ແພດໝໍໂຮງໝໍເມືອງໄຊທານີ ລົງສັກວັກຊິນຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ການສັກວັກຊິນຕ້ານໂຄວິດ 19 ແມ່ນເປັນວິທີທີ່ດີໃນການສ້າງພູມຄຸ້ມກັນ ແລະສາມາດຫຼຸດຜ່ອນຄວາມຮຸນແຮງເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ19, ແລະຕັດຕ່ອງໂສ້ການແຜ່ລະບາດຂອງພະຍາດດັ່ງກ່າວ. ດັ່ງນັ້ນ, ແພດໝໍໂຮງໝໍເມືອງໄຊທານີ ໄດ້ລົງເຄຶ່ອນໄຫວສັກວັກຊິນ ຊື່ງນໍາໂດຍ: ທ່ານ ດຣ ນ. ດາວວີ ດວງບຸດດີ ອຳນວຍການໂຮງໝໍເມືອງໄຊທານີ ພ້ອມດ້ວຍແພດ 4 ທ່ານ ໄດ້ລົງເຄື່ອນໄຫວສັກວັກຊິນເຂັມທີ 3 ໃຫ້ພະນັກງານບຳນານ, ພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຕອນແລງຂອງວັນທີ 21…