ໜ່ວຍ​ພັກຮາກຖານ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ-ຄະນະປັດຊະຍາ ​ໄດ້ຈັດ​ພິທີ​​ເລື່ອນ​ສະມາຊິກ​ພັກ​ສຳຮອງ​​ຂຶ້ນເປັນສະມາຊິກ​ພັກສົມ​ບູນ ຢູ່​ທີ່ຫ້ອງ​ປະຊຸມຂອງສູນຂໍ້ມູນຂ່າວສານ ການເມືອງ ແລະການປົກຄອງ ຊັ້ນ 5, ​ໂດຍ​ການ​ເປັນ​ປະທານ​ ຂອງ​ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ,ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

     ໃນ​ພິທີ​ດັ່ງກ່າວ ສະຫາຍ ວິໄລສິດ ພິມພັກດີ ຮອງຫົວໜ້າພະແນກພັກ-ປ້ອງກັນພັກ ​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍການ​ເລື່ອນສະມາຊິກ​ພັກ​ສຳຮອງ​​ເປັນສະມາຊິ​ກພັກສົມ​ບູນ 2 ສະຫາຍຄື: ສະຫາຍ ນ. ທັດສະລີ ພົມສີສຸວັນ ແລະສະຫາຍ ນ. ອານຸລັກ ແກ້ວຄໍາດີ  ທີ່​​ໄດ້ຜ່ານ​ການ​ຝຶກ​ຝົນຫຼໍ່ຫຼອມ ​ແລະທົດ​ສອບ​ໃນ​ຂະ​ບວນການ​ວຽກ​ງານຕົວ​ຈິງ, ມີ​ຜົນງານ​ດີ​ເດັ່ນ ​ໄດ້​ຮັບ​ຄວາມ​ເຊື່ອ​ຖື ​ແລະໄວ້​ວາງ​ໃຈ​ຈາກ​ມະຫາຊົນ. ​ຈາກນັ້ນ, ສະຫາຍ ປທ ແສງທອງ ພຸດທະວົງ ເລຂາໜ່ວຍ​ພັກຮາກຖານ ໄດ້ມີຄຳເຫັນ​ກ່າວ​ຮັບ ​ແລະມອບ​ຂໍ້​ຕົກລົງ​ໃຫ້​ສະມ​າຊິ​ກພັກ​ສົມບູນ​.



     ໃນຕອນ​ທ້າຍຂອງ​ພິທີ ສະຫາຍ ຮສ ພູວົງ ອຸ່ນຄຳແສນ​ ໄດ້​ມີຄຳເຫັນໂອ້​ລົມ​ຕໍ່​ພິທີ ໂດຍສະເພາະຕໍ່ສະມາ​ຊິ​ກ ພັກ​ສົມບູນ 2 ສະຫາຍ ເຊິ່ງ​ສະຫາຍ​ໄດ້​​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນງານ​ການ​ກໍ່ສ້າງ ​​ແລະຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ຈົນ​ສາມາດ​ເລື່ອນເປັນ​ສະມາຊິກ​ພັກ​ສົມບູນ, ສະຫາຍ​ ມີຄວາມເຊື່ອ​ໝັ້ນ ​ແລະ ຮຽກຮ້ອງ​ໃຫ້ສະມາຊິກພັກ​ສົມບູນ ຈົ່ງ​ເອົາ​ໃຈ​ໃສ່​ໃນການຄົ້ນຄວ້າ​ຮ່ຳຮຽນ, ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ, ກົດ​ລະບຽບ​ຂອງພັກ, ກົດໝາຍ​ຂອງ​ລັດ​ໃຫ້​ເລິກ​ເຊິ່ງ, ມີ​ຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ແລະບຸກບືນຜ່ານຜ່າທຸກຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານ ຂອງຕົນເອງດ້ວຍຄວາມຮັບຜິດຊອບສູງ, ມີນ້ຳໃຈເສຍສະຫຼະ, ມີຄວາມອົດທົ​ນ, ຖືຜົນປະໂຫຍດສ່ວນລວມສູງກວ່າຜົນປະໂຫຍດສ່ວນຕົວ, ມີຄວາມເປັນແບບຢ່າງໃນການດຳລົງຊີວິດ ທີ່ປອດໃສຂາວສະອາດ, ຮູ້ໃຫ້ກຽດຮູ້ໃຫ້ອະໄພເຊິ່ງກັນ ແລະກັນ, ມີຄວາມສາມັກຄີເປັນປຶກແຜ່ນ ແລະຍຶດໝັ້ນໃນການປະກອບສ່ວນ​ສ້າງ​ລະບອບ​ ປະ​ຊາ​ທິປະໄຕ​ ປະຊາຊົນ​ ໃຫ້ກ້​າວສູ່​ຈຸດໝາຍ​ສັງຄົມ​ນິຍົມເທື່ອລະກ້າວ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ