີນາ ກໍາມະການຄະນະພັກ, ຫົວໜ້າຫ້ອງການ ສມປຊ, ມີທ່ານນາງ Ana Badagadze ຫົວໜ້າຝ່າຍປະສານງານ ຈາກສະຖາບັນລາວ-ອົດສະຕາລີ, ມີແຂກ ແລະບັນດານັກຝຶກອົບຮົມ ເຂົ້າຮ່ວມ ລວມທັງໝົດ  19 ທ່ານ, ຍິງ 15 ທ່ານ.

    ເຊິ່ງຈຸປະສົງໃນການຈັດຕັ້ງຝຶກອົບຮົມໃນຄັ້ງນີ້, ກໍເພື່ອກະກຽມຄວາມພ້ອມທາງດ້ານວິທີການສອນພາສາອັງກິດ ແລະການນໍາໃຊ້ປື້ມແບບຮຽນ, ປຶ້ມຄູ່ມືຄູ ຂອງ ELGO ໃຫ້ແກ່ອາຈານທີ່ຈະສອນພາສາອັງກິດ ໃນລະບົບ ປະລິນຍາຕີ ແລະປະລິນຍາໂທ ທີ່ຈະເລີ່ມຂຶ້ນໃນເດືອນຕຸລາ 2025 ນີ້. ທັງເປັນການທົບທວນຄືນບົດຮຽນທີ່ບັນດາອາຈານສອນພາສາອັງກິດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ເຄີຍເຂົ້າຮ່ວມຝຶກອົມຮົມການນໍາໃຊ້ສື່ການສອນ ປຶ້ມແບບຮຽນ ແລະຄູ່ມືຄູ ທີ່ທາງ LAI ໄດ້ຈັດຂຶ້ນໃນ 3 ຄັ້ງທີ່ຜ່ານມາ. ສໍາລັບການຝຶກອົບຮົມຂອງພວກເຮົາໃນຄັ້ງນີ້ ແມ່ນຈະດໍາເນີນນັບແຕ່ວັນທີ 17 ມິຖຸນາ 2025 ໄປຈົນຮອດອາທິດທີ 4 ຂອງເດືອນສິງຫາ 2025, ຈະນໍາໃຊ້ເວລາເຝິກ 2 ວັນຕໍ່ອາທິດ ຄື: ວັນອັງຄານ ແລະວັນພຸດ, ເວລາ 8 ໂມງ-12 ໂມງ ແລະມີຜູ້ເຂົ້າຮ່ວມເຝິກອົບຮົມຕົວຈິງ ຈໍານວນ 11 ທ່ານ, ຍິງ 6 ທ່ານ.

    ໃນຕອນທ້າຍພິທີ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ກໍາມະການຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງ ໄດ້ກ່າວວ່າການຈັດຝຶກອົບຮົມຄັ້ງນີ້ຂຶ້ນ ເພື່ອສ້າງໂອກາດໃຫ້ຄູ ຜູ້ທີ່ຈະສອນພາສາອັງກິດໄດ້ແລກປ່ຽນເຊິ່ງກັນ ແລະກັນ, ພ້ອມທັງແລກປ່ຽນວິທີການສອນນໍາອາຈານ David ຜູ້ທີ່ມີຄວາມຊໍານານ ແລະມີສ່ວນຮ່ວມໃນການປັບປຸງປຶ້ມແບບຮຽນຊຸດນີ້ ແລະເນັ້ນຕໍ່ກັບນັກຝຶກອົບຮົມ ໃຫ້ເອົາໃຈໃສ່ເຂົ້າຮ່ວມເຝິກອົບຮົມໃຫ້ເປັນປົກກະຕິ ເພາະການເຝິກອົບຮົມ ແມ່ນໄລຍະຍາວ, ສຸມໃສ່ປະຕິບັດເວລາຢ່າງເຂັ້ມງວດ, ເຂັ້ມງວດຕໍ່ການຮຽນ ແລະເປັນເຈົ້າການໃນການເຝິກຝົນຫຼໍ່ຫຼອມຕົນເອງ. ພ້ອມກັນ, ນັ້ນທ່ານ ນາງ Kate Goodfruit ເລຂາສອງ ຈາກສະຖານທູດອົາສະຕາລີ ປະຈໍາລາວ ກໍຍັງໄດ້ກ່າວຕື່ມວ່າ: ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງໄດ້ປະກອບສ່ວນໃນການນໍາພາບັນດາຄູ-ອາຈານ ຈາກສະຖານທູດອົດສະຕາລີ ປະຈໍາລາວປະກອບສ່ວນເຂົ້າໃນການເຝິກອົບຮົມໃຫ້ແກ່ຄູ-ອາຈານສອນພາສາອັງກິດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ຈະຂຶ້ນຫ້ອງສິດສອນໃນໝໍ່ໆນີ້ ເຊິ່ງທ່ານຍັງໄດ້ຢໍ້າຕື່ມວ່າການເຝິກອົບຮົມໃນຄັ້ງນີ້ ປະກອບມີທັງພາກທິດສະດີ ແລະພຶດຕິກໍາຕົວຈິງ, ພາຍຫຼັງທີ່ເຝິກສໍາເລັດແລ້ວ ແມ່ນສາມາດເອົາໄປນໍາໃຊ້ຕົວຈິງໃນການຂຶ້ນຫ້ອງສິດສອນຢ່າງມີປະສິດທິຜົນໃນຕໍ່ໜ້າ.

                                                                            ພາບ/ຂ່າວ: ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ